ເຈົ້າໜ້າທີ່ຈະລາຈອນເມືອງໂພນທອງ ແຂວງຈຳປາສັກ
ລາຍງານໃຫ້ຮູ້ວ່າ: ເມື່ອມໍ່ໆນີ້, ໄດ້ເກີດອຸປະຕິເຫດລົດບັນທຸກຊີ ມັງຕຳລົດຈັກຢ່າງຮຸນແຮງຢູ່ເສັ້ນທາງ
16A ເຂດບ້ານຫ້ວຍພິກ ເມືອງໂພນທອງ ແຂວງຈຳ ປາສັກ ໄດ້ເຮັດໃຫ້ຜູ້ຂັບຂີ່ລົດ ຈັກເສຍຊີວິດຄາທີ
1 ຄົນ ແລະ ບາດເຈັບອີກ 1 ຄົນ.
ເຈົ້າໜ້າທີ່ລາຍງານວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນເວ
ລາປະມານ 15:00 ໂມງ ໂດຍລົດບັນທຸກຊີມັງຂະໜາດ 18 ລໍ້ ໝາຍເລກທະບຽນ 83-6205 ອຸບົນລາ
ຊະທານີ (ປະເທດໄທ) ມາແຕ່ຊາຍແດນ ລາວ-ໄທ ເມືອງໂພນທອງ ມຸ້ງໜ້າມາເມືອງປາກເຊ
ໄດ້ມີລົດຈັກຄັນໜຶ່ງແລ່ນສວນທາງມາດ້ວຍຄວາມໄວເສຍຫລັກຂ້າມເລນມາຕຳກັບລົດບັນ
ທຸກຊີມັງຢ່າງແຮງເຮັດໃຫ້ຜູ້ຂັບຂີ່ລົດຈັກຊື່ນາງ ຕູບີ່ ອາຍຸ 14 ປີ ເສຍຊີວິດຄາທີ່
ແລະ ລົດບັນທຸກຊີມັງກໍເສຍຫລັກພິກຂວ້ຳລົງຂ້າງທາງ ເຮັດໃຫ້ຄົນຂັບໄດ້ຮັບບາດເຈັບ.

No comments:
Post a Comment