Ad

Ad

6 May 2014

ຍ້ອນຫຍັງຄ້າຍຄຸມຂັງຈຶ່ງມີການລັກຄ້າຂາຍຢາບ້າ



        ເມື່ອອາທິດຜ່ານມານີ້ ສານປະຊາຊົນນະຄອນຫຼວງວຽງ ຈັນໄດ້ລົງໂທດຜູ້ຄ້າຢາເສບ ຕິດ 2 ຄົນຄື ທ້າວ  ເມສາ ກິຕະວົງ ຫຼື ຈ່ອຍ ອາຍຸ 23 ປີ ອາຊີບກຳມະກອນ ຢູ່ບ້ານໂພນ ຄຳ  ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ທ້າວ ລຳເງິນ ອິນສີຊຽງໃໝ່ ຫຼື ແອ ອາຍຸ 50 ປີ ຢູ່ບ້ານໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທັງສອງຖືກ ກັກຕົວໃນ ວັນທີ 1 ສິງຫາ 2013 ຢູ່ຄ້າຍຄຸມຂັງນະຄອນຫຼວງວຽງຈັນ.
          ຜ່ານການສືບສວນ-ສອບສວນ ໃນທີ່ປະຊຸມສານ ໃຫ້ຮູ້ວ່າ: ທ້າວ ເມສາ ເຄີຍຖືກ ເຈົ້າໜ້າທີ່ ປກສ ເມືອງ ຈັນທະບູລີ ຈັບຕົວ ໃນວັນທີ 12 ກຸມພາ 2012 ໃນຂໍ້ຫາຄ້າຂາຍຢາ ເສບຕິດຖືກຕັດອິດສະຫຼະພາບຈຳຄຸກ 5 ປີ, ສ່ວນທ້າວ ລຳເງິນ ອິນ ສີຊຽງໃໝ່ ຖືກເຈົ້າໜ້າ ທີ່ຈັບຕົວໃນວັນທີ 14 ມິຖຸນາ 2007 ໃນຂໍ້ຫາທຳຊຳເລົາເດັກ ຖືກສານຕັດສິນລົງໂທດ 8 ປີ, ຊຶ່ງ ໃນເວ ລາກຳລັງປະຕິບັດ ໂທດນັ້ນ ຜູ້ກ່ຽວທັງສອງໄດ້ຮ່ວມກັນ ເຄື່ອນໄຫວຄ້າຂາຍຢາເສບຕິດ ໃນຄ້າຍຄຸມຂັງ ຄື: ໃນວັນທີ 28 ກໍລະ ກົດ 2013 ທ້າວ ເມສາ ໄດ້ ຢືມໂທລະສັບມືຖືນຳ ທ້າວ ພູເງີນ ຊຶ່ງເປັນນັກໂທດໃນຫ້ອງຂັງ ດຽວກັນ ໂທສັ່ງຢາບ້ານຳໝູ່ ຈຳ ນວນ 100 ເມັດ
ເພື່ອຈະນຳ ເອົາມາຂາຍໃຫ້ກຸ່ມນັກໂທດໃນ ຄ້າຍຄຸມຂັງດຽວກັນ ແລະ ໃນ ວັນທີ 31 ກໍລະກົດ ທ້າວ ເມສາ ກໍໄດ້ຮັບຢາບ້າ ຈຳນວນດັ່ງກ່າວ ພາຍຫຼັງມີໝູ່ນຳຊຸກເຊື່ອງໄວ້ໃນຖົງຂະໜົມທີ່ຝາກໄວ້ໃນບ່ອນຝາກເຄື່ອງຂອງຄ້າຍຄຸມຂັງກ່ອນ ຈະນຳເອົາໄປ ຂາຍ ແລະ ເອົາຢາບ້າ ຈຳນວນ 30 ເມັດ ໄປຝາກ ໄວ້ກັບ ທ້າວ ລຳເງິນ, ມາຮອດ ວັນທີ 1 ສິງຫາ 2013 ເຈົ້າ ໜ້າທີ່ຄຸມຂັງຈຶ່ງ ໄດ້ກວດຄົ້ນຫ້ອງຂັງ ແລະ ກວດຄົ້ນຕົວຂອງຜູ້ຖືກຫາ ແລະ ນັກໂທດ ພົບເຫັນຢາບ້າຈຳນວນດັ່ງກ່າວ, ຈຶ່ງ ໄດ້ຈັບຕົວທັງສອງ ມາດຳເນີນຄະດີ ໂດຍສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງໂທດຕັດອິດສະຫຼະພາບຈຳຄຸກນັກໂທດ ທັງສອງຕື່ມອີກ ຜູ້ລະ 5 ປີ, ພ້ອມປັບໃໝເງິນ 10 ລ້ານກີບ.
