Ad

Ad

6 May 2014

ໄຟຟ້າ​ລາວ​ມີ​ໜີ້​ຕ້ອງ​ຮັບ​ຈາກ​ຂະ​​ແໜງ​ຊົນລະປະທານຫລາຍ​ກວ່າ 94 ຕື້ກີບ



        ຕາມ​ການ​ເປີດ​ເຜີຍ​ຂອງ​ຂະ​ແໜກ່ຽວຂ້ອງ​ໃຫ້​ຮູ້​ວ່າ: ໜີ້​ຕ້ອງ​ຮັບ​ຂອງ​ບໍລິສັດ​ໄຟຟ້າ​ລາວ​ຈາກ​ຂະ​ແໜງ​ຊົນລະປະທານ​ໂດຍ​ສະ​ເພາະ​ແມ່ນ​ຄ່າ​ກະ​ແສ​ໄຟ​ຟ້າ​ຈາກ​ສະຖານ​ນີຈັກສູ​ບນ້ຳ​ຕ່າງໆ​​ ​ໂດຍ​ສະ​ເພາະ​ແມ່ນ 9 ແຂວງ​ທີ່​ນຳ​ໃຊ້​ສະຖານ​ນີສູບ​ນ້ຳ​ສະໜອງ​ໃຫ້​ແກ່​ການ​ຜະລິດ, ຊຶ່ງມາ​ຮອດ​ປັດຈຸ ບັນຄ່າ​ກະ​ແສ​ໄຟຟ້າ​ດັ່ງກ່າວ​ ໄດ້​ມີ​ປະລິ​ມານ​ສູງ​ເຖິງ 94 ຕື້​ກ່ວາ​ກີບທີ່​ແກ່ຍາວ​ການ​ຊຳລະ​ສະ​ສາງ​ມາ​ເປັນ​ເວລາ​ຫລາຍ​ປີ​, ໂດຍ​ທາງ​ກົມ​ຊົນລະປະທານ ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້​ໃຫ້​ເຫດຜົນ​ວ່າ: ສາ​ເຫດ​ທີ່​ພາ​ໃຫ້​ບັນ ຫາ​ໜີ້​ສິນ​ມີ​ການ​ແກ່ຍາວ​ການ​ຊຳລະ​ສະ​ສາງ ​ແລະ ມີ​ຈຳນວນ​ຫລວງຫລາຍ​ຄື​ແນວ​ນັ້ນ,​ ສ່ວນ​ໃຫຍ່​ແມ່ນ ຍ້ອນ​ຊາວ​ກະສິກອນ​ແຕ່ລະ​ແຂວງ​ບໍ່​ມີ​ເງິນ​ພຽງພໍ​ທີ່​ຈະ​ນຳ​ໃຊ້ເຂົ້າ​ໃນ​ການ​ຊຳລະ​ສະ​ສາງ​ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ໃນ​ແຕ່ ລະ​ປີ. ດັ່ງ​ນັ້ນ​ລັດ​ຖະບານ​ຈຶ່ງ​ໄດ້​ຕົກລົງ​ໃຫ້​ບໍລິສັດ​ໄຟຟ້າ​ລາວ​ມີ​ການ​ຍົກ​ເວັ້ນການ​ຊຳລະ​ສະ​ສາງ ຫລື ເລື່ອນ​ການ​ຊຳລະ​ຄ່າ​ກະ​ແສ​ໄຟຟ້າອອກ​ໄປ​ຕາມ​ເງື່ອນ​ໄຂ ຂອງ​ແຕ່ລະ​ທ້ອງ​ຖິ່ນ, ໂດຍ​ໜີ້​ສິນ​ດັ່ງກ່າວແມ່ນ​ນອນ​ຢູ່​ໃນ 543
ໂຄງການ ຂອງ​ 9 ແຂວງ, ທີ່​​ນຳ​ໃຊ້​ລະບົບ​ຊົນລະປະທານດັ່ງ ກ່າວ​ເຊັ່ນ: ແຂວງ​ໄຊ​ຍະ​ບູລີ, ວຽງ​ຈັນ, ນະຄອນຫລວງ​ວຽງ​ຈັນ, ​​ບໍລິ​ຄຳ​ໄຊ, ​​ຄຳ​ມ່ວນ, ​ສະ ຫວັນ​ນະ​ເຂດ, ​ສາລະ​ວັນ, ​ຈຳປາ​ສັກ ​ແລະ ​ແຂວງ​ອັດ​ຕະປື​ເຫລົ່າ​ນີ້​ເປັນ​ຕົ້ນ.
