ໃນຄ່ຳຄືນຂອງວັນທີ 5 ພຶດ ສະພານີ້, ຢູ່ຫໍວັດທະນະທຳແຫ່ງຊາດ,
ນະຄອນ ຫລວງວຽງຈັນ ໄດ້ຈັດພິທີເປີດງານສັບ ປະດາສາຍຮູບເງົາຫວຽດນາມເພື່ອເປັນການສະເຫລີມສະຫລອງວັນປົດປ່ອຍບັ້ນຮົບດຽນບຽນຟູ
(7/5/1954-7/5/ 2014) ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ຂອງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ,
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງລາວ-ຫວຽດນາມ, ໂດຍການເຂົ້າຮ່ວມຂອງທ່ານ
ສະ ຫວັນຄອນ ຣາຊະມຸນຕີ ລັດຖະ ມົນຕີຊ່ວຍວ່າ ການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ, ທ່ານ ຫງວຽນ ແມັ້ງ ຮຸ່ງ ເອກອັກຄະລັດຖະທູດວິສາ ມັນ ຜູ້ມີອຳນາດເຕັມແຫ່ງ
ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ມວນຊົນຊາວນະຄອນ
ຫລວງວຽງຈັນເຂົ້າຮ່ວມຢ່າງຫລວງ ຫລາຍ.
ທ່ານ ສະຫວັນຄອນ ໄດ້ກ່າວຄຳເຫັນໃນພິທີວ່າ:
ໄຊຊະນະດຽນບຽນຟູ ແມ່ນໝາກຜົນຂອງການຕໍ່ສູ້ອັນພິລະອາດ ຊຶ່ງເຕັມໄປດ້ວຍຄວາມເສຍສະຫລະເລືອດເນື້ອຂອງກອງທັບ
ແລະ ປະຊາຊົນຫວຽດນາມ ອ້າຍນ້ອງພາຍໃຕ້ການນຳຂອງພັກຄອມມູນິດຫວຽດນາມ ນຳໂດຍ ປະ
ທານ ໂຮ່ຈິມິງ ຜູ້ຍິ່ງໃຫຍ່, ໃນນັ້ນ ປະຊາຊົນຊາວໂລກຕ່າງກໍຈົດຈຳຊື່ສຽງຂອງທ່ານນາຍພົນຜູ້ທີ່ເກັ່ງກ້າສາມາດນັ້ນກໍຄື
ທ່ານນາຍພົນ ຫວໍງວຽນຢາບ, ຊື່ງ ຊາວໂລກຍັງຄົງຈົດຈຳບຸນຄຸນ ແລະ ຊື່ສຽງຂອງທ່ານໄປຕະ
ຫລອດການ.
ທ່ານ ທູດ ຫວຽດນາມກໍໄດ້ມີຄຳເຫັນວ່າ:
ງານສັບປະດາ ຮູບເງົາຫວຽດນາມຢູ່ລາວໃນປີນີ້ ໄດ້ຮັບການຈັດຂື້ນກົງກັບໂອກາດສະເຫລີມສະຫລອງວັນ
ໄຊຊະນະ ດຽນບຽນຟູ ຄົບຮອບ 60 ປີ (7/5/1954-7/5/ 2014) , ຊຶ່ງແມ່ນໄຊຊະນະອັນສະຫງ່າອົງອາດແຫ່ງການຮ່ວມສຳພັນສູ້ຮົບຫວຽດນາມ-ລາວ,
ແມ່ນໄຊ ຊະນະລວມຂອງປະຊາຊົນ 3 ຊາດ ຫວຽດນາມ-ລາວ ແລະ ກຳປູເຈຍ, ຊຶ່ງໄດ້ລຶບລ້າງແຄວ້ນ
ອິນດູຈີນ ຫົວເມືອງຂຶ້ນ, ຮັບຮູ້ຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ
3 ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ປຸກລະດົມກຳລັງໃຈປະຊາຊາດທີ່ຖືກກົດຂີ່ຂູດຮີດລູກຮື້ຂຶ້ນທັບມ້າງລະບົບຫົວເມືອງຂຶ້ນໃນທົ່ວໂລກ,
ລົບລ້າງລັດທິລ່າເມືອງຂຶ້ນໄດ້ຢ່າງມີໄຊ.
ໃນງານສັບປະດາຮູບເງົາຢູ່ລາວຄັ້ງນີ້ຈະເລີ່ມແຕ່ວັນທີ
5-11 ພຶດສະພາ, ຢູ່ນະຄອນຫລວງວຽງຈັນ ແລະ ແຂວງສະ ຫວັນນະເຂດ, ໂດຍຈະຖ່າຍທອດຜ່ານຊ່ອງ
1 ແລະ 3 ຂອງສະຖານນີໂທລະພາບແຫ່ງຊາດລາວນຳອີກເພື່ອຈະແນະນຳມວນຊົນລາວ ໄຊຊະນະບັ້ນຮົບດຽນບຽນຟູ
ແລະ ການຮ່ວມສຳພັນສູ້ຮົບ ແບບພິເສດລະຫວ່າງສອງພັກສອງກອງທັບ ແລະ ປະຊາ ຊົນສອງຊາດລາວ-ຫວຽດນາມ
ຜ່ານຮູບເງົາ 5 ເລື່ອງຄື: ຜົວເມຍ ອາຝູ້, ທຸງສັນຍານ, ມານດາ, ດຽນບຽນຟູ, ດອກບານແດງ
ແລະ ຟີມເອກະສານ 3 ຊຸດຄື: ດຽນບຽນຟູ, ໄຊຊະນະດຽນ ບຽນຟູ, ຫລັກໝາຍຄຳດຽນ ບຽນຟູນຳອີກ.

No comments:
Post a Comment