ການຜະລິດກະສິກຳປອດສານພິດເປັນສິນຄ້າແມ່ນໜຶ່ງໃນເປົ້າໝາຍສຳ ຄັນຕົ້ນຕໍຂອງລັດ
ຖະບານໂດຍມອບໃຫ້ກະ ຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຮັບ ຜິດຊອບໃນການຈັດຕັ້ງປະຕິບັດຕົວຈິງ,
ຊຶ່ງກະສິກອນລາວຢູ່ຫລາຍທ້ອງຖິ່ນໄດ້ເສີມຂະຫຍາຍຫົວຄິດປະດິດສ້າງຂອງຕົນພາກັນປູກພຶດດັ່ງກ່າວເພື່ອ
ສ້າງເສດຖະ ກິດຄອບຄົວ ແລະ ກ້າວສູ່ການຜະລິດເປັນ ສິນຄ້າ ສ້າງລາຍຮັບໃຫ້ຫລາຍຂື້ນ
ແລະ ເຫັນວ່າ ປັດຈຸບັນຜົນຜະລິດພືດ ດັ່ງກ່າວເປັນສິ່ງຕ້ອງການຢ່າງກວ້າງຂວາງຂອງຜູ້ບໍລິໂພກບໍ່ວ່າຈະຢູ່ພາຍໃນ
ແລະ ຕ່າງປະເທດ ແຕ່ການປູກພືດປະເພດນີ້ຍັງຢູ່ໃນຂອບເຂດຈຳກັດ ແລະ ບໍ່ທັນໄດ້ຮັບການສົ່ງເສີມຢ່າງເອົາຈິ່ງເອົາຈັງຈາກພາກສ່ວນກ່ຽວ
ຂ້ອງໂດຍສ່ວນໃຫຍ່ຈະແມ່ນຄວາມຕື່ນຕົວຂອງກະສິກອນເອງເຂົ້າໃນການປູກພືດກະສິກຳປອດສານພິດ
ເພື່ອປ້ອນຕະຫລາດຢູ່ແຕ່ລະທ້ອງຖິ່ນ.
ຕາມການລົງຕິດຕາມການຈຳໜ່າຍສິນຄ້າດັ່ງກ່າວຂອງວິຊາການກະຊວງກະສິກຳ
ທີ່ຊາວຄ້າຂາຍນຳມາຂາຍຢູ່ຕະ ຫລາດນັດເດີ່ນພະທາດຫລວງ ເມືອງໄຊເສດຖາ ໃນລະຫວ່າງເດືອນເມສາຜ່ານມາມີຈຳນວນ
8 ຄັ້ງໃນນັ້ນ, ມີພືດຜັກອິນຊີ
13 ພັນ ກວ່າກິໂລ, ໝາກໄມ້ 2 ພັນກ່ວາກິໂລ, ເຫັດ
1 ພັນກ່ວາກິໂລ, ໜໍ່ໄມ້ຝຮັ່ງ, ສາລີ, ເຂົ້າອິນຊີ ແລະ ເຄື່ອງປຸງແຕ່ງອື່ນໆກວ່າ
200 ລາຍການ ລວມມູນຄ່າລາຍຮັບປະມານ 200 ລ້ານກວ່າກີບ ແລະ ຂະນະທີ່ຊາວຄ້າຂາຍໄດ້ນຳມາຈຳໜ່າຍຢູ່ສວນເຈົ້າຟ້າງຸ່ມ
ໄລ ຍະເດືອນຜ່ານມາ ຈຳນວນ 4 ຄັ້ງ ໃນນັ້ນ, ມີພຶດຜັກອິນຊີ 5 ພັນ ກວ່າກິໂລ, ໝາກໄມ້
1 ພັນກວ່າ ກິໂລ, ເຂົ້າອິນຊີ 400 ກວ່າກິໂລ ແລະ ເຄື່ອງປຸງແຕ່ງ 100 ກວ່າ ລາຍການລວມມີລາຍຮັບປະ
ມານ 100 ລ້ານກວ່າກີບ. ຕາມການບອກເລົ່າຈາກແມ່ຄ້າຂາຍຜັກອິນຊີຢູ່ເດີ່ນພະທາດຫລວງໃຫ້ຮູ້ວ່າ:
ພືດຜັກທີ່ເຂົາເຈົ້ານຳມາຈຳໜ່າຍສ່ວນໃຫຍ່ແມ່ນໄດ້ຮັບການເກັບຊື້ຈາກຊາວສວນຢູ່ຕາມຕົວເມືອງອ້ອມຂ້າງນະ
ຄອນຫລວງວຽງຈັນ ແລະ ແຂວງວຽງຈັນ ທີ່ພາກັນປູກດ້ວຍການໃສ່ຝຸ່ນທຳມະຊາດປາ ສະຈາກປຸ່ຍເຄມີຕ່າງໆ.
ການປູກພືດຜັກປອດສານພິດ ຖ້າຫາກມີການຈັດຕັ້ງປະຕິບັດໃຫ້ຖືກຕາມຫລັກວິທະຍາ
ສາດ, ມີການຊຸກຍູ້ຈາກພາກສ່ວນກ່ຽວຂ້ອງຢ່າງໃກ້ຊິດຊາວສວນຍິ່ງຈະເປັນຂະບວນກວ້າງຂວາງ
ສາມາດນຳໄປເປັນສິນຄ້າທີ່ມີລາຍໄດ້ດີ.
ຂ່າວໃຫ້ຮູ້ຕື່ມວ່າ: ໄລຍະເດືອນເມສາຜ່ານມາ
ນັບວ່າເປັນຄັ້ງທຳອິດທີ່ນັກທຸລະກິດຊາວຈີນເຂົ້າມາລົງທຶນທາງດ້ານກະສິກຳ
ດ້ວຍການປູກໝາກໂມ ຢູ່ເມືອງສິງ ແຂວງຫລວງນ້ຳທາ ແລະ ໄດ້ທຳການເກັບກູ້ຜົນລະປູກດັ່ງ
ກ່າວສົ່ງໄປຍັງປະເທດຈີນເພື່ອຂາຍເປັນສິນຄ້າໃນປີທຳອິດຈຳ ນວນ 360 ໂຕນ ໃນລາຄາໂຕນລະ
375 ໂດລາສະຫະລັດ, ຄາດວ່າໃນປີຕໍ່ໄປສິນຄ້າປະເພດດັ່ງ ກ່າວຈະໄດ້ສືບຕໍ່ສົ່ງອອກຈຳ
ໜ່າຍໄດ້ຫລາຍກວ່າເກົ່າ.

No comments:
Post a Comment