           ຊົນລະປະທານ​ແຈ້ງ​ໃຫ້​ຮູ້​ວ່າ: ສະ​ເພາະ​ໃນ​ລະດູ​ແລ້ງ​ປີ​ນີ້​ຂະ​ແໜງ​ຊົນລະປະທານ​ໄດ້​ເຮັດ​ສຳ​ເລັດ​ບາງ​ວຽກ​ງານ​ສຳຄັນ​ເພື່ອ​ຮັບ​ໃຊ້​ການ​ຜະລິດ​ກະສິກຳ​ເປັນ​ຕົ້ນ​ ​ໄດ້​ກວດກາ​ການປະ ກອບ​ເອກະສານສັນຍາ​ສ້ອມ​ແປງ​ຊົນລະປະທານເພື່ອ​ສະ ໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດສົກ​ປີ 2013-2014 (ບ້ວງ 37 ຕື້​ກີບ) ຈຳ ນວນ 94 ສັນຍາ, ມີ 172 ໂຄງ ການ, ມູນ​ຄ່າ 31,86 ຕື້​ກີບ ​ແລະ (ບ້ວງ 30 ຕື້​ກີບ), ຈຳນວນ 58 ສັນຍາ, ມີ 73 ໂຄງການ ມູນ​ຄ່າ 20,68 ຕື້​ກີບ ​ແນ່​ໃສ່​ສະໜອງ​ນ້ຳ​ໃຫ້ການ​ຜະລິດ​ລະ ດູ​ແລ້ງ​ຂອງ​ສົກ​ປີ 2013-2014 ໃນ 17 ແຂວງ ປະຕິບັດ​ໄດ້ 122.637 ເຮັກຕາ. ໃນ​ນັ້ນ, ສະໜອງ​ໃຫ້ການ​ປູກ​ເຂົ້າ ນາ​ແຊງ​ໄດ້ 101.774 ເຮັກຕາ ແລະ ສະໜອງ​ໃຫ້ການ​ປູກ​ພຶດ​ໄດ້ 35.212 ເຮັກຕາ; ​ພ້ອມໄດ້ສະ ໜອງ​ຈັກສູບ​ນ້ຳ​ເຄື່ອນ​ທີ່​ຈາ​ກນ້ຳ​ມັງ ​ແລະ ສະຖານ​ນີສູບ​ນ້ຳບ້ານ​ຜາ​ໂປງ, ​ເມືອງ​ທ່າ​ພະ​ບາດ,​ ​ແຂ​ວງບໍລິ​ຄຳ​ໄຊ; ​ໄດ້​ສຳ​ເລັດ​ການ​ກວດກາ​ແບບ ​ແລະ ​ເອກະສານ​ຕ່າງໆ, ຂອງ​ການ​ສຳ​ຫລວດ- ອອກ​ແບບໂຄງການຊົນ​ລະ​ກະ​ເສດ​ປະຕູ​ນ້ຳ​ປ່ອງ 5​ ​ໃຕ້ທາງ​ລະ ບາຍ​ນ້ຳ​ເຂື່ອນ​ໄຟຟ້າ​ນ້ຳຕົກນ້ຳ​ເທີນ 2 ເມືອງ​ມະຫາ​ໄຊ ​ແຂວງ​ຄຳ​ມ່ວນ​ໃນເນ​ື້ອທີ 151 ເຮັກຕາ;​​ໄດ້​ປະສານ​ສົມທົບ​ກັບ​ອົງການ​ປົກຄອງ​ທ້ອງ​ຖິ່ນ ແຂວງ​ຄຳ​ມ່ວນ ແລະ ​ແຂວງ​ສະຫວັນ​ນະ​ເຂດກ່ຽວ​ກັບ​ການ​ຍ້າຍ​ຕູ້​ບັງ​ຂັບ​ໄຟຟ້າ​ຊົນລະປະທານ​ ພູ​ເຮືອ ຊາວ​ວາ, ​ໄປ​ຊ່ວຍ​ຕິດ​ຕັ້ງຢູ່​ສະ ຖານ​ນີວັງ​ວຽງ​, ເມືອງ​ເຊ​ບັ້ງ​ໄຟ ​ແຂວງ​ຄຳ​ມ່ວນ​ ທີ່​ຖືກ​ໄຟ​ໄໝ້ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຜະລິດ​ໃຫ້​ເປັນ​ປົກກະຕິ.

No comments:

Post a Comment