ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ທັດສະນະວ່າ:
ປາກົດການຫຍໍ້ ທໍ້ທາງສັງຄົມທີ່ ພົ້ນເດັ່ນຂຶ້ນມາໃໝ່ ແມ່ນບັນຫາ ຄາດຕະກຳ ແລະ ຂ້າໂຕຕາຍຄື:
ໃນເດືອນເມສາຜ່ານມານີ້ ມີ 5 ກໍລະນີສາເຫດສ່ວນໃຫຍ່ແມ່ນມາຈາກບັນຫາ ຢາ ເສບຕິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນ ເດືອນເມສາຜ່ານມານີ້
ຢູ່ນະ ຄອນຫຼວງວຽງຈັນມີສະ ພາບຫຍໍ້ທໍ້ເກີດຂຶ້ນກວ່າ 70 ເລື່ອງ, ໃນ ນັ້ນ 80% ແມ່ນຄະດີລັກຊັບພົນ
ລະ ເມືອງທຽບໃສ່ໃນໄລຍະກ່ອນ ເຫັນວ່າເພີ່ມຂຶ້ນຫຼາຍ, ພົ້ນເດັ່ນ ແມ່ນສະພາບຂ້າ ໂຕຕາຍ ແລະ ເຫດການຄາດຕະກຳຄື:
ເມື່ອ ທ້າຍເດືອນເມສາຜ່ານມານີ້ ຢູ່ ບ້ານຫ້ວຍຫຼ້າ ເມືອງສັງທອງ ນະຄອນຫຼວງວຽງ ຈັນ ໂດຍ ທ້າວ
ພຸດ ອາຍຸ 28 ປີ, ໃຊ້ມີດ ແທງເມຍຕົນເອງ ຊື່ ນາງ ດາວ ອາຍຸ 23 ປີ ເສຍຊີວິດ, ສາເຫດຍ້ອນຜົວເມົາຢາ ບ້າ
ແລະ ການແຂວນຄໍຕາຍຂອງຊາຍໜຸ່ມ ຢູ່ບ້ານໜອງໜ້ຽວ ເມືອງນາ ຊາຍທອງ ນະຄອນຫຼວງວຽງຈັນ ຊຶ່ງມີສາເຫດ ຍ້ອນບັນຫາຢາເສບຕິດພາໃຫ້ເກີດສະພາບທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ.
No comments:
Post a Comment