ນາງ ຊົມພູ ແກ້ວພິລາ ອາຍຸ 34 ປີ ຢູ່ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າແຈ້ງຕໍ່ເຈົ້າ ໜ້າທີ່ ປກສ ນະຄອນຫຼວງວຽງຈັນ ພາຍ ຫຼັງນ້ອງຊາຍຕົນເອງຖືກເຈົ້າໜ້າທີ່ ປກສ ບ້ານ ຍິງຈົນໄດ້ຮັບບາດເຈັບສາຫັດ.
ນາງ ຊົມພູ ເວົ້າວ່າ: ໃນວັນ ທີ 21 ພະຈິກນີ້
ນ້ອງຊາຍຊື່ ທ້າວ ບຸນຍູ້ ອາຍຸ 32 ປີ ຢູ່ບ້ານໜອງພະຍາ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
ໄດ້ມີການຜິດຖຽງ ກັບເມຍ, ຈາກນັ້ນອ້າຍເມຍໄດ້ມາຫ້າມ ແລະ ໄລ່ທ້າວ ບຸນຍູ້ ອອກຈາກບ້ານ ຊິ່ງຖ້າ ບໍ່ອອກຈະເອົາກອງຫຼອນບ້ານມາຈັບຈົນຮອດເວລາ 22 ໂມງ ທ້າວ ລ້ອມຜູ້ເປັນອ້າຍເມຍໄດ້ເອີ້ນກອງຫຼອນບ້ານ ໜອງພະຍາ
3 ຄົນເຂົ້າມາ ແລະ ໄດ້ເກີດມີການຜິດຖຽງກັນຢ່າງຮຸນແຮງຂະນະດຽວກັນ 1 ໃນກຸ່ມຂອງກອງຫຼອນບ້ານ
ໄດ້ໃຊ້ປືນຍິງໃສ່ ທ້າວ ບຸນຍູ້ ເຮັດໃຫ້ໄດ້ຮັບບາດເຈັບສາຫັດກ່ອນທີ່ຕົນເອງຈະມາພົບເຫັນ ແລະ
ນຳສົ່ງໂຮງໝໍ.
No comments:
Post a Comment