Ad

Ad

9 May 2014

6 ​ເດືອນ​ຕົ້ນສົກ​ປີ ຢູ່​ນະຄອນຫລວງ​ວຽງ​ຈັນມີ​ຜູ້​ເສຍ​ຊີວິດຍ້ອນ​ອຸປະຕິ​ເຫດ​ຫລາຍ​ກວ່າ 90 ຄົນ



    ພະ​ແນ​ກຕຳຫລວດ​ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ລາຍ​ງານ​ໃຫ້​ຮູ້​ວ່າ: ອຸປະຕິ​ເຫດ​ບົນ​ທ້ອງ​ຖະໜົນຍັງ​ແມ່ນ​ປາ ກົດ ການ​ຫຍໍ້​ທໍ້​ທາງ​ສັງຄົມ​ທີ່​ເກີດ​ຂຶ້ນລຽງ​ຕິດ ​ແລະ ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ການ​ສະກັດ​ກັ້ນ ​ໂດຍ​ໂຕ​ເລ​ກສະຖິຕິ 6 ​ເດືອນ​ຕົ້ນສົກ​ປີ 2014 ຢູ່​ນະຄອນຫລວງ​ວຽງ​ຈັນ​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ 788 ກໍລະ ນີ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 91 ຄົນ ​ແລະ ສ້າງ​ຄວາມ​ເສຍ​ຫາຍ​ດ້ານ​ຊັບ​ສິນ​ຫລາຍ​ຕື້ກີບ ​ໃນ​ນີ້​ເສັ້ນທາງ​ທີ່​ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນຫລາຍ​ແມ່ນ​ຖະໜົນ​ໄກສອນ, ຖະໜົນ 13 ​ເໜືອ-ໃຕ້, ທ່າ​ເດື່ອ, ໜອງ​ບຶກ ​ແລະ ອື່ນໆ ​ແລະ ກຸ່ມ​ຄົນທີ່​ເກີດ​ອຸປະຕິ​ເຫດ​ສ່ວນ​ໃຫຍ່​ແມ່ນ​ມີ​ອາຍຸ​ລະຫວ່າງ 20-25 ປີ ເຊິ່ງສາ​ເຫດ​ສ່ວນ​ຫລາຍ​ມາ​ຈາກ​ການດື່ມ​ສິ່ງ​ມນ​ເມົາ​ແລ້ວ​ຂັບ​ຂີ່, ລ່ວງ​ປ້າຍ​ຫ້າມ, ຂັບ​ຂີ່​ລົດ​ໄວ ແລະ ບໍ່​ເຄົາລົບ​ລະບຽບ​ຈະລາ ຈອນ​ເປັນ ຕົ້ນ.

No comments:

Post a Comment