Ad

Ad

8 May 2014

ອັດຕາການເຂົ້າຮຽນຊັ້ນປະຖົມເພີ່ມຂຶ້ນ 98,6%



           ກະຊວງສຶກສາທິການ ແລະ ກິລາໃຫ້ຮູ້ວ່າ: ປັດຈຸບັນວຽກງານການສຶກ ສາຂອງປະ ເທດໄດ້ຮັບການພັດທະນາດີຂຶ້ນ, ໂດຍອັດຕາການເຂົ້າຮຽນຂອງ ເດັກ ນ້ອຍອາຍຸ 3-5ປີໄດ້ ເພີ່ມຂຶ້ນ ຈາກ 28% ເປັນ 33% ແລະ ອັດ ຕາການເຂົ້າ ຮຽນໃໝ່ກໍ ໄດ້ເພີ່ມຂຶ້ນຈາກ 90% ເປັນ 93,4%, ພິ ເສດແມ່ນເອັດຕາການເຂົ້າ ຮຽນ ຊັ້ນປະຖົມເພີ່ມຂຶ້ນຈາກ 95,2% ມາເປັນ 98,6%, ນີ້ເນື່ອງມາຈາກຂະ ແໜງການກ່ຽວຂ້ອງໄດ້ສຸມໃສ່ປະຕິບັດນະໂຍບາຍປະຕິຮູບລະບົບ ການສຶກສາຢ່າງ ຈິງຈັງຄື: ສຸ່ມ ໃສ່ວຽກງານລຶບລ້າງຄວາມບໍ່ຮູ້ໜັງສືຂອງຂອງປະຊົນຊົນທີ່ຢູ່ໃນເກນ ອາຍຸ ແລະ ການຂະຫຍາຍການສຶກສາຂັ້ນພື້ນຖານ ໄປສູ່ ເຂດຊົນນະບົດຫ່າງໄກສອກຫຼີກ ແລະ ການສຸມໃສ່ກໍ່ສ້າງ ໂຄງລ່າງ ພື້ນຖານການສຶກສາໂດຍສະເພາະແມ່ນສ້າງໂຮງ ຮຽນ, ຫໍພັ ກ, ເພື່ອຂະຫຍາຍໂອ ກາດການເຂົ້າຮຽນຂອງຜູ້ທີ່ ຮຽນເກັ່ງ,
ຜູ້ດ້ອຍໂອກາດ, ຜູ້ທຸກຍາກຢູ່ເຂດຫ່າງໄກສອກຫຼີກໃຫ້ສາມາດ ເຂົ້າເຖິງການສຶກສາຊັ້ນສູງໂດຍໄດ້ກຳນົດເອົານະໂຍ ບາຍໃຫ້ ທຶນ 30% ຂອງຕົວເລກ ແຜນຮັບນັກສຶກສາຊັ້ນສູງທັງໝົດ 70% ແມ່ນສອບເສັງຄັດ ເລືອກ ແລະ ຈ່າຍຄ່າຮຽນຕາມ ປົກ ກະຕິ ແລະ ເພື່ອປັບປຸງຫຼັກ ສູດໃໝ່ທີ່ເນັ້ນສະມັດຕະພາບ ຂອງ ສະຖາບັນສ້າງຄູ ແລະ ອາຊີວະສຶກສາສ້າງຄູອະນຸບານ, ສ້າງຄູປະຖົມ ແລະ ສ້າງຄູມັດທະຍົມໃນລະດັບປະລິນຍາຕີທີ່ ສາມາດ ສອນໄດ້ທັງຊັ້ນມັດທະຍົມຕອນຕົ້ນ ແລະ ປາຍ, ໂດຍໃຫ້ ປັບປຸງຍຸດທະສາດການສຶກສາ ໃຫ້ສອດຄ່ອງກັບແຜນການປະຕິ ຮູບລະບົບການສຶກສາແຫ່ງຊາດ, ສ້າງແຜນ ປະຕິບັດງານ ພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ພັດທະນາວຽກງານອາຊີວະສຶກສາໃຫ້ຂະຫຍາຍຕົວເພື່ອຕອ ບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ແຮງງານໄດ້.

No comments:

Post a Comment