ກະຊວງສາທາລະນະສຸກ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ
UNFPA ໄດ້ຈັດພິທີສະເຫລີມ ສະຫລອງວັນຜະດຸງຄັນສາກົນຂຶ້ນໃນວັນທີ 5 ພຶດສະພານີ້,
ຢູ່ກະ ຊວງດັ່ງກ່າວ ເພື່ອຮັບຮູ້ເຖິງຄວາມສຳຄັນຂອງຜະ ດຸງຄັນຕໍ່ການປົກປ້ອງຊີວິດແມ່
ແລະ ເດັກ ນ້ອຍໃຫ້ປອດໄພ ໂດຍການເຂົ້າຮ່ວມຂອງທ່ານ ສາສະດາຈານ ດຣ. ເອກສະຫວ່າງ
ວົງວິຈິດ ລັດ ຖະມົນຕີວ່າການກະຊວງສາທາ ລະນະສຸກ, ທ່ານນາງ ຣິດສ໌ວິນາ ເດິ ອໍວິດສ໌
ຜູ້ວ່າການແທນອົງ ການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ພ້ອມດ້ວຍແພດຜະດຸງຄັນ,
ຄູ-ອາຈານ ແລະ ນັກສຶກສາຈາກມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂົ້າຮ່ວມຢ່າງຫລວງຫລາຍ.
ທ່ານນາງ ຣິດສ໌ວິນາ ເດິ ອໍວິດສ໌ ກ່າວວ່າ:
ການເຂົ້າເຖິງການບໍລິການດູແລສຸຂະພາບເປັນສິດທິມະນຸດຂັ້ນພື້ນຖານ ແລະ ການລົງທຶນໃສ່ຜະດຸງຄັນເປັນສິ່ງທີ່ຖືກຕ້ອງ.
ບັນດາປະເທດທີ່ລົງທຶນໃສ່ຜະດຸງຄັນແມ່ນມີຄວາມຄືບໜ້າຫລາຍໃນການປັບປຸງສຸ
ຂະພາບຂອງແມ່ໃຫ້ດີຂຶ້ນ ແລະ ສປປ ລາວ ກໍຈະສາມາດເປັນໜຶ່ງໃນບັນດາປະເທດດັ່ງກ່າວ
ພ້ອມກັບອັດຕາການ
ຕາຍຂອງແມ່ທີ່ຫລຸດລົງຢ່າງຈະແຈ້ງ ເມື່ອຜະດຸງ ຄັນໄດ້ຜ່ານການຮ່ຳຮຽນ,
ເຝິກອົບຮົມທີ່ດີ ແລະ ສະໜອງການບໍລິການຮັກສາສຸຂະພາບແມ່ທີ່ພຽງພໍຕາມຄວາມຕ້ອງການ
ຂອງເຂົາເຈົ້າ. ການລົງທຶນໃສ່ຜະດຸງຄັນເປັນພັນທະຕໍ່ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ
ແລະ ການເປັນຢູ່ທີ່ດີຂອງປະຊາ ຊົນ. ຫົວຂໍ້ວັນຜະດຸງຄັນສາກົນໃນປີນີ້ແມ່ນ:
“ຜະດຸງຄັນຊ່ວຍປ່ຽນແປງໂລກ ໂດຍເລີ່ມຈາກໜຶ່ງຄອບຄົວ” ເຊິ່ງໝາຍເຖິງໜ້າ ທີ່ຂອງຜະດຸງຄັນທີ່ມີຜົນກະທົບຕໍ່ການປ່ຽນແປງໂລກຂອງພວກເຮົາ
ແລະ ພວກເຮົາຮູ້ກັນດີແລ້ວວ່າ ການເສຍຊີວິດຂອງແມ່ເປັນເລື່ອງທີ່ເຈັບປວດ
ແລະ ເສົ້າໃຈຫລາຍເພາະມັນບໍ່ພຽງແຕ່ເປັນການສູນເສຍແມ່ເທົ່ານັ້ນແຕ່ມັນຍັງກະທົບຕໍ່ຄອບຄົວທັງໝົດ,
ຊຸມຊົນລວມໄປເຖິງຕໍ່ທັງທົ່ວໂລກ.
ວັນຜະດຸຄັນສາກົນໄດ້ກຳ ນົດເອົາວັນທີ
5 ພຶດສະພາ ແລະ ໄດ້ຈັດຂຶ້ນເປັນປະຈຳໃນທຸກໆປີ ເລີ່ມແຕ່ປີ 1991 ເປັນຕົ້ນມາ
ໂດຍສະຫະພັນຜະດຸງຄັນສາກົນ ເພື່ອເປັນການປູກຈິດສຳນຶກກ່ຽວກັບຄວາມສຳຄັນຂອງວຽກງານຜະ
ດຸງຄັນຕໍ່ການຮັກສາຊີວິດຂອງແມ່ ແລະ ເດັກໃຫ້ປອດໄພ. ໃນພິ ທີດັ່ງກ່າວ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ
ຍັງໄດ້ມອບອຸປະກອນການແພດ, ເຄື່ອງຊ່ວຍໃນການເກີດລູກສຸກເສີນ, ເຄື່ອງມືສື່ການສອນສຳລັບວຽກງານຜະດຸງຄັນ
ໃຫ້ກະຊວງສາທາລະນະສຸກ ລວມມູນຄ່າທັງໝົດປະມານ 1 ຕື້ກວ່າກີບ.

No comments:
Post a Comment