Ad

Ad

6 May 2014

ປກສ ​ເມືອງ​ປາກ​ລາຍມ້າງ​ແກ໋ງ​​ລັກ​ລົດຈັກ



     ທ້າວ ຕູມ​ຕາມ ອາຍຸ 17  ປີ, ທ້າວ ​ແສງ​ສຸ​ລີ ອາຍຸ 18 ປີ, ທ້າວ ພົດ ອາຍຸ 17 ປີ, ທ້າວ ກົງ​ໄກ ອາ ຍຸ 15 ປີ ​ແລະ ທ້າວ ລາ​ຊັນ ອາຍຸ 16 ປີ ທັງ​ໝົດ​ຢູ່​ບ້ານ​ບົວ​ບານ ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບູລີ ຖືກ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ປາກ​ລາຍ​ກັກ​ຕົວ​ມາ​ດຳ​ເນີນ​ຄະ ດີ​ຕາມ​ກົດໝາຍເມື່ອ​ທ້າຍ​ເດືອນ​ເມສາ​ຜ່ານ​ມານີ້, ພາຍຫລັງ​ພວກ​ກ່ຽວ​ໄດ້​ຮ່ວມ​ເຄື່ອນ​ໄຫວ​ລັກ​ລົດ ຈັກ​ຫລາຍ​ຄັ້ງ​ໃນ​ເທສະ​ບານ​ເມືອງ​ດັ່ງກ່າວ. ຜ່ານ​ການ​ສືບ ສວນ-ສອບ​ສວນ​ຂອງ​ເຈົ້າໜ້າ​ທີ່ ພວກ​ກ່ຽວ​ຮັບ​ສາລະພາບ​ວ່າ: ລົດຈັກ​ທີ່​ລັກ​ມາ​ໄດ້​ແຕ່ລະຄັ້ງນັ້ນ​ແມ່ນ​ໄດ້​ນຳ​ເອົາ​ໄປ​ຂາຍ​ປະ ມານ 2,5-3 ລ້ານ​ກີບ​ຕໍ່​ຄັນ ​ແລະ ​​ເງິນ​ທີ່​ໄດ້​ມາ​ແມ່ນ​ແບ່ງກັນ​ໄປ​ໃຊ້​ຈ່າຍ​ຫລິ້ນກິນ ​ແລະ ຊື້ຢາ​ເສບ​ຕິດມາ​ເສບ, ປັດຈຸບັນ​ເຈົ້າໜ້າ​ທີ່​ສາ ມາດ​ເກັບ​ກູ້​ລົດຈັກ​ທີ່​ພວກ​ກ່ຽວ​ລັກ​ໄປ​ຄືນ​ມາ​ໄດ້ 5 ຄັນ, ​ໃນ​ນັ້ນ ມີ​ເຈົ້າ ຂອງ​ເດີມ​ມາ​ພົວພັນ​ເອົາ​ແລ້ວ 1 ຄັນ ​ແລະ ຍັງ​ອີກ 4 ຄັນ ແມ່ນ​ລໍຖ້າ​ໃຫ້​ເຈົ້າຂອງ​ນຳ​ເອົາ​ເອກະສານ​ມາ​ເປັນ​ຫລັກ​ຖານ​ຢັ້ງຢືນ​ເອົາ​ຕາມ​ຫລັງ.

No comments:

Post a Comment