ການປະຕິບັດວຽກງານສາມສ້າງທີ່ນອນຢູ່ໃນຄວາມຮັບ
ຜິດຊອບຂອງຂະແໜງກະສິກຳ ແລະ ປ່າໄມ້ເປັນຜູ້ດຳເນີນການ ມາຮອດປັດຈຸບັນ ວຽກສຳຄັນຕົ້ນຕໍສ່ວນໃຫຍ່
ເຫັນວ່າໄດ້ຮັບການຈັດຕັ້ງປະຕິບັດສຳເລັດໃນແຕ່ລະບາດກ້າວ, ໂດຍເລີ່ມຕັ້ງແຕ່ແຂວງ,
ເມືອງລົງສູ່ຮາກຖານຫົວໜ່ວຍການຜະລິດ ທີ່ນອນຢູ່ໃນເປົ້າໝາຍການເຮັດທົດລອງວຽກງານດັ່ງກ່າວຄື:
ສຳເລັດ ການຈັດພິມປື້ມກຳນົດຕຳແໜ່ງງານໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ສຳລັບ
51 ເມືອງ ທົດລອງສາມສ້າງໄດ້ສ້າງແຜນ ການເຄື່ອນໄຫວຊຸກຍູ້ວາງແຜນພັດທະນາກະສິກຳ
ແລະ ປ່າໄມ້ ຕາມທ່າແຮງຂອງບັນດາບ້ານເປົ້າໝາຍ, ສືບຕໍ່ຊຸກຍູ້ສ້າງຄອບ ຄົວຕົວແບບດ້ານການປູກ-ການລ້ຽງຕາມຂໍ້ຕົກລົງຂອງກະຊວງກະສິກຳ
ແລະ ປ່າໄມ້ ວ່າດ້ວຍມາດຕະຖານຄອບຄົວກະສິກຳ ແລະ ບ້ານພັດທະນາດ້ານກະ ສິກຳ ແລະ
ປ່າໄມ້, ພ້ອມນີ້ຍັງໄດ້ສຸມໃສ່ສືບຕໍ່ຊຸກຍູ້ແຜນພັດທະນາແຫລ່ງນ້ຳ, ເຊິ່ງເລີ່ມຈາກ
ໂຄງ
ການປວງຊົນຂະໜາດນ້ອຍ, ປະຊາຊົນເປັນເຈົ້າ ແລະ ດຶງດູດການເຂົ້າຮ່ວມຂອງຜູ້ປະກອບການລົງທຶນໃສ່ການຜະລິດກະ
ສິກຳເປັນສິນຄ້າຢູ່ບ້ານເປົ້າໝາຍໃຫ້ກາຍເປັນຮູບປະທຳຫລາຍຂື້ນ, ແນໃສ່ສ້າງຊົນນະບົດໃຫ້ມີໃບໜ້າໃໝ່ປະກອບ
ສ່ວນຢ່າງຕັ້ງໜ້າເຂົ້າໃນການປົວແປງຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

No comments:
Post a Comment