Ad

Ad

8 May 2014

ລົງໂທດໂຈນຊີງຊັບຕົວອັນຕະລາຍ



      ໃນວັນທີ 7 ພຶດສະພານີ້ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງໂທດຕັດອິດສະຫຼະ ພາບຈຳຄຸກ 8 ປີ ປັບໃໝເງິນ 11 ລ້ານ ກີບ ສຳລັບຜູ້ຕ້ອງໂທດຄື:  ທ້າວ ອານຸສອນ ອາຍຸ 30 ປີ ຫວ່າງ ງານ ຢູ່ບ້ານອານຸ ເມືອງຈັນທະບູລີ ນະຄອນຫຼວງວຽງ ຈັນ ໃນ ຂໍ້ຫາຍາດຊີງຊັບພົນລະ ເມືອງ ແລະ ຄ້າຂາຍຢາເສບຕິດ ຊຶ່ງຖືກ ເຈົ້າໜ້າທີ່ຈັບຕົວໄດ້ໃນວັນທີ 14 ກຸມພາ 2013.
         ຜູ້ຕ້ອງໂທດຮັບສາລະພາບ ວ່າ: ຜ່ານມາຕົນໄດ້ເຄື່ອນໄຫວ ຊີງຊັບຂອງພົນລະເມືອງ ຮ່ວມ ກັບ ທ້າວ ເທີດທູນ ຈຳ ນວນ 3 ຄັ້ງຄື: ໃນເດືອນພະຈິກ ປີ 2010 ທັງສອງໄດ້ຮ່ວມກັນ ຊີງຊັບດຶງ ກະເປົາຂອງປະຊາຊົນຢູ່ເສັ້ນ ທາງ ບ້ານສະຫວ່າງ ຫາບ້ານ ດອນແດງ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ແລະ ຄັ້ງຕໍ່ ມາກໍພາກັນຂີ່ລົດຈັກເພື່ອດຶງເອົາສາຍຄໍ ຊອງປະຊາ ຊົນເຂດ ເສັ້ນ ທາງບ້ານທາດຫຼວງ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ ມາຮອດວັນທີ 10 ທັນວາ 2010 ທ້າວ ອານຸສອນ ຈຶ່ງຖືກເຈົ້າໜ້າ ທີ່ກັກຕົວມາດຳເນີນຄະດີໂດຍຖືກກັກຂັງຢູ່ຄ້າຍຄຸມຂັງນະຄອນ ຫຼວງວຽງຈັນ, ພຽງ 6 ເດືອນຜູ້ ກ່ຽວກໍໄດ້ຮັບ ການປະກັນຕົວ. ພາຍຫຼັງຖືກປະກັນຕົວອອກມາ ທ້າວ ອານຸສອນ ໄດ້ພົວພັນ ເຄື່ອນໄຫວຄ້າຂາຍ ຢາເສບຕິດ  ( ຢາບ້າ ) ແລະ ຫຼ້າສຸດແມ່ນ ໃນ ວັນທີ 11 ກຸມພາ 2013 ທ້າວ ອານຸສອນ ໄດ້ສັ່ງຊື້ຢາບ້າ ຈຳນວນ 50 ເມັດ ເພື່ອກຽມນຳຢາບ້າ ໄປຂາຍ ກ່ອນຈະຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment