Ad

Ad

28 November 2013

ກຽມຈັດຄອນເສີດລະດົມທຶນຊ່ວຍເຫລືອບັນເທົາທຸກປະຊາຊົນຟີລິບປິນຜູ້ປະສົບໄພພາຍຸໄຫ່ຢ້ຽນ


   ການຖະແຫຼ່ງຂ່າວກະກຽມຈັດຄອນເສີດສະດົມທຶນຊ່ວຍເຫຼືອບັນເທົາທຸກແກ່ປະ ຊາຊົນຟີລິບປິນຜູ້ປະສົບໄພພາຍຸໄຫ່ຢຽນ, ໄດ້ຈັດຂຶ້ນໃນວັນທີ 27 ພະຈິກນີ້ຢູ່ສະ ມາຄົມນັກຂ່າວແຫ່ງປະເທດລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະໜຸກ ມີໄຊ, ຮອງຫົວໜ້າສະມາຄົມນັກຂ່າວແຫ່ງປະເທດລາວ ແລະ ຜູ້ຕ່າງໜ້າສະມາຄົມຕ່າງໆ, ພ້ອມດ້ວຍສີລິປິນຈຳນວນໜຶ່ງເຂົ້າຮ່ວມ.
   ທ່ານ ຮອງຫົວໜ້າສະມາຄົມນັກຂ່າວແຫ່ງປະເທດລາວຖະແຫຼງວ່າ: ຄອນ ເສີດສະດົມທຶນ ຊ່ວຍເຫຼືອຜູ້ປະສັບໄພພາຍຸໄຫ່ ຢຽນຢູ່ປະເທດຟີລິບປິນ,ຈະຈັດຂຶ້ນໃນວັນທີ 30 ພະຈິກນີ້, ຢູ່ຫໍ ວັດທະນະ ທຳແຫ່ງຊາດ, ເລີ່ມແຕ່ ເວລາ 19:30, ຄອນ ເສີດຄັ້ງນີ້ ຈະ ມີສີລິປິນຈາກຫຼາຍຄະນະເຂົ້າ ຮ່ວມສະແດງ, ເຊັ່ນ: ຟ້ອນ, ຮ້ອງ, ເພງ, ເຕັ້ນ, ສະແດງລະຄອນ ແລະ ອື່ນໆ ອີກຫຼາຍລາຍການ, ດັ່ງນັ້ນ, ຈຶ່ງຂໍເຊີນຊວນມາຍັງ ອົງການຈັດຕັ້ງຕ່າງໆທັງພາກ ລັດ
ແລະ ເອກະຊົນ, ບັນດາຫົວ ໜ່ວຍທຸລະ ກິດ, ບໍລິສັດຫ້າງຮ້ານ, ພະນັກງານ, ທະຫານ, ຕຳ ຫຼວດ, ຕະຫຼອດເຖິງປະຊາຊົນ ຈົ່ງເຂົ້າຮ່ວມຊົມງານດັ່ງກ່າວ ແລະ ໃຫ້ການ ບໍລິຈາກຊ່ວຍເຫຼືອ ຜູ້ປະສົບໄພພາຍຸທີ່ປະເທດຟີລິບ ປິນ ແລະ ຫວັງເປັນຢ່າງຍິ່ງ ວ່າທຸກຄົນຈະໃຫ້ການຊ່ວຍເຫຼືອເພື່ອນຜູ້ປະສົບໄພເຫຼົ່ານັ້ນ

No comments:

Post a Comment