ໃນໄລຍະທີ່ຜ່ານມາ ເຖິງແມ່ນວ່າພັກ ແລະ
ລັດຖະບານໄດ້ວາງແນວທາງນະໂຍບາຍໃນການສ້າງ ແລະ ຄຸ້ມຄອງແຮງງານລາວໃຫ້ກາຍເປັນນາຍຊ່າງທີ່ມີສີມືດີ,
ມີຄວາມຮູ້ຄວາມສາ ມາດ ແລະ ສາມາດເຊື່ອມໂຍງເຂົ້າກັບສາກົນໄດ້ເທື່ອລະກ້າວ
ແລະ ມີຄວາມຕັ້ງໜ້າປະກອບ ສ່ວນເຂົ້າໃນການສ້າງສາເສດ ຖະກິດຂອງຊາດໃຫ້ມີຄວາມເຂັ້ມແຂງ,
ໂດຍມອບໃຫ້ຂະແໜງແຮງງານສະຫວັດດີການສັງຄົມ ສົມທົບກັບອົງການກຳມະບານລາວເປັນຜູ້ຕິດຕາມກວດກາ, ຄຸ້ມຄອງທາງດ້ານມະຫາພາກ, ພ້ອມທັງໄດ້ວາງນິຕິກຳຕ່າງໆ
ເຂົ້າໃນການຄຸ້ມຄອງຢ່າງຖືກຕ້ອງຕາມລະບຽບກົດໝາຍ. ແຕ່ມາຮອດດຽວນີ້, ບັນຫາການຄຸ້ມຄອງແຮງງານລາວຍັງບໍ່ທັນໄດ້ດີເທົ່າທີ່ຄວນ,
ແຮງງານລາວເປັນຈຳນວນບໍ່ໜ້ອຍຍັງຖືກເອົາລັດເອົາປຽບຈາກພວກນາຍຈ້າງ ກໍຄືຜູ້ໃຊ້ແຮງງານຢູ່ຕາມໂຮງຈັກ,
ໂຮງງານ ແລະ ຫົວໜ່ວຍທຸລະກິດຕ່າງໆ, ສ່ວນໃຫຍ່ແມ່ນຢູ່ໃນໂຄງການການລົງທຶນຂອງຕ່າງປະເທດ,
ໄດ້ເກີດມີຫາງ ສຽງຈົ່ມວ່າຈາກຖັນແຖວກຳມະ ກອນຢ່າງກ້ວາງຂວາງໂດຍສະເພາະທາງດ້ານຄ່າແຮງງານ
ລັດຖະບານໄດ້ມອບໃຫ້ພວກສ່ວນກ່ຽວຂ້ອງວາງລະບຽບກົດ ໝາຍໃຫ້ເບີກຈ່າຍຄ່າແຮງງານພື້ນຖານຂອງກຳມະກອນຕ່ຳສຸດ
626.000 ກີບ/ເດືອນ, ໂດຍບໍ່ນັບຄ່າເຮັດວຽກເກີນເວລາ, ຄ່າການຜະລິດ ແລະ ອື່ນໆ.
ແຕ່ມາເບີ່ງການເບີກຈ່າຍຕົວຈິງໝົດເດືອນມາເຫັນວ່າເງິນແຮງງານທີ່ຕົນເຮັດຈະບໍ່ໄດ້ພໍເທົ່າໃດ,
ພວກນາຍຈ້າງຈະຄິດໄລ່ໃນກໍລະນີຂາດການຈະມີເຫດຜົນຫລືບໍ່ມີເຫດຜົນເຂົາເຈົ້າຕ້ອງໄດ້ຕັດເງິນຄ່າແຮງງານອອກຢ່າງໜ້ອຍຈະຕົກເປັນ
1 ແສນກີບ/ວັນ, ຄຽງຄູ່ກັນນັ້ນໂຮງຈັກໂຮງງານຫລາຍແຫ່ງຍັງຂາດການວາງນະໂຍບາຍອຸດໝູນໃນເວລາເຈັບເປັນ,
ເກີດລູກ ແລະ ອື່ນໆ, ເພື່ອນຳໃຊ້ເຂົ້າໃນການປີ່ນປົວສຸຂະພາບຂອງຜູ້ຖືກໃຊ້ແຮງງານ
ທີ່ລະບຽບກົດໝາຍແຮງງານໄດ້ມີການກຳນົດໄວ້ແລ້ວຢ່າງຈະແຈ້ງ. ແຕ່ບັນຫາສຳຄັນພັດຂາດການຄຸ້ມຄອງ,
ກວດກາຈາກພວກສ່ວນກ່ຽວຂ້ອງຈິ່ງສົ່ງຜົນເຮັດໃຫ້ລະບຽບການດັ່ງກ່າວຖືກປ່ອຍປະລະເລີຍ
ແລະ ບໍ່ມີຜົນສັກ ສິດເທົ່າທີ່ຄວນ, ເຮັດໃຫ້ຖັນແຖວຊາວຜູ້ອອກແຮງງານລາວເສຍ
ປຽບ. ດັ່ງນັ້ນໃນໂອກາດວັນກຳ ມະກອນສາກົນນີ້, ຊາວຜູ້ອອກແຮງງານລາວຈິ່ງສະເໜີພາກ
ສ່ວນກ່ຽວຂ້ອງທົບທວນຄືນບັນຫາດັ່ງກ່າວຢ່າງເຂັ້ມງວດ ແລະ ເອົາໃຈໃສ່ໃນການພັດທະນາສີມືແຮງງານລາວໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ.

No comments:
Post a Comment