Ad

Ad

9 May 2014

ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກົດໝາຍ​ສາກົນ ​ແລະ ສິດທິ​ມະນຸດ ທີ່​ແຂວງ​ອຸດົມ​ໄຊ



     ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກົດໝາຍ​ສາກົນ ​ແລະ ສິດທິ​ມະນຸດ ສຳລັບ​ເຈົ້າໜ້າ​ທີ່​ຂັ້ນ​ແຂວງ ​ແລະ ​ເມືອງ​ຂອງ 3 ແຂວງ​ພາກ​ເໜືອ (ອຸດົມ​ໄຊ, ​ໄຊ​ຍະ​ບູລີ ​ແລະ ບໍ່​ແກ້ວ) ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7-8 ພຶດສະພາ​ນີ້ ທີ່​ແຂວງ​ອຸດົມ​ໄຊ ​ໂດຍ​ການ​ເປັນ​ປະ ທານ​ຂອງ​ທ່ານ ພົງ​ສະຫວັດ ບຸບຜາ ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະ​ເທດ, ປະທານ​ຄະນະ​ຊີ້ນຳ​ລະດັບ​ຊາດ​ໃນ​ການ​ປະສານ​ງານ​ດ້ານ​ສິດທິ​ມະນຸດ ​ເຊິ່ງມີ​ພະນັກງານ​ ​ແລະ ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຂອງ​ທັງ 3 ແຂວງ​ເຂົ້າຮ່ວມ​ທັງ​ໝົດ 70 ກວ່າ​ທ່ານ.
     ກອງ​ປະຊຸມ​ດັ່ງກ່າວ​ແມ່ນ​ເພື່ອ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ​ໃຫ້​ແກ່​ນັກ​ສຳ​ມະ​ນາກ​ອນກ່ຽວ​ກັບ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດຖະ ບານ​ລາວ, ລັດຖະທຳ​ມະນູນ ແລະ ກົດໝາຍ ​ແລະ ພັນທະ​ພາຍ​ໃຕ້​ສົນທິສັນຍາ​ທີ່ ສປປ ລາວ ເປັນ​ພາຄີ ​ເຊິ່ງພົວພັນ​ກັບ​ສິດທິ​ມະນຸດ ​ແລະ ລັດ​ແຫ່ງ​ກົດໝາຍ.

     ​ໃນ​ກອງ​ປະຊຸມ, ທ່ານ ພົງ​ສະຫວັດ ບຸບຜາ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳຄັນ​ຂອງ​ກົດໝາຍ​ສາ ກົນ​ໃນ​ຍຸກ​ປັດຈຸບັນ ​ເຊິ່ງ​ເປັນ​ຍຸກ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ພາກພື້ນ ​ແລະ ສາກົນ ​ໂດຍ​ສະ​ເພາະ​ການ​ກະກຽມ​ເຂົ້າຮ່ວມ​ປະຊາ​ຄົມ​ເສດ ຖະກິດ​ອາ​ຊຽນ (AEC) ​ໃນ​ປີ 2015 ຂອງ ສປປ ລາວ. ການ​ຮັບ​ຮູ້​ກ່ຽວ​ກັບ​ກົດໝາຍ​ສາກົນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຂອງ​ພະນັກງານ​ລັດຖະກອນ ນັບ​ທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ. ດັ່ງນັ້ນ ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຢູ່​ປະ​ເທດ​ເຮົາ​ໃນ​ຂົງ​ເຂດ​ກົດ ໝາຍ​ສາກົນ ​ແລະ ສົນທິສັນຍາ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IX ຂອງ​ພັກ ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່.
     ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້​ໄດ້​ຮັບ​ຟັງ​ການສະ​ເໜີ​ເອກະສານ​ສຳຄັນ​ຕ່າງໆ ຄື​ສິດ​ທິມະນຸດ​ຢູ່ ສປປ ລາວ, ຄວາມ​ເຂົ້າ​ໃຈ ​ແລະ ທັດສະນະ​ຂອງ​ພັກ ​ແລະ ລັດຖະ ບານ​ລາວ​ຕໍ່​ວຽກ​ງານ​ດັ່ງກ່າວ, ວຽກ​ງານ​ຄຸ້ມ​ຄອງ​ອົງການ​ຈັດ ຕັ້ງສາກົນ​ທີ່​ບໍ່​ສັງກັດ​ລັດຖະບານ (NGOs) ​ໃນ ສປປ ລາວ; ສານ​ສາກົນ ​ແລະ ບົດ​ບາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ການຄ້ຳ ປະກັນ​ຄວາມ​ຍຸຕິ​ທຳ​ໃນ​ໂລກ; ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສົນທິສັນ ຍາ​ສາກົນໃນ​ສ່ວນ​ທີ່​ພົວພັນ​ກັບ​ການ​ສ້າງ​ສົນທິສັນຍາ​ໂດຍ​ອົງ ການ​ທ້ອງ​ຖິ່ນ; ກົນ​ໄກ​ສິດທິ​ມະ ນຸດ​ຂອງ​ສາກົນ, ພັນທະ ສປປ ລາວ ພາຍ​ໃຕ້​ສົນທິສັນຍາ​ສາກົນ​ດ້ານ​ສິດທິ​ມະນຸດ ​ແລະ ກົນ​ໄກ​ທົບ​ທວນ​ປະຈຳ​ໄລຍະ UPR; ນະ​ໂຍບາຍ​ຂອງ ສປປ ລາວ ຕໍ່​ກັບ​ວຽກ​ງານ​ສາສະໜາ ​ແລະ ບາງ​ຫລັກການ​ສຳຄັນ​ກ່ຽວ​ກັບ​ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ​ແລະ ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ​ໂດຍ​ສະ​ເພາະ​ບົດບາດ ​ແລະ ໜ້າ​ທີ່​ຂອງ​ອົງ ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ການ ຈັດຕັ້ງປະຕິບັດ​ພັນທະ​ພາຍ​ໃຕ້​ກົດໝາຍ​ສາກົນ ​ແລະ ສົນທິສັນ ຍາ​ທີ່ ສປປ ລາວ ​ເປັນ​ພາຄີ.

No comments:

Post a Comment