Ad

Ad

8 May 2014

ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ



       ເພື່ອເປັນການກະຕຸກຊຸກຍູ້ທ້ອງຖິ່ນໃນການຈັດຕັ້ງປະຕິບັດແຜນພັດທະ ນາ ເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ VII ໃຫ້ປາກົດຜົນເປັນຈິງ, ໃນວັນທີ 6 ພຶດສະພານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານ ເສດຖະກິດໄດ້ເດີນທາງເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ ໂດຍມີທ່ານເຈົ້າແຂວງ, ການນຳແຂວງ, ພະແນກການອ້ອມຂ້າງ ແລະ ປະຊາຊົນໃຫ້ ການຕ້ອນຮັບຢ່າງອົບອຸ່ນ.
        ທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະໄດ້ໄປຢ້ຽມຢາມສູນພັດທະນາ ແລະ ບໍລິການກະສິກຳ-ປ່າໄມ້ໜອງເຕົ່າ ຊຶ່ງ ຕັ້ງຢູ່ບ້ານໂພນສິມ ເມືອງໄກ ສອນພົມວິຫານ ຫ່າງຈາກຕົວ ເມືອງອອກໄປທາງທິດຕາເວັນ ອອກສ່ຽງເໜືອ 24 ກິໂລແມັດ, ສູນດັ່ງກ່າວມີເນື້ອທີ່ 57 ເຮັກຕາ, ເປັນໂຄງການຮ່ວມມື ລາວ-ໄທ, ມີໄລຍະເວລາດຳເນີນໂຄງການ 5 ປີ ເຊິ່ງສູນແຫ່ງນີ້ ຈະ
ເປັນບ່ອນຮຽນຮູ້, ສາທິດ ແລະ ສົ່ງເສີມຄວາມຮູ້ທາງດ້ານກະສິກຳ-ປ່າໄມ້ແບບຄົບວົງຈອນ, ຮຽນ ຮູ້ທາງດ້ານທຳມະຊາດ ແລະ ສິ່ງແວດລ້ອມທັງເປັນສູນທີ່ມີຮູບ ແບບການທ່ອງທ່ຽວໃນການອະນຸລັກທຳມະຊາດ; ປະກອບມີ 7 ໜ່ວຍງານ ຄື: ໜ່ວຍ ງານລ້ຽງສັດ, ການປະມົງ, ປູກຝັງ, ເຂົ້າ, ການພັດທະນາທີ່ດິນ, ຊົນລະປະ ທານ ແລະ ໜ່ວຍງານປ່າໄມ້ ຊຶ່ງທັງໝົດ ນີ້ຈະໄດ້ສ້າງເປັນຕົວຢ່າງເພື່ອເຝິກອົບຮົມໃຫ້ແກ່ພະນັກງານ, ຊາວນາພ້ອມທັງ ການປະຕິບັດຕົວຈິງສ້າງໃຫ້ເປັນຕົວແບບ ແລະ ຊ່ວຍຍົກລະດັບຊີ ວິດການເປັນຢູ່ຂອງປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
        ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກ ສົມສະຫວາດ ເລັ່ງ ສະຫວັດ ໄດ້ແນະນຳບາງບັນ ຫາທີ່ຄະນະນຳສູນ ກໍຄືຄະນະ ນຳແຂວງ ຕ້ອງໄດ້ເອົາໃຈໃສ່ ຄືໃຫ້ເບິ່ງຄືນຮູບແບບການຮ່ວມມື ຕ້ອງມີຄວາມລະອຽດຊັດເຈນ, ໃຫ້ເບິ່ງຄືນດ້ານທ່າແຮງ, ຄວາມອາດສາມາດ ແລະ ຄວາມຕ້ອງການທີ່ແທ້ຈິງຂອງທ້ອງຖິ່ນເພື່ອ ມີຈຸດສຸມໃນການຖ່າຍທອດຄວາມຮູ້ ແລະ ໃຫ້ເອົາ ໃຈໃສ່ ກ່ຽວການເຝິກອົບຮົມທີ່ສາມາດ ສ້າງລາຍໄດ້ທີ່ແທ້ຈິງໃຫ້ແກ່ປະຊາຊົນເພື່ອຊ່ວຍສ້າງວຽກເຮັດງານທຳໃຫ້ເຂົາເຈົ້າ, ສ່ວນດ້ານ ການບໍລິການກໍໃຫ້ເບິ່ງຄືນດ້ານການຕອບສະໜອງແນວພັນ ສັດ-ພືດ ຫຼື ອາດລວມໄປເຖິງ ການພັດທະນາແນວພັນ ເພື່ອຕອບສະໜອງໃຫ້ແກ່ປະຊາຊົນ ແລະ ແຂວງອ້ອມຂ້າງໄດ້.
