Ad

Ad

7 May 2014

ກຽມທ່ຽວບຸນບັ້ງໄຟ



     ພໍເລີ່ມເຂົ້າສູູ່ເດືອນ 6 ລາວ (ເດືອນ 5 ໂລກຂອງທຸກໆປີ) ຫຼາຍທ້ອງຖິ່ນໃນປະ ເທດເຮົາແມ່ນຈະ ເລີ່ມຈັດງານບຸນບັ້ງໄຟ ອັນເປັນບຸນປະເພນີໜຶ່ງທີ່ຊາວລາວເຮົາ ເຄີຍປະຕິບັດກັນມາແຕ່ບູຮານນະ ການທີ່ກຳນົດໄວ້ໃນຮີດ 12 ຄອງ 14 ຂອງລາວ ເຮົາ ເຊິ່ງພໍຮອດເວ ລານັ້ນຊາວພຸດ ແລະ ສາສະນິກາ ຊົນທ້ອງຖິ່ນຕ່າງໆສາມັກ ຄີກັນ ເຮັດບັ້ງໄຟຫຼາຍຂະໜາດ ເພື່ອຈະນຳໄປຈູດ ບູຊາເທວະດາຟ້າແຖນ ເພື່ອຂໍຟ້າ ຂໍຝົນຊ່ວຍເຮັດໃຫ້ການ ທຳມາຫາກິນມີຄວາມອຸດົມສົມ ບູນປາສະຈາກໄປດ້ວຍ ໄພແລ້ງ, ນ້ຳຖ້ວມ ແລະ ສັດຕູພືດທຳລາຍ, ຂໍໃຫ້ຝົນຕົກຖືກຕາມລະດູການ ຫຼື ຈະເອີ້ນວ່າ: ເປັນການຖວາຍຂໍຟ້າຂໍຝົນຈາກເທວະ ດາມະເຫຫຼັກເມືອງຕາມຄວາມເຊື່ອຖືກັນມາ ແລະ ຂໍໃຫ້ບ້ານເມືອງ ຢູ່ເຢັນເປັນສຸກ.
      ຕາມການບອກເລົ່າຂອງເຖົ້າ ແກ່ອາວຸໂສວ່າ: ກ່ອນຈະເຮັດບຸນ ບັ້ງໄຟໃນແຕ່ລະບ້ານ ເພິ່ນຈະຕັ້ງ ຄະນະກຳມະການໜຶ່ງ ຂຶ້ເພື່ອຮັບຜິດຊອບງານບຸນດັ່ງກ່າວເພື່ອ ຈະໄດ້ຮຽກເຊີນເອົາບ້ານຕ່າງໆ ເຂົ້າຮ່ວມ, ແລ້ວຈະມີການກະ ກຽມເຂົ້າປາອາຫານ, ກະ ກຽມກະຕິກາ ແລະ ລະບຽບການ ຕ່າງໆ ພ້ອມກຽມລາງວັນ ເພື່ອ ໄວ້ເປັນການຍ້ອງຍໍສັນສະເສີນ ບັ້ງໄຟຜູ້ໃດຂຶ້ນສູງ,
ຂຶ້ນດີ, ຂຶ້ນງາມການເຮັດບັ້ງໄຟສ່ວນຫຼາຍ ແມ່ນຈະນຳເອົາໄມ້ໄຜ່ ຫຼື ທໍ່ຢາງ ເຮັດກໍໄດ້້ ແຕ່ຕາມປົກກະຕິແລ້ວ ແມ່ນຈະໃຊ້ແຕ່ ໄມ້ໄຜ່ ເຮັດເທົ່ານັ້ນ, ພ້ອມນັ້ນກໍຈະມີຂະບວນແຫ່ ຫຼື ເອີ້ນກັນວ່າ: ເຊີ້ງບັ້ງໄຟ, ພວກ ເຂົາຈະຕົບແຕ່ງໜ້າຕາ, ນຸ່ງເຄື່ອງ ເອ້ ຍ້ອງຕ່າງໆ ພ້ອມຈະຮ້ອງລຳ ທຳເພງດ້ວຍຄວາມເບີນບານມ່ວນຊືນໄປຕາມເສັ້ນທາງ ຫຼື ບ່ອນທີ່ຈະມີພິທີຈູດບັ້ງໄຟ ແລະ ເມື່ອຈູດບັ້ງໄຟ ບ້ານໃດບໍ່ຂຶ້ນນາຍຊ່າງຜູ້ເຮັດບັ້ງໄຟ ຫຼື ຜູ້ນຳຂະບວນຈະຖືກຫາມລົງອາບຂີ້ຕົມ ຫຼື ນ້ຳໜອງ ແລະ ຈະຖືກ ປັບໄໝດ້ວຍເຫຼົ້າສາໂທໂອໃຫຍ່.
