ທ່ານຫົວໜ້າດ່ານພາສີສາກົນຂົວມິດຕະພາບແຫ່ງທີ
I ວຽງຈັນ-ໜອງຄາຍ ໄດ້ໃຫ້ສຳພາດກັບນັກຂ່າວໜັງສືພິມ ລາວພັດ ທະນາ ໃນວັນທີ
6 ພຶດສະພານີ້ ວ່າ: ພາຍຫລັງລັດຖະບານ ກໍຄືກະຊວງການເງິນ ໄດ້ວາງໂຕເລກການຈັດເກັບລາຍຮັບຂອງພາກສີເຂດ
V ເຂົ້າງົບປະມານ ໃນສົກປີ 2013-2014 ໃຫ້ໄດ້ 2.775 ຕື້ ກວ່າກີບ ກວມປະມານ 54,72% ຂອງລາຍຮັບພາສີທົ່ວປະເທດ
ແລະ ເພີ່ມຂຶ້ ນປະມານ 20% ຖ້າທຽບໃສ່ສົກປີ 2012- 2013 ຜ່ານມາ ໃນນີ້ສະເພາະດ່ານພາສີສາກົນຂົວມິດຕະພາບແຫ່ງທີ
I ເຊິ່ງຂຶ້ນກັບພາສີເຂດ V ໄດ້ຮັບມອບໝາຍໃຫ້ຈັດເກັບລາຍຮັບໃຫ້ໄດ້ເຖິງ
2.700 ຕື້ ກວ່າກີບ ແລະ ຜ່ານການຈັດຕັ້ງ ປະຕິບັດຕົວຈິງໃນ 6 ເດືອນຕົ້ນ ສົກປີ
2013-2014 ໄດ້ 1.245 ຕື້ ກວ່າກີບ ເທົ່າກັບ 46% ຂອງແຜນການ ໂດຍລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກການນຳເຂົ້າ
ພາຫະນະ, ນ້ຳມັນເຊື້ອໄຟ, ວັດສະດຸກໍ່ສ້າງ ແລະ ອື່ນໆ. ແຕ່ແນວໃດກໍຕາມ, ທ່ານຫົວໜ້າທ່ານພາສີດັ່ງກ່າວ
ໃຫ້ຮູ້ຕື່ມວ່າ: ສາເຫດທີ່ເຮັດໃຫ້
ການເກັບລາຍຮັບໃນ 6 ເດືອນຕົ້ນປີນີ້ຫລຸດແຜນເລັກໜ້ອຍນັ້ນ
ແມ່ນມີບັນ ຫາມາຈາກສະພາບການນຳເຂົ້າ ສິນຄ້າບາງປະເພດຫລຸດລົງໂດຍສະເພາະພາຫະນະ
ຍ້ອນຄວາມອາດສາມາດຊື້ຂອງສັງຄົມມີການອີ່ມຕົວ, ແລະ ຜູ້ປະກອບການຈຳນວນໜຶ່ງຂາດສະພາບຄ່ອງດ້ານການເງິນ.
ແຕ່ເຖິງຢ່າງໃດກໍຕາມ, ດ່ານພວກເຮົາຈະພະຍາຍາມສູ້ຊົນຈັດຕັ້ງປະ ຕິບັດການເກັບລາຍຮັບໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານວາງໄວ້.

No comments:
Post a Comment