Ad

Ad

9 May 2014

ສະເຫຼີມສະຫຼອງວັນເອີຣົບຄົບຮອບ 64 ປີ



          ວັນທີ 8 ພຶດສະພານີ້, ຜູ້ ຕາງໜ້າສະຫະພາບເອີຣົບປະຈຳລາວ, ໄດ້ຈັດພິທີ ຖະແຫຼ່ງຂ່າວ ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນເອີຣົບຄົບຮອບ 64 ປີ (9 ພຶດ ສະພາ 1950 - 9 ພຶດສະພາ 2014) ຂຶ້ນຢູ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ໂດຍການເຂົ້າຮ່ວມຂອງທ່ານ ມີແຊນ ໂກ ແຟງ, ອຸປະທູດສຳນັກງານຜູ້ ຕາງໜ້າ ສະຫະພາບເອີຣົບປະຈຳລາວ, ທ່ານ  ອິວ ກາກໂມນາ, ເອກອັກລັດຖະ ທູດຝຣັ່ງປະ ຈຳລາວ, ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມ.
          ທ່ານອຸປະທູດຖະແຫລງ ວ່າ: ວັນທີ 9 ພຶດສະພາ ເປັນວັນ ສ້າງຕັ້ງສະຫະພາບເອີຣົບຄົບ ຮອບ 14 ປີ ແລະ ວັນເອີ ຣົບຄົບຮອບ 64 ປີ, ຊຶ່ງໃນປີ 1950 ທ່ານ ໂຣເບີດ ຊູມານ ໄດ້ ຮຽກຮ້ອງ ໃຫ້ມີການຮວມ 6 ເປະເທດໃນເອີຣົບ, ເພື່ອ ເຮັດ ໃຫ້ໃນທະວີບນີ້ ບໍ່ມີສົງຄາມເກີດຂຶ້ນໄດ້ອີກ, ພາຍຫຼັງທີ່ສົງຄາມໂລກຄັ້ງທີ ສອງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ, ພ້ອມ
ທັງເປັນການສົ່ງເສີມສັນຕິພາບ ແລະ ຄວາມອຸດົມຮັງມີຂອງໂລກ ແລະ ກາຍເປັນປະຊາຄົມເອີຣົບໃນເວລານີ້, ສຳລັບການພົວ ພັນຮ່ວມມືລະຫວ່າງສະຫະພາບເອີລົບກັບສປປລາວ, ຖືວ່າເປັນຄູ່ຮ່ວມພັດ ທະນາທີ່ສຳຄັນໃນ ສປປ ລາວ, ໂດຍສະເພາະ ແມ່ນຜົນສຳເລັດ ອັນໃຫຍ່ຫລວງໃນຊ່ວຍເຫຼືອ ລາວໃນໄລຍະຜ່ານມາຄື: ການ ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນເຂົ້າ ໃນການບັນລຸເປົ້າໝາຍສະຫັດສະຫວັດ, ຊ່ວຍ ເຊື່ອມໂຍງເສດຖະກິດເຂົ້າກັບສາກົນ ແລະ ບັນລຸສະຖຽນລະພາ ບທາງດ້ານ ການເມືອງ  ແລະ ການຊ່ວຍເຫຼືອດ້ານອື່ນໆ, ສະ ເພາະໃນປີ 2014-2015 ການ ຊ່ວຍເຫຼືອທາງ ODA ມີຫຼາຍ ກວ່າ 175 ລ້ານເອີໂຣຈະຖືກສະ ໜອງໃຫ້ໂດຍຄູ່ຮ່ວມພັດທະນາ ຂອງອີຢູເຂົ້າໃນຫຼາຍຂະແໜງ ການເຊັ່ນ: ຂະແໜງການສຶກສາ ຂັ້ນ ພື້ນຖານ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ, ການປະຕິຮູບຂະແໜງການເງິນພາກລັດ ແລະ ສະໜັບສະໜູນ ແຜນແມ່ບົດຂະແໜງຍຸດຕິທຳປັດຈຸບັນອີຢູພວມຢູ່ໃນໄລຍະເລີ່ມ ຕົ້ນການປະຕິບັດແຜນງົບປະ ມານການຊ່ວຍເຫຼືອໄລຍະ 7 ປີ (2014-2020) ແລະ ໄດ້ເລືອກ 3 ຂະແໜງການບຸລິມະສິດສຳລັບ ການຊ່ວນເຫຼືອ ສປປ ລາວ ໃນຕໍ່ ໜ້າຄື: (1) ຍົກ ສູງຂະແໜງການ ປົກຄອງທີ່ດີ, ລະບຽບກົດໝາຍ ແລະ ສິດທິມະນຸດ (2) ຂະແໜງ ກະສິກຳ ແລະ ການຄ້ຳປະກັນ ສະບຽງ ອາຫານແບບຍືນຍົງ ແລະ (3) ຂະແໜງສຶກສາ, ໂດຍມີ ການປຶກສາຫາລື ຢ່າງໃກ້ສິດ ກັບລັດຖະບານ ແລະ ອົງການ ຈັດຕັ້ງ ດ້ານພັດທະນາອື່ນໆ.
           ທ່ານອຸປະທູດກ່າວວ່າ: ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາອີຢູ ໄດ້ເຮັດວຽກເພື່ອນຳຄວາມສີວິ ໄລ ແລະ ຖຽນລະພາບມາ ຍັງປະຊາຊົນ, ອີຢູມີເປົ້າໝາຍທີ່ຈະ ສ້າງສັງຄົມທີ່ຍຸດຕິທຳ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໝຸ້ງ ໝັ້ນໃນການສົ່ງເສີມ ຄວາມຮັ່ງມີດ້ານເສດຖະກິດ ແລະ ສ້າງວຽງ ເຮັດງານທຳ, ພ້ອມຈະເປັນຜູ້ ສະໜອງການຊ່ວຍເຫຼືອດ້ານ ການເງິນ ແລະ ວິຊາ ການທີ່ສຳຄັນແກ່ປະເທດທຸກຍາກຕ່າງໆ.

No comments:

Post a Comment