Ad

Ad

8 May 2014

ເລັ່ງນຳຈັບຕົວຄົນຂັບລົດໃຫຍ່ ຕຳລົດຈັກເຮັດໃຫ້ມີຜູ້ເສຍຊີວິດແລ້ວຫລົບໜີ



     ກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ ພວມເລັ່ງ ນຳຈັບຕົວທ້າວ ສອນສະ ຫວັນ ຫລື ສີ ອາຍຸ 49 ປີ ກຳມະ ກອນຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫລວງ ວຽງຈັນ ເຊິ່ງ ພວມເອົາຕົວຫລົບໜີຄະດີ, ພາຍ ຫລັງຜູ້ກ່ຽວໄດ້ຂັບລົດ ກະບະຮຸນໄດໄປຕຳ ລົດຈັກຢູ່ເຂດເສັ້ນທາງບ້ານຫົວຊຽງ ເມືອງໄຊທານີ ນະ ຄອນຫລວງວຽງຈັນ ເມື່ອວັນທີ 24 ພະຈິກ 2013 ຜ່ານມາ ເຮັດ ໃຫ້ຄົນຂັບລົດຈັກ ຊື່ທ້າວ ຊຽງ ອາຍຸ 43 ປີ ຢູ່ບ້ານສ້າງຫົວບໍ່ ເມືອງໄຊທານີ ເສຍຊີວິດຄາທີ. ປັດຈຸບັນ ທ້າວ ສອນສະຫວັນ ຍັງເອົາຕົວຫລົບໜີການດຳ ເນີນຄະດີຂອງເຈົ້າໜ້າທີ່. ສະນັ້ນ ຫາກຜູ້ໃດ ຫລື ອຳນາດການປົກຄອງໃດພົບເຫັນຜູ້ກ່ຽວ ໃຫ້ແຈ້ງມາຫາເຈົ້າໜ້າທີ່ທັນທີເພື່ອກັກ ຕົວຜູ້ກ່ຽວມາດຳເນີນຄະດີຕາມກົດໝາຍ.

No comments:

Post a Comment