ໃນວັນທີ 6 ພຶດສະພານີ້, ທ່ານ ທອງສິງ ທຳມະວົງ
ນາຍົກ ລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການພັດ ທະນາ ບຶງສາລາຄຳ ທີ່ມີເນື້ອທີ່
184 ເຮັກຕາກວມເອົາເຂດບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນໂອ ກາດນີ້
ທ່ານນາຍົກ ໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງ ຍໍຊົມເຊີຍມາຍັງບໍລິສັດ
ມິດຕະ ພາບ ພັດທະນາການກະເສດ ຈຳ ກັດ, ເຊິ່ງເປັນເຈົ້າຂອງໂຄງການດັ່ງກ່າວ ທີ່ໄດ້ປະຕິບັດຕາມແນວ
ທາງນະໂຍບາຍຂອງພັກ ດ້ວຍຫົວຄິດປະດິດສ້າງ ແລະ ຄວາມພະຍາຍາມໃນການສົ່ງເສີມການປູກຝັງ-ລ້ຽງສັດ
ແລະ ປູກພືດຜັກສະອາດ, ປອດສານພິດ ແລະ ໄດ້ ກາຍເປັນຕົວແບບທີ່ດີໃນດ້ານການປູກຝັງ-ລ້ຽງສັດ,
ສືບຕໍ່ປູກພືດຜັກສະອາດ ແລະ ປອດສານ ພິດກາຍເປັນບ່ອນຜະລິດ ແລະ ຈຳໜ່າຍຢູ່ຕະຫລາດພາຍໃນນະ
ຄອນຫລວງວຽງຈັນ. ທ່ານນາ ຍົກແນະນຳວ່າ: ເພື່ອສາມາດ ຂະຫຍາຍກິດຈະ
ການ ໃຫ້ກວ້າງຂວາງອອກໄປກ່ອນອື່ນຕ້ອງໄດ້ຕິດຕາມເບິ່ງຄວາມຕ້ອງການຂອງຕະຫລາດໃຫ້ດີ,
ພຶດຊະນິດໃດຂາຍໄດ້ລາຄາດີ, ລາຄາສູງ ເຮົາກໍຕ້ອງປູກພຶດຊະນິດນັ້ນ, ສົ່ງເສີມການລ້ຽງປາໃຫ້ຫລາຍຂຶ້ນ,
ໄປຄຽງຄູ່ກັນນີ້ ກໍຄວນປູກຕົ້ນໄມ້ໃຫ້ໝາກ, ໃບ, ດອກຊະນິດຕ່າງໆເປັນສິນຄ້າ
ແລະ ຕົ້ນໄມ້ປະດັບເພາະໃນຕໍ່ໜ້າຈະການເປັນແຫລ່ງທ່ອງທ່ຽວ ແລະ ພັກຜ່ອນ.
ທ່ານ ພູວົງ ກໍຣະສັກ ປະ ທານບໍລິສັດດັ່ງກ່າວໃຫ້ຮູ້ວ່າ:
ປັດຈຸບັນ ບໍລິສັດຂອງຕົນມີແຜນພັດທະນາເຂດດັ່ງກ່າວເປັນເຂດກະສິກຳສະອາດ ແລະ ປອດສານພິດ
ຕິດພັນກັບການທ່ອງ ທ່ຽວ ແລະ ເປັນເຂດສີຂຽວ ຂອງຕົວເມືອງ, ໂດຍຈະສ້າງເປັນບ່ອນເກັບນ້ຳສະອາດ
ເພື່ອສະໜອງນ້ຳໃຫ້ການປູກຝັງ ແລະ ລະບາຍນ້ຳໃນລະດູຝົນ ບໍ່ໃຫ້ເກີດນ້ຳຖ້ວມຂັງໃນບຶງສາລາຄຳ
ພ້ອມຈັດສັນໜອງລ້ຽງປາ, ສ້າງເຮືອນຮົມເພື່ ອປູກຜັກປອດສານພິດ, ປູກໄມ້ທຳມະຊາດ
ແລະ ສວນໄມ້ຢາພື້ນເມືອງ, ເປັນສະຖານທີ່ເພື່ອບໍລິການດ້ານການທ່ອງທ່ຽວກະສິກຳ,
ສ້າງເຮືອນຮັບແຂກ, ຮ້ານອາຫານ ເພື່ອບໍລິການນັກທ່ອງທ່ຽວ ແລະ ຕະຫລາດຂາຍຍົກກະສິກຳ
ຊຶ່ງເປັນບ່ອນເຕົ້າໂຮມສິນຄ້າກະສິ ກຳສະອາດທຸກປະເພດຄາດວ່າ ຈະມີມູນຄ່າການລົງທຶນປະມານ
40 ລ້ານກ່ວາໂດລາສະຫະລັດ ຫລືປະມານ 320 ຕື້ກວ່າກີບ ເພື່ອພັດທະນາບຶງສາລາຄຳ
ກໍຄືເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນໄດ້ມີໃບໜ້າໃໝ່, ມີຄວາມສວຍງາມ ແລະ
ມີສິ່ງແວດລ້ອມທີ່ດີ.

No comments:
Post a Comment