          ໃນເວລາຕໍ່ມາ, ທ່ານຮອງ ນາຍົກລັດຖະມົນຕີ ແລະ ຄະນະ ກໍ່ໄດ້ໄປຢ້ຽມຢາມ ແລະ ພົບປະ ອຳນາດການປົກຄອງ ແລະ ປະ ຊາຊົນບ້ານໂພນສິມຊຶ່ງເປັນບ້ານທົດລອງ 3 ສ້າງ, ເປັນບ້ານທີ່ ນອນຢູ່ໃນກຸ່ມບ້ານພັດທະນາທີ ສິບຂອງເມືອງໄກ ສອນພົມວິ ຫານ, ປະຊາຊົນສ່ວນໃຫຍ່ແມ່ນ ເຮັດນາ, ປູກຝັງ-ລ້ຽງສັດ ແລະ ຄ້າຂາຍຍ່ອຍ. ນັບແຕ່ໄດ້ຮັບ ການເຮັດທົດລອງ ວຽກງານ 3 ສ້າງມາແຕ່ເດືອນຕຸລາ 2013 ບ້ານໄດ້ຮັບການພັດທະນາພື້ນ ຖານໂຄງລ່າງໂດຍສະເພາະຖະໜົນຫົນທາງ, ປະຊາ ຊົນສ່ວນ ໜຶ່ງສາມາຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະ ມີລາຍຮັບ ສູງຂຶ້ນຈາກການສົ່ງເສີມການ ຜະລິດເປັນສິນຄ້າ.
         ໃນໂອກາດນີ້, ທ່ານຮອງ ນາຍົກລັດຖະມົນຕີໄດ້ສະແດງ ຄວາມຊົມເຊີຍຕໍ່ອຳນາດການ ປົກຄອງທ້ອງຖິ່ນທີ່ສາ ມາດ ສ້າງບ້ານຂອງຕົນມີທ່າກ້າວຂຶ້ນ ເລື້ອຍໆ ແລະ ສາມາດບັນລຸບັນ ດາຄາດໝາຍທີ່ພັກ ແລະ ລັດ ວາງອອກ, ແຕ່ເຖິງແນວໃດກໍ ຕາມ, ທ່ານຮອງນາຍົກໄດ້ເນັ້ນ ໃຫ້ມີຄວາມພະຍາຍາມບຸກບືນ ຂຶ້ນຕື່ມໃນການສ້າງລາຍຮັບ ຂອງປະຊາຊົນໃຫ້ສູງຂຶ້ນເຊິ່ງ ຕ້ອງໄດ້ເບິ່ງຄືນດ້ານການຜະລິດກະສິກຳທີ່ເປັນທ່າແຮງຂອງ ບ້ານ ແລະ ເອົາໃຈໃສ່ຍົກສະມັດ ຖະພາບຂອງການຜະລິດໂດຍ ການນຳໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກໂນໂລຊີ ໃຫ້ຫລາຍຂຶ້ນຄືການສົ່ງເສີມກະ ສິກຳຊີວະພາບ-ປອດສານ ພິດ, ເພື່ອຢາກເຮັດໄດ້ຄືແນວນັ້ນ ປະຊາຊົນເຮົາກໍຕ້ອງພ້ອມກັນ ຮ່ຳຮຽນຍົກລະດັບຄວາມຮູ້ ຂອງ ຕົນ. ອີກດ້ານໜຶ່ງບ້ານກໍຕ້ອງເອົາໃຈໃສ່ວຽກງານ ປກຊ-ປກສ ເຮັດໃຫ້ບ້ານມີຄວາມສະຫງົບ ໂດຍພື້ນຖານ, ຮ່ວມກັບອົງການ ຈັດຕັ້ງມະຫາຊົນ-ແນວໂຮມຊ່ວຍເປັນຫູເປັນຕາເຮັດໃຫ້ວຽກງານດັ່ງກ່າວເປັນຂອງປວງຊົນ ແລະ ບັນຫາໜຶ່ງອີກແມ່ນໃຫ້ອຳ ນາດການປົກຄອງແຂວງຮ່ວມກັບ ບ້ານພ້ອມກັນປຶກສາຄົ້ນຄວ້າ ຢ່າງລະອຽດໃນການສ້າງແຜນພັດທະນາບ້ານເພື່ອກາຍເປັນ ບ້ານພັດທະນາຕາມທິດ 3 ສ້າງຢ່າງແທ້ຈິງ.

No comments:

Post a Comment