ກຳມາທິການເສດຖະກິດ-ແຜນການ ແລະ ການເງິນ, ກຳມາທິການກົດໝາຍ ສະພາແຫ່ງ
ຊາດ ແລະ ຄະນະກຳມະການ ແຫ່ງຊາດເພື່ອຄຸ້ມຄອງເຂດເສດ ຖະກິດພິເສດ ແລະ ສະເພາະ,
ໄດ້ ຈັດກອງປະຊຸມປຶກສາຫາລືການຕີຄວາມໝາຍດ້ານກົດ ໝາຍ ແລະ ແກ້ໄຂຂໍ້ຄົງຄ້າງຂອງເຂດເສດຖະກິດສະເພາະບຶງທາດ
ຫລວງ ໃນວັນທີ 6 ພຶດສະພານີ້ຢູ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ.
ທ່ານ ດຣ ນາງ ສຸຸວັນເພັງ ບຸບຜານຸວົງ
ປະທານກຳມາທິ ການເສດຖະກິດ-ແຜນການ ແລະ ການເງິນ ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລືແກ້ໄຂບັນຫາທີ່ຄົງຄ້າງໃນການຈັດ
ຕັ້ງປະຕິບັດນະໂຍບາຍແຕ່ລະໄລ ຍະໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງ ຄົມ,
ສ້າງຂີດຄວາມສາມາດໃນການແຂ່ງຂັນໃຫ້ທັນກັບສະພາບການພາຍໃຕ້ບັນດານະໂຍບາຍທີ່ໄດ້ກຳນົດອອກໂດຍສະເພາະແມ່ນກົດໝາຍສົ່ງເສີມການລົງ
ທຶນ, ດຳລັດວ່າດ້ວຍເຂດເສດຖະ ກິດພິເສດ ແລະ ສະເພາະຂອງ ລາວ ລວມເຖິງນິຕິກຳອື່ນໆ
ຊຶ່ງຍັງມີບາງບັນຫາທີ່ຍັງບໍ່ທັນຈະແຈ້ງ ຈຶ່ງ
ຈຳເປັນຕ້ອງປຶກສາຫາລືເພື່ອຊອກຫາວິທີທາງແກ້ໄຂສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໂດຍສະເພາະການພິຈາລະນານະໂຍ
ບາຍຕ່າງໆໃນເຂດເສດ ຖະກິດສະເພາະບຶງທາດຫລວງທີ່ກຳລັງສຸມໃສ່ພັດທະນາພື້ນຖານໂຄງລ່າງ
ແລະ ກໍ່ສ້າງອະສັງຫາລິມະຊັບຈຳນວນໜຶ່ງຄື: ນະໂຍບາຍພັດທະນາອະສັງຫາລິມະຊັບ, ນະໂຍບາຍສຳລັບຜູ້ລົງທຶນລາຍຍ່ອຍໃນຂະແໜງອະສັງຫາລິມະຊັບໃນເຂດເສດຖະ
ກິດພິເສດ ແລະ ສະເພາະ, ການອອກວິຊາໄລຍະຍາວ, ການຈັດຕັ້ງວຽກງານ ປກສ ຢູ່ໃນເຂດ ແລະ
ການຄຸ້ມຄອງອາພາດເມັນ, ຊຶ່ງການ ຈັດຕັ້ງປະຕິບັດນະໂຍບາຍດັ່ງ ກ່າວແມ່ນການບຸກທະລຸດ້ານເສດຖະກິດຂອງພັກ
ແລະ ລັດ ຖະບານວາງອອກ ເພື່ອໃຫ້ສາ ມາດແຂ່ງຂັນກັບບັນດາປະເທດອ້ອມຂ້າງດ້ວຍການນຳໃຊ້ກົນໄກໃໝ່ຄື:
ຫົວໜ່ວຍບໍລິຫານນ້ອຍ-ສັງຄົມກວ້າງ ອັນໝາຍເຖິງການບໍລິຫານຄຸ້ມຄອງແບບໃໝ່ທາງດ້ານການບໍລິຫານຄຸ້ມຄອງລັດ
ແລະ ການດຳເນີນທຸລະກິດ, ເຊິ່ງເກີດຂຶ້ນໃນກົນໄກເສດຖະກິດຕະຫລາດຕາມບາດ ກ້າວບຸກທະລຸທາງດ້ານເສດຖະ
