Ad

Ad

26 November 2013

ເຕັ້ນນາໆຊາດ “ ຟັງແມ່ຂອງ ” ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ



    ກຸ່ມ​ບໍລິ​ສັດ​ເຕັ້ນ​ຄຳ(ປ​ະ​ເທດ​ຝຣັ່ງ) ຮ່ວມ​ກັບບໍລິສັດ ຟັງ​ລາວ ຈັດ​ງານ​ມະຫາ​ກຳ​ການສະ​ແດງ​ເຕັ້ນ​ນາໆ​ຊາດ “ຟັງ​ແມ່​ຂອງ” ຄັ້ງ​ທີ4ປະຈຳ​ປີ 2013 ຂຶ້ນໃນ​ວັນ​ທີ 24 ພະຈິກນີ້ ຢູ່ຫໍ​ວັດທະນະທຳ​ແຫ່ງ​ຊາດ, ນະຄອນຫລວງ​ວຽງ​ຈັນ ໂດຍ​ມີທ່ານ ສົມ​ສະໜຸກ ມີ​ໄຊ ຮອງ​ປະທານ​ສະມາຄົມ​ນັກ​ຂ່າວ​ແຫ່ງສປປ ລາວ, ບັນດາ​ແຂກ​ຖືກ​ເຊີນ ພ້ອມດ້ວຍຊາວ​ນະຄອນ ຫລວງ​ວຽງ​ຈັນ ​ເຂົ້າ​ຮ່ວມ​ຊົມ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ.
     ສຳລັບການສະ​ແດງ​ປະ ກອບມີສິລະປິນຈາກລາວ, ຝຣັ່ງ, ລຸກຊຳບວກ ແລະ ສິງກະໂປ ໄດ້ ຜັດປ່ຽນ​ກັນ​ຂຶ້ນ​ເວທີເພື່ອ​ນຳ​ສະ​ເໜີຮູບແບບການເຕັ້ນທີ່ເປັນເອ ກະລັກຂອງ​ຕົນ ແຕ່​ສ່ອງແສງ​ເນື້ອ​ຫາ​ສາລະ​ທີ່ສະທ້ອນບັນຫາ​​ເກີດ​ຂຶ້ນ​ໃນ​ສັງຄົມ. ໂດຍ​ລາຍ ການທຳອິດແມ່ນການສະ​ແດງ ຂອງກຸ່ມ​ນັກ​ເຕັ້ນ “ຟັງລາວ” ມາ ໃນບົດສະ ແດງ “ເບຣກກ່ອນ ຫລື ຫຍຸດກ່ອນ” ຊຶ່ງສະ ແດງໃຫ້ເຫັນ ເຖິງຄວາມປາຖະໜາຂອງໄວໜຸ່ມທີ່ຖ່າຍທອດຄວາມຮູ້ສຶກ ແລະ ຢາກບອກເຖິງຜູ້ຄົນທົ່ວໄປກ່ຽວກັບຄວາມ ມຸ່ງຫວັງ ແລະ ເປົ້າໝາຍຂອງພວກເຂົາ, ຕໍ່ດ້ວຍການສະແດງຈາກນັກສິລະປິນຝຮັ່ງ, ລຸກຊຳບວກ ແລະ ສິງກະໂປ ​ເຊິ່ງທຸກໆ​ການສະ​ແດງ​ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ ແລະ ​ເບີກບານມ່ວນຊື່ນ​ໃຫ້​ຜູ້​ຊົມ. 
 
     ຂ່າວໃຫ້ຮູ້ອີກວ່າ:​ໃນວັນ​ທີ 23 ພະຈິກຜ່ານ​ມາ ​​ໄດ້​ມີການ​ປະ​ກວດ​ເຕັ້ນ​ຟັງ​ແມ່​ຂອງ B-boy BATTLE ​ເພື່ອ​ຊິງ​​ທຶນ​ການ​ສຶກ ສາ ​​ເຊິ່ງ​ໃນ​ງານ​ໄດ້​ມີການສະ​ແດງ​ເຕັ້ນ​ຂອງ​ນັກ​ສະ​ແດງ​ຈາກລາວ, ການສະແດງຂອງລາວ ໂທລະຄົມ, ການສະແດງເຕັ້ນ B​-boy ຂອງ​ສິລະ​ປິນຈາກຝຣັ່ງ ແລະ ຫວຽດນາມ ​ໂດຍ​ທັງ​ສອງ​ງານຈັດ​ຂຶ້ນເພື່ອ​ອະນຸລັກ ​ແລະ ສົ່ງ​ເສີ່ມ​ການແລກປ່ຽນວັດ ທະນະທຳ​ພາຍ​ໃນ​ປະ​ເທດ ​ແລະ ພາກ​ພື້ນ​, ຊຸກຍູ້​ວຽກ​ງານ​ການ​ສຶກສາ, ການ​ໂຄສະນາ​ປ້ອງ​ກັນ​ຢາ​ເສບ​ຕິດ​ໃນໄວໜຸ່ມ​,​ ສຸຂະ ພາບ​ຈະ​ເລີ​ນພັນ, ການ​ປ້ອງ​ກັນ​ການ​ຖືພາກ່ອນ​ອາຍຸ​ເໝາະ​ສົມ, ທັງ​ເປັນ​ການພັດທະນາທັກ​ສະ​ຂອງ​ນັກ​ສະ​ແດງ​ທີ່​ໜຸ່ມ​ນ້ອຍ​ໃຫ້​ກ້າວ​ໄປ​ສູ່​ສິລະ​ປິນມື​ອາຊີບ,​ ໂດຍ​ຜ່ານ​ການ​ແລກ​ປ່ຽນວັດທະນະ​ທຳ ແລະ ສົ່ງ​ເສີ​ມວ​ຽກງານການ​ພັດ​ທະ​ນາ​​ໄວ​ໜຸ່ມ​ໃນ​ບັນດາ​ປະ​ເທດ​ອານຸພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

No comments:

Post a Comment