ວັນທີ 7 ພຶດສະພານີ້ ຢູ່ສຳນັກງານຜູ້ຕ່າງໜ້າສະຫະພາບເອີຣົບປະຈຳລາວ ໄດ້ຈັດຖະແຫຼ່ງ
ຂ່າວການກະກຽມ ຈັດເທດສະການອາຫານເອີຣົບຄັ້ງທີ 3 ປະຈຳປີ 2014 ຂຶ້ນ ໂດຍການເຂົ້າ ຮ່ວມຂອງທ່ານ
ມິແຊນ ໂກແພງ, ອຸປະທູດສຳນັກງານ ຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວ ແລະ ສື່ມວນຊົນລາວເຂົ້າຮ່ວມ.
ອຸປະທູດຖະແຫຼ່ງວ່າ: ເທສະການອາຫານເອີຣົບຄັ້ງ
ທີ 3 ປະຈຳປີນີ້ ຈະ ຈັດຂຶ້ນໃນວັນທີ 10 ພຶດສະພານີ້, ທີ່ເດີ່ນ ແຄມຂອງ ເຂດບ້ານສີຖານເໜືອ,
ເມືອງ ຈັນ ທະບູລີ, ນະຄອນຫຼວງວຽງຈັນ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພາບ ເອີຣົບຄົບຮອບ
64 ປີ (ວັນທີ 9 ພຶດສະ ພາ) ແລະ ເພື່ອ ເປັນການສົ່ງເສີມການຮ່ວມມື ດ້ານວັດທະນະທຳ ແລະ ການ
ທ່ອງ ທ່ຽວໃນນະຄອນຫຼວງວຽງຈັນ, ຊຶ່ງໃນ
ງານຈະຈັດໃຫ້ມີກິດ ຈະກຳຫຼາຍໆຢ່າງດ້ານອາຫານ ຕ່າງໆທີ່ຖືກອອກແບບໃຫ້ແທດ
ເໝາະກັບລັກຊະນະທີ່ໂດດເດັ່ນ ຂອງ ແຕ່ລະປະເທດ, ກິດຈະກຳ ມວ່ນຊື່ນສຳລັບເດັກ, ພິເສດປີນີ້ ແມ່ນຈະມີຈຳນວນຮ້ານອາ
ຫານເພີ່ມຫຼາຍຂຶ້ນກວ່າປີຜ່ານມາ, ພ້ອມທັງຈະນຳສະເໜີຄວາມ ຫຼາກຫຼາຍຂອງຮ້ານອາຫານເອີຣົບທີ່ດຳເນີນທຸລະກິດໃນນະ
ຄອນຫຼວງວຽງຈັນກັບສິ່ງສ້າງ ສັນອັນເປັນເລີດ ແລະ ມີອາຫານ ຫຼາກຫຼາຍໄວ້ໃຫ້ເລືອກຊີມ.
ເທສະການອາຫານເອີຣົບຄັ້ງນີ້ ຈັດຂຶ້ນພາຍໃຕ້ການຮ່ວມມືລະ
ຫວ່າງສະຫະພາບອີຣົບ, ສະຖານທູດປະເທດສະມາຊິກ ອີຢູ, ສະພາການຄ້າ-ອຸດສະຫະກຳເອີຣົບ ແລະ ບໍລິສັດ
ອານາຟາຍຟູດ ເຫຼົ່ານີ້ເປັນຕົ້ນ.

No comments:
Post a Comment