ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ
ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ພາຍຫລັງອາທິດຜ່ານມາມີສະພາບອາກາດເຢັນລົງ ແລະ
ມີຝົນຕົກຟ້າຄະນອງໃນຫລາຍທ້ອງຖິ່ນ ຍ້ອນບໍລິເວນຄວາມກົດດັນສູງຂອງອາກາດເຢັນຈາກປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດເຮົາ,
ແຕ່ໃນ 4-5 ວັນຂ້າງໜ້ານີ້, ສະ ພາບອາກາດຢູ່ປະເທດເຮົາຈະມີອຸນຫະພູມຮ້ອນເອົ້າໃນຕອນກາງເວັນ
ພ້ອມຈະມີຝົນຕົກຟ້າຄະນອງລົມແຮງຢູ່ບາງທ້ອງຖິ່ນ ຈຶ່ງເຕືອນໃຫ້ປະຊາ ຊົນມີສະຕິລະມັດລະວັງຕໍ່ສະພາບອາກາດດັ່ງກ່າວໃຫ້ດີ.
No comments:
Post a Comment