Ad

Ad

25 November 2013

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ເນັ້ນ 5 ບັນຫາໃຫ້ເອົາໃຈໃສ່ໃນໂອກາດວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ 2 ພະຈິກ



              ໂດຍເຫັນວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍເປັນ ປາກົດການຫຍໍ້ທໍ້ໃນສັງຄົມທີ່ຮ້າຍແຮງ, ຮັບ ບໍ່ໄດ້ ແລະ ເປັນຫນ້າທີ່ຂອງຫມົດ ທຸກຄົນໃນຊາດທັງຍິງ ແລະ ຊາຍ ເພື່ອຮ່ວມແຮງຮ່ວມໃຈກັນປົກປ້ອງ ແລະ ລຶບລ້າງບັນ ຫານີ້ ໃຫ້ຫມົດໄປຢ່າງສິ້ນເຊີງຢູ່ໃນສັງຄົມລາວ, ພິເສດແມ່ນການ ກະກຽມສ້າງຮ່າງແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນແລະຕອບໂຕ້ ຄວາມຮຸນແຮງຕໍ່ເດັກນ້ອຍ ໄລຍະ 2014- 2020 ເພື່ອເປັນຂອບການປະສານ ງານໃນລະດັບຊາດລະຫວ່າງບັນດາຂະແຫນງການ, ອົງການ ແລະ ພາກສ່ວນ ຕ່າງໆທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດແຜນດຳເນີນງານດັ່ງກ່າວຕາມຫນ້າທີ່ ແລະ ຄວາມ ຮັບຜິດຊອບການເມືອງຂອງຕົນ ໂດຍປຸກລະດົມການເຂົ້າຮ່ວມຂອງທຸກການຈັດຕັ້ງ ແລະ ຫົວຫນ່ວຍທຸລະກິດທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ກໍຄືບັນດາຄູ່ຮ່ວມພັດທະນາ ຕະຫລອດຮອດບັນດາອົງການຈັດຕັ້ງທີ່ບໍ່ສັງກັດ
ລັດຖະບານ. ດັ່ງ ນັ້ນ, ໃນໂອກາດສະເຫລີມສະຫລອງວັນສາກົນເພື່ອຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ (ວັນທີ 25 ພະຈິກ 2013 ນີ້)   ໃນນາມລັດຖະບານແຫ່ງ ສປປ ລາວ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຮຽກຮ້ອງມາ ຍັງການຈັດຕັ້ງທຸກຂັ້ນຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາຫົວຫນ່ວຍ ທຸລະກິດທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດຕະຫລອດຮອດພີ່ນ້ອງຮ່ວມຊາດໃນທົ່ວປະເທດຈົ່ງເອົາໃຈ ໃສ່ 5 ບັນຫາດັ່ງນີ້:               
       1. ສືບຕໍ່ບຸກທະລຸດ້ານຈິນຕະນາການຢ່າງແຂງແຮງ ແລະ ທົ່ວເຖິງໃນຂອບເຂດທົ່ວປະເທດເພື່ອລຶບລ້າງສິ່ງເສດ ເຫຼືອ ແລະ ຂໍ້ຄົງຄ້າງໃນທັດສະນະຄະຕິ, ຄວາມຮັບຮູ້ ແລະ ຈິນຕະນາການຂອງຄົນຈຳນວນຫນຶ່ງທັງຢູ່ໃນການຈັດຕັ້ງ ແລະ ໃນ ສັງຄົມຕໍ່ບັນຫາຄວາມບໍ່ສະເຫມີພາບຍິງ-ຊາຍ ແລະ ການຈຳແນກຕໍ່ແມ່ຍິງ ເຊິ່ງເປັນສາເຫດສຳຄັນພາໃຫ້ເກີດມີຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.                      
        2. ເອົາໃຈໃສ່ບຸກທະລຸດ້ານຊັບພະຍາກອນມະນຸດ ເພື່ອສຶກສາອົບຮົມ ແລະ ຍົກລະດັບຄວາມສາມາດຂອງຖັນ ແຖວ ພະນັກງານ-ລັດຖະກອນໃນຂະແຫນງການທີ່ກ່ຽວຂ້ອງກັບການປ້ອງກັນ ແລະ ຕອບໂຕ້ຄວາມຮຸນແຮງຢູ່ສູນກາງ ແລະ ທ້ອງ ຖິ່ນ ໂດຍເອົາໃຈໃສ່ສ້າງກົງຈັກການຈັດຕັ້ງທີ່ກ່ຽວຂ້ອງໃນຂັ້ນເມືອງ ແລະ ບ້ານຕາມທິດສາມສ້າງຕິດພັນກັບການປະຕິບັດສິດ ສະເຫມີພາບຍິງ-ຊາຍ, ການມອບສິດເປັນເຈົ້າໃຫ້ແມ່ຍິງ, ການກໍ່ສ້າງພະນັກງານເພດຍິງ ແລະ ຊົນເຜົ່າ ໃຫ້ມີມາດຖານຄົບ ຖ້ວນຂອງພະນັກງານນຳພາ, ບໍລິຫານ-ຄຸ້ມ ຄອງໃນທຸກຂັ້ນຂອງການຈັດຕັ້ງພັກ-ລັດ ແລະ ມະຫາຊົນ ໃນນີ້ໃຫ້ເອົາໃຈໃສ່ສ້າງ ເງື່ອນໄຂໃຫ້ແມ່ຍິງບັນດາເຜົ່າໄດ້ເຂົ້າເຖິງການສຶກສາ, ການເຝິກອົບຮົມຮອບດ້ານ ແລະ ແຫລ່ງທຳມາຫາກິນເພື່ອປະກອບ ສ່ວນເຂົ້າໃນຂະບວນການຜະລິດເປັນສິນຄ້າ ແລະ ການສ້າງລາຍຮັບເສີມໃຫ້ແກ່ຄອບຄົວ. ທັງຫມົດນີ້ຈະເປັນການປະກອບ ສ່ວນຫລຸດຜ່ອນຄວາມຮຸນແຮງໃນຄອບຄົວເປັນກ້າວໆ. ພິເສດ ແມ່ນເອົາໃຈໃສ່ໃຫ້ເດັກຍິງມີໂອກາດເທົ່າທຽມກັບເດັກຊາຍ ສາມາດເຂົ້າເຖິງ ການສຶກສາຢ່າງທົ່ວເຖິງ ແລະ ໃນທຸກລະດັບ.                        
     3. ຕັ້ງໜ້າບຸກທະລຸດ້ານກົນໄກ ເພື່ອປັບປຸງການປະສານງານລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ, ຫັນເອົາວຽກປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍເປັນແຜນການ ແລະ ແຜນງົບປະມານທີ່ຕິດພັນກັບການສ້າງແຜນການ ແລະ ແຜນງົບປະມານລວມຂອງຂະແໜງການ ແລະ ທ້ອງຖິ່ນ; ປະຕິບັດການຕິດຕາມກວດກາ, ສະຫລຸບລາຍງານ, ຕີລາຄາ ແລະ ຖອດຖອນບົດຮຽນການຈັດຕັ້ງປະຕິບັດໃນແຕ່ລະໄລຍະ; ປຸກລະດົມການເຂົ້າຮ່ວມ ແລະ ການມີສ່ວນຮ່ວມຂອງທົ່ວ ສັງຄົມລວມທັງຜູ້ຊາຍ ແລະ ເດັກຊາຍ ແລະ ການສະຫນັບສະຫນູນຂອງສາກົນ.         
       4. ຮັບປະກັນໃຫ້ວຽກງານໂຄສະນາ, ສຶກສາອົບຮົມ ແລະ ການສ້າງກິດຈະກຳຕ່າງໆສາມາດ ສ້າງຈິດສຳນຶກທີ່ດີແກ່ສັງ ຄົມເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັນນ້ອຍ, ໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ,  ໃຫ້ໄປຮອດໄປ ເຖິງປະຊາຊົນບັນດາເຜົ່າໃນທົ່ວປະເທດຕະຫລອດຮອດຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຜູ້ທີ່ທຸກຍາກຂາດ ເຂີນ; ປະຕິບັດ ມາດຕາການລົງໂທດຕໍ່ຜູ້ກະທຳຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍຕາມກົດໝາຍ ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ເພື່ອສ້າງຄອບຄົວ, ບ້ານ ແລະ ເມືອງພັດທະນາ ຕິດພັນກັບການປະຕິບັດຄວາມສະເຫມີພາບຍິງ-ຊາຍ ປາສະຈາກຄວາມຮຸນ ແຮງໃນຄອບຄົວໂດຍສະເພາະຕໍ່ແມ່ຍິງ ແລະ ເດັກນ້ອຍໂດຍເລັ່ງໃສ່ເຂດທົດລອງສາມສ້າງ.              
    5. ສືບຕໍ່ຮ່ວມມືແບບສອງຝ່າຍ ແລະ ຫລາຍຝ່າຍລວມທັງການຮ່ວມມືໃນຂອບອາຊຽນ ແລະ ສາກົນ ໃນວຽກງານຕ້ານ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ລະດົມການສະຫນັບສະຫນູນໃນ ວຽກງານດັ່ງກ່າວ.               
      ໃນໂອກາດອັນມີຄວາມໝາຍຄວາມສຳຄັນນີ້, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ທຸກຄົນໃນ ສັງຄົມ   ຈົ່ງສາມັກຄີກັນເຂົ້າຮ່ວມຢ່າງຕັ້ງໜ້າໃນຂະບວນການດັ່ງກ່າວຕາມພາລະບົດບາດຂອງຕົນເພື່ອປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ສົນທິສັນຍາສາກົນທີ່ພົວພັນ ເຖິງການປົກປ້ອງ ສິດ ແລະ ຜົນປະໂຫຍດຂອງແມ່ຍິງແລະເດັກນ້ອຍເປັນຕົ້ນສົນທິສັນຍາຊີດໍ ແລະ ສົນທິສັນຍາວ່າ ດ້ວຍສິດທິເດັກໃຫ້ເປັນ ຮູບປະທຳ ແລະ ມີປະສິດທິຜົນ, ປະກອບສ່ວນເຂົ້າໃນຂະບວນການສາມັກຄີທົ່ວໂລກໃນການປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

No comments:

Post a Comment