          ຈາກການຕັດສິນລົງໂທດ ທັງສອງຈຶ່ງເປັນເຫດໃຫ້ໄດ້ຮັບການເປີດເຜີຍຂອງ ທ່ານ ພັນໂທ ບຸນຊຸມ ເກິ່ງແກ້ວບຸນນອງ ຫົວ ໜ້າຄ້າຍຄຸມຂັງ ແລະ ດັດສ້າງນະຄອນຫຼວງວຽງຈັນ ຕໍ່ນັກຂ່າວໜັງສືພິມລາວພັດທະນາ ໃນວັນທີ 5 ພຶດສະພານີ້ ວ່າ: ປັດຈຸບັນການຄວບຄຸມຄ້າຍຄຸມຂັງນະຄອນຫຼວງວຽງຈັນ ກໍໄດ້ມີມາດຕະການເຂັ້ມງວດ ແລະ ມີການກວດກາຢ່າງເປັນປະຈຳ ເພື່ອປ້ອງກັນບໍ່ໃຫ້ນັກໂທດ, ຜູ້ຕ້ອງຫາສາມາດນຳເອົາສິ່ງທີ່ ຜິດກົດໝາຍເຂົ້າມາໃນຄ້າຍຄຸມຂັງໄດ້, ແນວໃດກໍດີໃນຜ່ານມາ ຍັງພົບເຫັນນັກໂທດຈຳນວນໜຶ່ງສາມາດນຳເອົາສິ່ງຜິດກົດໝາຍ ເຊັ່ນ: ຢາສູບ, ຢາບ້າ ເຂົ້າໄປຈຳໜ່າຍໃນຄ້າຍຄຸມຂັງ ແລະ ສ່ວນ ໜຶ່ງກໍຍ້ອນການຄຸ້ມຄອງຂອງ ເຈົ້າໜ້າທີ່ບໍ່ທັນເຂັ້ມງວດເທົ່າທີ່ ຄວນຈຶ່ງເປັນປະກົດການຫຍໍ້ທໍ້ ແລະ ຊຶ່ງຍ້ອນການພົວ ພັນຂອງ ນັກໂທດກັບໝູ່ ແລະ ຍາດພີ່ນ້ອງ ທີ່ມີການຊຸກເຊື່ອງສິ່ງຜິດກົດ ໝາຍໃນອາຫານ ແລະ ມືຖືຊຶ່ງເປັນຊ່ອງຫວ່າງໃຫ້ ກຸ່ມຄົນບໍ່ດີມີການເຄື່ອນໄຫວ ແລະ ເພື່ອສະກັດກັ້ນສະພາບດັ່ງກ່າວຄ້າຍຄຸມຂັງກໍໄດ້ເພີ່ມການກວດກາຫ້ອງຂັງນັກໂທດຢ່າງຕໍ່ ເນື່ອງ, ຕັດລະບົບສັນຍານມືຖືເພື່ອບໍ່ໃຫ້ຕິດຕໍ່ພົວພັນກັບທາງນອກ ແລະ ມີການໃຫ້ນັກໂທດອະນຸຍາດພົບຍາດພີ່ນ້ອງໄດ້ ຄັ້ງດຽວຕໍ່ອາທິດໃນເວລາ 15 ນາທີເທົ່ານັ້ນ ແລະ ສ້າງຫ້ອງພົບຍາດພີ່ນ້ອງໃຫ້ສະເພາະນັກໂທດ.
    ບັນຫາຢາເສບຕິດໃນປັດຈຸບັນເຫັນວ່າເປັນໄພຄຸກຄາມສັງ ຄົມຢ່າງໜັກໜ່ວງ ໂດຍສະເພາະ ແມ່ນກຸ່ມໄວລຸ້ນທີ່ມີການພົວ ພັນກັບສິ່ງດັ່ງກ່າວເພີ່ມຂຶ້ນ, ປັດຈຸບັນນີ້ທາງການຄາດຄະເນວ່າໃນ ທົ່ວປະເທດມີຜູ້ຕິດຢາເກືອບແສນຄົນ ແລະ ຫ້ອງການ ຕ້ານຢາເສບ ຕິດ ແລະ ອາດຊະຍາກຳ ຫຼື UNO DC ຄາດວ່າ: ໄວໜຸ່ມລາວປະມານໜຶ່ງລ້ານຄົນຕົກໃນສະພາບຄວາມ ສ່ຽງສູງທີ່ຈະຕິດຢາເສບຕິດ ໂດຍສະເພາະຢາບ້າ. ເຖິງວ່າໃນໄລຍະຜ່ານມາ ພັກ-ລັດຖະບານກໍໄດ້ມີມາດຕະການໃນການ ປາບປາມຢ່າງເຂັ້ມງວດແຕ່ການລະບາດຂອງຢາເສບຕິດກໍຍັງພົບເຫັນຊຶ່ງເປັນໜ້າທີ່ຂອງພວກເຮົາທຸກຄົນໃນທົ່ວ ສັງຄົມຈະ ຕ້ອງໄດ້ເປັນເຈົ້າການຮ່ວມແຮງຮ່ວມໃຈຕ້ານປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

No comments:

Post a Comment