ທ່ານ ບຸນມາ ເພັດວົງສາ ຮອງຫົວໜ້າກົມຄຸ້ມຄອງການ
ທ່ອງທ່ຽວກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ພາຍຫລັງພັກ
ແລະ ລັດ ຖະບານໄດ້ກຳນົດເອົາການທ່ອງທ່ຽວເປັນທ່າແຮງສຳ ຄັນປະກອບສ່ວນເຂົ້າໃນໂຄງປະກອບເສດຖະກິດຂອງປະເທດ
ໂດຍໄດ້ສຸມທຶນຮອນຫລວງ ຫລາຍເຂົ້າໃສ່ການພັດທະນາພື້ນ ຖານໂຄງລ່າງແຫລ່ງທ່ອງທ່ຽວໃນຂອບເຂດທົ່ວປະເທດເພື່ອດຶງດູດ
ແລະ ສ້າງຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໄດ້ເຂົ້າມາທ່ຽວລາວນັບມື້ຫລາຍຂຶ້ນ.
ຜົນ ສຳເລັດກໍຄືປີ 2013 ຜ່ານມາ ສະ ພາການຄ້າ ແລະ ທ່ອງທ່ຽວເອີ ຣົບ ໄດ້ມອບລາງວັນໃຫ້ປະເທດລາວເປັນປະເທດທີ່ໜ້າທ່ອງທ່ຽວທີ່ສຸດໃນໂລກ
ເຊິ່ງເຮັດໃຫ້ຫລາຍປະເທດຮູ້ຈັກປະເທດລາວ ແລະ ເຂົ້າມາທ່ຽວປະເທດເຮົາຫລາຍຂຶ້ນປະ
ມານ 3,7 ລ້ານຄົນ ແລະ ສ້າງລາຍຮັບໄດ້ປະມານ 600 ລ້ານກວ່າໂດລາສະຫະລັດ. ແຕ່ແນວໃດກໍຕາມ,
ເຖິງວ່າໂຕ
ເລກນັກທ່ອງທ່ຽວເຂົ້າມາລາວ ແລະ ລາຍຮັບຈາກການທ່ອງ ທ່ຽວຈະເພີ່ມສູງຂຶ້ນທຸກປີ,
ແຕ່ເຫັນວ່ານັກທ່ອງທ່ຽວຍັງໃຊ້ຈ່າຍເງິນຢູ່ປະເທດເຮົາໜ້ອຍ ເມື່ອທຽບໃສ່ຄວາມຕ້ອງການຕົວຈິງສະເລ່ຍພຽງ
30 ໂດລາສະ ຫະລັດຕໍ່ວັນ ແລະ ບໍ່ຢູ່ທ່ອງທ່ຽວຫລາຍວັນ ເຊິ່ງເຫັນວ່າໜ້ອຍຫລາຍເມື່ອທຽບໃສ່ບັນດາປະເທດອາຊຽນທີ່ສູງເຖິງ
500- 1.000 ໂດລາສະຫະລັດ. ສະນັ້ນ ໃນຕໍ່ໜ້ານີ້ ພວກເຮົາຕ້ອງສ້າງສິ່ງດຶງດູດໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈຢາກທ່ອງທ່ຽວຢູ່ປະເທດເຮົາຫລາຍວັນ,
ໃຊ້ຈ່າຍຫລາຍຕາມຄາດໝາຍວາງໄວ້ວ່າ: ມາຫລາຍ, ຢູ່ດົນ, ປອດໄພ, ພໍໃຈ ແລະ ກັບຄືນມາອີກ.

No comments:
Post a Comment