Ad

Ad

9 May 2014

ຟັງຕໍ່ ເລື່ອງສາຍດ່ວນເມືອງຈີນ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
       ຫວັງວ່າຄົງມີເພື່ອນນັກອ່ານ ບາງຄົນໄດ້ອ່ານບົດ “ສາຍດ່ວນ ດ່ວນສົມຊື່” ທີ່ຈານແຍ່ໄດ້ຫອບຫິ້ວມາແຕ່ເມືອງຈີນພາຍ ຫລັງ ໃຊ້ເວລາ 10 ວັນເຕັມໆ ເພື່ອຖອດ ຖອນບົດຮຽນດ້ານທິດສະດີ ແລະ ພຶດຕິກຳຢູ່ແດນປະທ່ານ ມາວ.
     ບົດ “ສາຍດ່ວນ ດ່ວນສົມຊື່” ທີ່ເລືອກມາເວົ້າກ່ອນໝູ່ ກໍເພາະ ວ່າ ຜ່ານມາຈານແຍ່ເອງເຄີຍຖືກແຕ່ງຕັ້ງໃຫ້ຮັບຜິດຊອບ ໜ່ວຍງານ “ຮັບສາຍດ່ວນ” ຢູ່ສຳນັກ ງານສຳຄັນແຫ່ງໜຶ່ງຂອງໃຕ້ຟ້າ ເມືອງລາວ. ດັ່ງນັ້ນ ຈຶ່ງຮູ້ເລື່ອງນີ້ ດີ ຊ່ຳໆກັບຄົນລາວຮູ້ ວ່າພະທາດ ຫລວງຕັ້ງຢູ່ໃສ ອັນນີ້ບໍ່ແມ່ນໂມ້. ທີ່ວ່າຮູ້ນັ້ນແມ່ນຮູ້ທັງດ້ານຕັ້ງໜ້າ ແລະ ດ້ານທີ່ຍັງຕ້ອງໄດ້ປັບປຸງ, ຖ້າຫາກຢຶດ ສຸພາ ສິດທີ່ວ່າ: “ນ້ຳໜອງພໍພຽງໃດດອກບົວກໍເຖິງຫັ້ນ” ກໍຕ້ອງບອກວ່າ: ສາຍດ່ວນເມືອງລາວເຮົາໄດ້ຮັບຜົນສຳເລັດ ດີພໍສົມ ຄວນ, ເປັນໜໍ່ແໜງທີ່ພວກ ເຮົາສາມາດແຕ່ງເຕີມເສີມຕໍ່ໃຫ້ມີ ຄຸນນະພາບຕື່ມ. ທັງໝົດຢູ່ໃນ ຄວາມສາມາດທີ່ຈະເຮັດໄດ້ ທະ ແນມ ແຕ່ມີຄວາມຈິງຈັງ ແລະ ຈິງໃຈແທ້ໆ. ຫວ່າງບໍ່ດົນມານີ້, ຜູ້ຮັບ ຜິດຊອບສາຍດ່ວນທ່ານໜຶ່ງບອກຈານແຍ່ວ່າ: ດຽວນີ້ ສາຍ ດ່ວນຈາກສັງຄົມຜ່ານໂທລະສັບເຂົ້າມາຫລຸດລົງຫລາຍ. ເຂົາອ້າງ ເຫດຜົນວ່າ: ອາດເປັນຍ້ອນພວກເຮົາຕອບ ຫລື ໃຫ້ຄວາມ ກະຈ່າງ ແຈ້ງຊ້າໂພດ ຫລື ຍ້ອນມີບາງຄຳ ຖາມສົນໃຈບໍ່ມີຄຳຕອບເລີຍ, ຜູ້ ໃຊ້ບໍລິການສາຍດ່ວນເລີ່ມເກີດ
ໝົກເຫດ ເລີຍຢຸດ ໄປໃນຕົວ. ເລື່ອງສາຍດ່ວນຢູ່ນະຄອນຈີນານ ແຂວງຊານຕົງ ທີ່ໄດ້ຝອຍໃນຄໍ ລຳ “ບັນຫາຈານແຍ່” ຫວ່າງ ແລ້ວນີ້ ມີຈຸດໜຶ່ງທີ່ ຈານແຍ່ລືມເວົ້ານັ້ນຄືຢູ່ຈີນເຂົາເນັ້ນສາຍດ່ວນທີ່ມີລະສະນລວມສູນຫລາຍ ກວ່າ, ສ່ວນສາຍດ່ວນທີ່ກະ ແຈກກະຈ່າຍຕາມ ຂະແໜງການນັ້ນ ເຂົາຖືເປັນວຽກສະເພາະຂົງເຂດ, ນຳໃຊ້ພາຍໃນຂະແໜງການຊື່ໆ. ສ່ວນສາຍດ່ວນທີ່ມີ ລັກສະນະ ລວມສູນ ນັ້ນ, ຖ້າແມ່ນລະດັບນະ ຄອນກໍແມ່ນສາຍດ່ວນຂອງຫ້ອງ ວ່າການປົກຄອງນະຄອນ, ຖ້າຢູ່ ໃນລະດັບ ເມືອງກໍແມ່ນຫ້ອງການ ສາຍດ່ວນຂອງຫ້ອງວ່າການປົກ ຄອງເມືອງນັ້ນມີຄວາມສຳຄັນ ກວ່າ. ບັດນີ້ລອງມາທຽບກັບບ້ານເຮົາ, ຫ້ອງການສາຍດ່ວນ ສ່ວນຫລາຍຍັງກະແຈກກະຈາຍ ຢູ່ນຳຫລາຍຂະແໜງການ. ດັ່ງ ນັ້ນ ການທີ່ຈະເຕົ້າໂຮມເອົາບັນຫາມາ ແກ້ເປັນອັນລວມນັ້ນ ແມ່ນ ເຮັດໄດ້ຍາກ. ເວົ້າແນວນີ້ກໍບໍ່ ແມ່ນວ່າຫ້າມຂະແໜງການເປີດ ການບໍລິການສາຍດ່ວນດ໋ອກ, ແຕ່ຢາກເວົ້າວ່າ: ຖ້າພວກ ເຮົາມີສູນລວມ, ການນຳໃຊ້ຊັບພະຍາ ກອນຄົນ, ວິຊາການ, ວັດຖຸສິ່ງ ຂອງເຄື່ອງມືກໍຈະສະດວກ, ການເບິ່ງບັນຫາກໍຈະເລິກ ເຊິ່ງ ແລະ ກວ້າງຂວາງກວ່າ. ສະນັ້ນ ຢູ່ ສປ ຈີນ ເພິ່ນຈຶ່ງເອົາໃຈໃສ່ສູນບໍລິການສາຍດ່ວນ ທີ່ເປັນ ຈຸດໃຈກາງ. ຜູ້ແທນລາວ ທ່ານໜຶ່ງໄດ້ ຕັ້ງຄຳຖາມກ່ຽວກັບການຄຸ້ມ ຄອງສາຍດ່ວນຂອງນະຄອນຈີນານ. ຖ້າຈຳບໍ່ຜິດ, ຄຳຕອບມີຢູ່ ວ່າ: ການຄວບຄຸມ ສາຍດ່ວນລະດັບນະຄອນນັ້ນປະກອບດ້ວຍສະ ພາຜູ້ແທນ, ອຳນາດການປົກ ຄອງ, ອົງການຈັດຕັ້ງທາງສັງ ຄົມ, ຂະແໜງວິຊາ ການ ແລະ ວົງ ການສື່ມວນຊົນ. ຈານແຍ່ເອງຕິດ ໃຈກວ່າໝູ່ກໍແມ່ນບົດບາດອົງ ການສື່ໃນຄະນະນຳຂອງສູນບໍລິການສາຍ ດ່ວນກ່ຽວກັບເລື່ອງນີ້ ທາງເຈົ້າພາບໄດ້ອະທິບາຍຕື່ມ ວ່າ: ສື່ມວນຊົນເຮັດບົດບາດ ສຳຄັນຫລາຍ ນັບແຕ່ການໄຈ້ແຍກ ບັນຫາ ການຕິດຕາມຫາງສຽງ ຂອງສັງຄົມຕໍ່ບັນຫາ ກໍຄືການ ເຜີຍແຜ່ບັນຫາສາຍດ່ວນ ໃຫ້ທົ່ວ ສັງຄົມຊາບ. ຍິນແລ້ວ, ຈານແຍ່ ກໍ ເລີຍຄິດຮອດຕອນໄປທັດສະນະ ສຶກສາຢູ່ປະເທດຊູແອດ (ສະວີ ເດັນ) ເມື່ອ ຫລາຍປີຜ່ານມາ. ຫົວຂໍ້ທີ່ຕ້ອງການຖອດໃນເວ ລານັ້ນ ແມ່ນການແກ້ໄຂຄວາມຂັດຂ້ອງ ໝອງໃຈ, ຂໍ້ສະເໜີ, ຄວາມຄິດ ເຫັນຂອງປະຊາຊົນທີ່ສົ່ງເຖິງລັດ ຖະສະພານັ້ນເພິ່ນ ເຮັດແນວໃດ. ເລື່ອງມັນຍາວ, ຖ້າເວົ້າໃຫ້ສຸດກໍ ຕ້ອງໄດ້ຕຳເຂົ້າຖົງມາຫຸງ ກິນ ແຕ່ ສິ່ງທີ່ກິນໃຈແຮງແມ່ນທາງການ ຊູແອດໄດ້ ຍົກສູງບົດບາດຂອງ ນັກຂ່າວ, ນັກໜັງສືພິມ ເວົ້າລວມ ກໍແມ່ນຄົນສື່ຫັ້ນ ລະໃນຂະບວນ ການເກັບກຳ ແລະ ແກ້ໄຂຄວາມ ຂັດຂ້ອງໝອງໃຈ ຫລື ຄຳຮ້ອງຂໍ ຄວາມເປັນທຳຂອງສັງຄົມ ເຊິ່ງ ບ້ານເພິ່ນເອີ້ນວ່າ: “ອຳບຸດສະມານອອບຟິດ” ສ່ວນສື່ ບ້ານເຮົາ ນັ້ນ “ຊື່ກັບຕົນຕົວຈິງ” ຍັງຫລຸດ ໂຕນກັນຫລາຍ. ຂອບໃຈທີ່ທ່ານ ອ່ານເລື່ອງເກົ່າຊ້ຳສອງອີກ.

No comments:

Post a Comment