ເພື່ອເປັນການຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມແຜນການຮ່ວມ ມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະ ຊວງ ພານິດໄທຄັ້ງທີ
5 ກ່ຽວກັບ ການຮ່ວມມືດ້ານວິຊາການຈຶ່ງ ໄດ້ຈັດສຳມະນາພາຍໃຕ້ ຫົວຂໍ້ “ການກຽມຄວາມພ້ອມໃນການ
ເຂົ້າສູ່ປະຊາຄົມເສດຖະກິດອາ ຊຽນຂອງ ສປປ ລາວ”. ຂຶ້ນໃນ ວັນທີ 6 ພຶດສະພານີ້ ຢູ່ໂຮງແຮມ ວັງທອງ
ເມືອງມໍລະດົກ ໂລກ ຫລວງພະບາງ ໂດຍກົມນະໂຍ ບາຍການຄ້າຕ່າງປະເທດກະ ຊວງອຸດສາຫະກຳ ແລະ ການ ຄ້າລາວ
ແລະ ກົມເຈລະຈາ ການຄ້າກະຊວງພານິດໄທໄດ້ຮ່ວມ ກັນຈັດສຳມະນາຂຶ້ນໂດຍການ ເຂົ້າຮ່ວມຂອງນັກວິ
ຊາການພາກທຸລະກິດຂອງລັດ ແລະ ເອກະ ຊົນພາຍໃນທ້ອງຖິ່ນຫຼາຍກວ່າ 50 ທ່ານ ເພື່ອສ້າງຄວາມເຂົ້າໃຈ
ຕໍ່ກັບການກະ ກຽມຄວາມພ້ອມ ໃຫ້ແກ່ພາກລັດ
ແລະ ເອກະຊົນ ຂອງ ສປປ ລາວ ໃນການເຂົ້າ ສູ່ປະຊາຄົມອາຊຽນໃນປີ
2015. ພ້ອມທັງເປັນການຊ່ວຍຊຸກຍູ້ ແລະ ເພີ່ມທະ ວີການຄ້າ ແລະ ການລົງທຶນທັງຍົກລະດັບຄວາມຮູ້ຄວາມສາມາດໃຫ້ບຸກຄະລາ
ກອນໃນຂົງເຂດເສດຖະກິດຢູ່ ສປປ ລາວດີ ຂຶ້ນ ຊິ່ງການສຳມະ ນາຄັ້ງນີ້ໄດ້ເລັ່ງໃສ່ 4 ຫົວຂໍ້ໃຫຍ່
ຄື: ໂອກາດ ແລະ ສິ່ງທ້າທາຍຂອງການກ້າວສູ່ປະຊາຄົມເສດຖະກິດອາ ຊຽນ, ສປປ ລາວ ໃນ ເສດຖະກິດໂລກ
ແລະ ເສດຖະ ກິດອາຊຽນ, ປະໂຫຍດການ ນຳໃຊ້ສິດທິພິເສດ ແລະ ກາລະໂອກາດ ໃນດ້ານການຄ້າ ແລະ ລົງ
ທຶນ. ເພື່ອເປັນການເຜີຍແຜ່ ຄວາມຮູ້ຂໍ້ມູນ-ຂ່າວສານ ແລະ ການແລກປ່ຽນຄວາມຄິດຄວາມເຫັນ ລະຫວ່າງພາກລັດ
ແລະ ພາກທຸລະກິດຢ່າງກົງໄປກົງມາ, ແລກປ່ຽນຄວາມຮູ້ຈາກວິທະ ຍາກອນສະເພາະແຕ່ລະດ້ານ, ເພື່ອ ສ້າງຄວາມເຂົ້າໃຈເສີມສ້າງ
ການພົວພັນທາງດ້ານເສດຖະກິດທັງໃນກອບອາຊຽນ ແລະ ກອບສອງຝ່າຍລາວ-ໄທໃຫ້ຂະຫຍາຍ ຕົວດີຂຶ້ນເທື່ອລະກ້າວ.
ທັງເປັນການຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດຂອງລາວໃນການນຳໃຊ້ບັນດາສິດທິພິເສດຈາກບັນ ດາປະເທດມະມາຊິກອາຊຽນໃຫ້ຫລາຍຂຶ້ນກວ່າເກົ່າເພື່ອການກຽມຄວາມພ້ອມໃນການເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດສູງ.

No comments:
Post a Comment