       ຜູ້ເຖົ້າຜູ້ແກ່ເລົ່າວ່າ: ການເຮັດບຸນບັ້ງໄຟແບບແຕ່ກ່ອນແມ່ນ ບ້ານເຈົ້າພາບຈະຕ້ອງຮັບແຂກຜູ້ ມາຢາມດ້ວຍອາຫານການ ກິນ ພື້ນເມືອງເຊັ່ນ: ລາບ, ກ້ອຍ, ເຂົ້າ ປຸ້ນ, ເຂົ້າປາດ, ເຫຼົ້າສາໂທໂອ ໃຫຍ່ ແລະ ເຫຼົ້າຢາປາແປ້ງໃຫ້ ອີ່ມໜຳສຳລານ, ລ້ຽງ ເຫຼືອເກືອອີ່ມເພື່ອຄວາມອຸດົມສົມບູນຂອງ ລະດູການຜະລິດໃໝ່ທີ່ຈະມາ ເຖິງ, ສ່ວນການຈັດຕັ້ງບຸນແມ່ນ ຖືເອົາວັນວິຊາຂະ ບູຊາ ເດືອນ 6 ລາວເປັນເດືອນເຮັດບຸນບັ້ງໄຟ, ບ່ອນບໍ່ມີເງື່ອນໄຂກໍເຮັດພໍເປັນ ຮີດເປັນຄອງເທົ່ານັ້ນ, ສ່ວນການ ຈັດຕັ້ງບຸນບັ້ງ ໄຟ ໃນປັດຈຸບັນຈະເຮັດໃຫຍ່, ເຮັດນ້ອຍໄດ້ນັ້ນແມ່ນ ຂຶ້ນກັບອົງການປົກຄອງບ້ານ ເປັນຜູ້ພິຈາລະນາ ເນື່ອງຈາກວ່າ ໃນປັດ ຈຸບັນນີ້ ການຂະຫຍາຍຕົວ ຂອງຊຸມຊົນຫຼາຍຂຶ້ນ, ເນື້ອທີ່ຈູດບັ້ງໄຟພັດຈຳກັດ, ບໍ່ສາມາດບັ້ງ ຄັບໄດ້ ຈຶ່ງຕ້ອງໄດ້ມີການລະມັດ ລະ ວັງຄວາມປອດໄພ, ພ້ອມນັ້ນ ກໍຕ້ອງລະວັງບໍ່ໃຫ້ຖືກເສັ້ນທາງ ເດີນຂອງສາຍການບິນຕ່າງໆນຳອີກ, ແຕ່ສິ່ງສຳຄັນຕ້ອງສະ ເຫຼີມ ສະຫຼອງມ່ວນຊື່ນຢູ່ໃນຄວາມ ເໝາະສົມ, ຮັກສາຮີດຄອງປະເພ ນີ, ມີຄວາມສະຫງົບປອດໄພ ໃຫ້ ສົມກັບເປັນບຸນ ປະເພ ນີອັນດີງາມຂອງຊາດລາວເຮົາ, ສ່ວນການ ຜະລິດບັ້ງໄຟ ໂດຍປົກກະຕິແລ້ວ ເພິ່ນຕຳໝື້ ຫຼື ຂີ້ເຈຍໃສ່ບັ້ງໄມ້ໄຜ່ຂະ ໜາດຕ່າງໆ ເຊັ່ນ: ຂະໜາດນ້ອຍເພິ່ນເອີ້ນວ່າບັ້ງໄຟໝື່ນ, ຂະໜາດກາງແມ່ນບັ້ງໄຟແສນ ແລະຂະໜາດໃຫຍ່ສຸດ ແມ່ນບັ້ງໄຟ ລ້ານ ເມື່ອເຮັດ ສຳເລັດແລ້ວ ເພິ່ນກໍຈະນຳໄປປະດັບເອ້ໃຫ້ ງົດງາມແລ້ວ ຈຶ່ງນຳໄປຈູດຕາມກຳນົດ, ຊື່ຂອງບັ້ງໄປກໍແຕກຕ່າງ ກັນເຊັ່ນ: ບັ້ງໄຟ ຈີນາຍ, ບັ້ງໄຟ ຕະໄລ, ບັ້ງໄຟພຸ, ບັ້ງໄຟກົງ, ບັ້ງໄຟດອກໄວ້ຈູດໃນເທດສະການບຸນປະເພນີຕ່າງໆ, ສ່ວນ ບັ້ງໄປຫາງ ຫຼື ບັ້ງໄປ ໝື່ນ, ບັ້ງໄຟແສນ ແມ່ນຈູດຖວາຍບູຊາ ເພື່ອຂໍຟ້າຂໍຝົນຕາມຄວາມເຊື່ອຖືທີ່ໄດ້ປະຕິບັດກັນມາແຕ່ບູ ຮານນະການ, ເພິ່ນຈະ ຈັດຕັ້ງຕ່າງຫາກ ແລະ ເອີ້ນວ່າ: ບຸນບັ້ງໄຟປະຈຳປີ, ສ່ວນບັ້ງໄຟລ້ານທີ່ຄົນສະໄໜປັດຈຸບັນນິຍົມເຮັດ ນັ້ນແມ່ນບໍ່ໄດ້ບອກໄວ້ ໃນປະເພນີ, ແຕ່ຖ້າຫາກຈູດກໍອາດຈະເຮັດໃຫ້ເກີດອັນຕະລາຍກໍເປັນໄດ້ ເພາະມັນມີຂະໜາດໃຫຍ່ ຫຼາຍ. ດັ່ງນັ້ນ ສ່ວນຫຼາຍ ແມ່ນເພິ່ນຈະເອົາໄວ້ແຫ່ເພື່ອຄວາມງົດງາມເທົ່ານັ້ນ.

No comments:

Post a Comment