Ad

Ad

7 May 2014

ການຜະລິດກະແສໄຟຟ້າເພີ່ມຂຶ້ນ 17,44%



       ຂະແໜງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີນີ້ການຜະ ລິດກະແສ ໄຟຟ້າຂອງປະເທດເຮົາສາມາດ ປະຕິບັດໄດ້ຫຼາຍກວ່າ 7.196 ກິ ກາ ວັດໂມງ, ເທົ່າກັບ 47,24% ຂອງແຜນການປີວາງໄວ້ ແລະ ທຽບໃສ່ໄລຍະດຽວ ກັນ ຂອງປີຜ່ານມາເພີ່ມຂື້ນ 17,44%​ ແລະ ຄາດວ່າຈະສືບຕໍ່ຂະຫຍາຍຕົວ ໃນລະ ດັບ 55%, ເນື່ອງຈາກມີ ຫຼາຍເຂື່ອນທີ່ກຳລັງ ກໍ່ສ້າງ ຈະສາມາດເປີດການຜະລິດ ໄດ້ແລ້ວ ເປັນຕົ້ນເຂື່ອນໄຟຟ້າເຊກະໝານດຜົນຜະລິດດັ່ງກ່າວໄດ້ຈຳໜ່າຍໄປຕ່າງປະເທດ ໄດ້ຫຼາຍກວ່າ 5.590  ກິກາວັດ ໂມງ, ຕົກເປັນມູນຄ່າ 2,12  ພັນຕື້ກວ່າກີບ ແລະ ມາຮອດປັດຈຸບັນທົ່ວປະເທດໄດ້ຊົມໃຊ້ໄຟ ຟ້າແລ້ວ 87,58% ຂອງ ຄອບຄົວ.
       ປັດຈຸບັນປະເທດເຮົາມີແຫຼ່ງ ຜະລິດພະລັງງານໄຟຟ້າອີກ ຫຼາຍແຫຼ່ງທີ່ໄດ້ຮັບອະນຸຍາດໃຫ້ປະຕິບັນໂຄງການ ແລະ ໃນ ນັ້ນ ມີປະມານ 20 ໂຄງການທີ່ກຳລັງ ຢູ່ໃນຂັ້ນຕອນກໍ່ສ້າງ, ໃນນີ້ມີ 5 ໂຄງການໃກ້ຈະສຳເລັດແລ້ວ ເຊັ່ນ: ເຂື່ອນເຊນ້ຳນ້ອຍ ສຳເລັດແລ້ວ 99%, ເຂື່ອນນ້ຳງຽບ 3A ສຳເລັດແລ້ວ 98%, ໂຮງງານໄຟຟ້າຫົງສາລີກໄນ, ໂຄງ ການນ້ຳສະນາ ແລະ ຫ້ວຍ ສຳພັນໃຫຍ່ມີຄວາມຄີບໜ້າຫຼາຍກວ່າ 75% ແລ້ວ ແລະ ເມື່ອທຸກເຂື່ອນສ້າງສຳເລັດປະເທດຈະມີກຳລັງການຕິດຕັ້ງກະແສ ໄຟຟ້າເພີ່ມຂຶ້ນອີກ 5,243 ເມກະວັດ.

No comments:

Post a Comment