Ad

Ad

7 May 2014

ສານນະຄອນຫຼວງ ຕັດອິດສະຫຼະພາບຈຳຄຸກຜູ້ລັກຊັບພົນລະເມືອງ



          ໃນວັນທີ 6 ພຶດສະພາ ນີ້ ສານປະຊາຊົນ ນະຄອນຫຼວງ ວຽງຈັນໄດ້ລົງໂທດ ຕັດອິດສະ ຫຼະພາບກຸ່ມໄວລຸ້ນ 4 ຄົນ ຄື: ທ້າວ ບຸນຈັນ ອາຍຸ 27 ປີ ອາຊີບ ກຳມະກອນ ຢູ່ບ້ານດອນດູ່, ທ້າວ ຮີໂນ່ ອາຍຸ 20 ປີ ອາຊີບ ກຳມະ ກອນ ຢູ່ບ້ານດອນດູ່ ເມືອງຫາດຊາຍ ຟອງນະຄອນຫຼວງ ວຽງຈັນ, ທ້າວ ແສງເພັດ ອາຍຸ 24 ປີ ຢູ່ບ້ານດົງສະຫວາດ ເມືອງ ສີສັດ ຕະນາກ  ແລະ ທ້າວ ວົງກົດ ອາຍຸ 24 ປີ ຢູ່ບ້ານ ດອນດູ່ ເມືອງ ຫາດຊາຍຟອງ ນະຄອນ ຫຼວງ ວຽງຈັນ ທັງ 4 ຕົກເປັນຈຳເລີຍ ໃນສະຖານ ລັກຊັບພົນລະເມືອງ ຊຶ່ງຜ່ານການສືບ ສວນ-ສອບ ສວນ ໃນກອງປະຊຸມສານ ໃຫ້ ການຮັບສາລະພາບວ່າ: ທັງສີ່ ແມ່ນເປັນໝູ່ ເພື່ອນກັນ ແລະ ຮ່ວມກັນເສບຢາບ້າມາແຕ່ປີ 2000, ຊຶ່ງໃນວັນທີ 25 ເມສາ 2013 ທ້າວ ບຸນຈັນ ແລະ ທ້າວ ວົງກົດ ໄດ້ພາ ກັນໄປລັກເອົາແບ້ ຂອງປະຊາຊົນ ຢູ່ເຂດບ້ານດອນກອຍ ແລ້ວນຳໄປຂາຍຢູ່ຮ້ານປີ້ງແບ້ ເຂດບ້ານໜອງທາ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາ ດຳເນີນຄະດີ.
    ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ບົດສຳນວນ ຄະດີເຫັນວ່າມີຫຼັກຖານຮັດກຸມ ໜັກແໜ້ນ ແລະ ພຽງພໍຢັ້ງຢືນ ວ່າ ທ້າວ ບຸນຈັນ, ທ້າວ ແສງເພັດ ແລະ ທ້າວ ວົງກົດ ແມ່ນໄດ້ກະ ທຳຜິດຕໍ່ກົດໝາຍອາຍາໃນສະ ຖານລັກຊັບພົນລະເມືອງ ຕາມມາດຕາ 119 ແລະ ທ້າວ ຮີໂນ້ ແມ່ນ ໄດ້ກະທຳຜິດຕໍ່ກົດໝາຍອາຍາ ໃນສະຖານລັກຊັບພົນລະເມືອງ ແລະ ມີຢາເສບ
ຕິດໄວ້ໃນຄອບ ຄອງເພື່ອເສບຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 119 ແລະ ມາດ ຕາ 2 ຂໍ້ 7 ວັກ 3 ຊຶ່ງການກະທຳ ຜິດຂອງ ພວກຈຳເລີຍໄດ້ສະ ແດງອອກຄື:  ໃນໄລຍະເດືອນ ເມສາ 2013 ທ້າວ ບຸນຈັນ ໄດ້ ເຄື່ອນໄຫວລັກຊັບຂອງພົນລະເມືອງ ຮ່ວມ ກັບ ທ້າວ ຮີໂນ່, ທ້າວ ແສງເພັດ ແລະ ທ້າວ ວົງ ກົດ ຈຳນວນ 3 ຄັ້ງຄື: ຢູ່ເຂດ ບ້ານ ສ້າງເຫວີຍ, ບ້ານ ດອນກອຍ ແລະ ບ້ານ ດົງໂພນເລົາ ໄດ້ແບ້ຈຳນວນ 3 ໂຕ, ໄປຂາຍ ເພື່ອໄດ້ເງິນມາຊື້ຢາບ້າມາເສບ ແລະ ຊຶ່ງການກະທຳດັ່ງກ່າວ ພວກ ກ່ຽວກໍໄດ້ຮັບສາລະພາບ ວ່າໄດ້ເຄື່ອນໄຫວລັກຊັບພົນລະ ເມືອງແທ້, ສະນັ້ນ ສາ ຈຶ່ງໄດ້ ລົງໂທດຕັດອິດສະຫຼະພາບຈຳ ເລີຍ ທັງ 4 ຄື: ທ້າວ ບຸນຈັນ ຕັດ ອິດສະຫຼະພາບຈຳຄຸກ 3 ປີ 6 ເດືອນ, ທ້າວ ຮີໂລ ຕັດອິດສະຫຼະ ພາບຈຳຄຸກ 3 ປີ, ສ່ວນ ທ້າວ ແສງເພັດ ແລະ ທ້າວ ວົງກົດ ແມ່ນຕັດອິດສະຫຼະພາບຈຳຄຸກ 1 ປີ 1 ເດືອນ.
          ຂ່າວໃຫ້ຮູ້ອີກວ່າ: ພາຍ ຫຼັງມີການຕິດຕາມເຄື່ອນໄຫວ ມາໄລຍະໜຶ່ງ ເມື່ອທ້າຍເດືອນ ເມສາຜ່ານມາ, ເຈົ້າໜ້າທີ່ສະ ກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ນຳກຳລັງເຂົ້າກວດຄົ້ນເຮືອນເປົ້າໝາຍຂາຍຢາເສບຕິດຫຼັງ ໜຶ່ງ ຢູ່ເມືອງ ດັ່ງກ່າວພົບຢາບ້າ 1 ພັນກວ່າເມັດ ແລະ ກັກຕົວ ທ້າວ ບຸນຖຳ ອາຍຸ 26 ປີ ທີ່ຮັບ ສາລະພາບວ່າ: ຢາທັງໝົດເປັນ ຂອງຕົນທີ່ໄດ້ຊື້ມານຳຂະບວນ ການຄ້າຂາຍຢາເສບຕິດພາຍໃນເມືອງ, ເພື່ອຈຳໜ່າຍໃຫ້ໄວລຸ້ນ ໃນເຂດບ້ານໂພນແຮ່ ແລະ ບ້ານໃກ້ຄຽງ. ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ບຸນຖຳ ໄດ້ເຄື່ອນໄຫວຄ້າ ຢາຂາຍເສບຕິດມາແຕ່ປີ 2005 ແລະ ຖືກເຈົ້າໜ້າທີ່ກັກຕົວ ໄດ້ເມື່ອທ້າຍເດືອນເມສານີ້.

No comments:

Post a Comment