ກິດດ້ວຍການຫັນນະໂຍບາຍ 3 ສ້າງມາເປັນການປະດິດສ້າງໃນຂົງເຂດເສດຖະກິດໃນການເລັ່ງ
ລັດໃຫ້ມີການພັດທະນາໄວ, ນຳໃຊ້ກົດເກນແຂ່ງຂັນຜົນປະໂຫຍດ ແລະ ສິດເປັນເຈົ້າຂອງຕົນເອງບົນພື້ນຖານເອົາຫລັກການເສດ
ຖະກິດເປັນໃຈກາງສ້າງໃຫ້ມີລາຍຮັບຫລາຍເທົ່າທີ່ຈະຫລາຍໄດ້ເພື່ອສາມາດລ້ຽງກົງຈັກຂອງຕົນ
ແລະ ມອບເຂົ້າງົບປະມານແຫ່ງລັດ,ມີສິດ ແລະ ອຳນາດການລົງທຶນ ແລະ ບັນຫາອື່ນໆ ໃນຂົງເຂດຕົນດ້ວຍການນຳໃຊ້ກົນໄກການບໍລິຫານທີ່ມີໂຄງປະ
ກອບຈັດຕັ້ງທີ່ກະທັດຮັດໂດຍເນັ້ນໃສ່ການຫັນເປັນອຸດສາ ຫະກຳ ແລະ ທັນສະໄໝ,
ໂປ່ງໃສ,ຕັດສິນບັນຫາໄດ້ໄວ, ມີສິດໃນການພົວພັນ, ປະສານສົມທົບຕົກລົງກັບທຸກພາກສ່ວນທັງພາຍໃນ
ແລະ ຕ່າງປະເທດ ໂດຍຜ່ານຫ້ອງການບໍລິຫານປະຕູດຽວໄດ້ຮັບສິດທິພິເສດຈາກລັດຖະບານໂດຍປະຕິບັດຄຳຂວັນ
“ກ້າຄິດ, ກ້າປະດິດສ້າງ, ກ້າຫັນເປັນລະ ບຽບກົດໝາຍ, ກ້າຈັດຕັ້ງປະ ຕິບັດ ແລະ ກ້າຮັບຜິດຊອບ”.
ໂຄງການພັດທະນາເຂດເສດຖະກິດສະເພາະບຶງທາດ
ຫລວງມີເນື້ອທີ່ 365 ເຮັກຕາ ກວມເອົາ 6 ບ້ານຂອງເມືອງໄຊເສດຖາ ແລະ ເມືອງສີສັດຕະນາກຄື:
ບ້ານເມືອງນ້ອຍ, ໂນນຫວາຍ, ໂນນຄໍ້ເໜືອ, ໂພນທັນ,ໂພນປາເປົ້າ ແລະ ບ້ານດອນກອຍ
ຊຶ່ງການພັດທະນາຈະໃຊ້ງົບປະມານເຖິງ 12.800 ຕື້ກີບ ຫລື 1.600 ລ້ານໂດລາສະຫະລັດ
ແລະ ໂຄງການນີ້ຈະສຳເລັດລະ ຫວ່າງ 15-20 ປີ.
ກອງປະຊຸມດັ່ງກ່າວໂດຍ ການເປັນປະທານຂອງທ່ານ ດຣ.
ນາງ ສຸວັນເພັງ ບຸບຜານຸວົງ ປະທານກຳມາທິການເສດຖະ ກິດ-ແຜນ ການ ແລະ ການເງິນ, ທ່ານ
ສຈ ດາວວອນ ຫວ່າງວິຈິດ ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ແລະ ທ່ານນາງ ບຸນເພັງ
ມູນໂພໄຊ ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຮອງປະທານ, ຜູ້ປະຈຳການຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງເຂດເສດຖະກິດພິເສດ
ແລະ ສະເພາະ, ມີບັນດາທ່ານຮອງເຈົ້າຄອງນະຄອນຫລວງ, ບັນດາທ່ານລັດຖະມົນ ຕີຊ່ວຍວ່າການ,
ຫົວໜ້າກົມ, ຜູ້ພັດທະນາ, ສະພາບໍລິຫານເຂດເສດຖະກິດສະເພາະບຶງທາດຫລວງ ແລະ ພາກສ່ວນທີ່ກ່ຽວ
ຂ້ອງເຂົ້າຮ່ວມ.

No comments:
Post a Comment