Ad

Ad

29 September 2015

ກອງປະຊຸມກຳມາທິການ ປກຊ-ປກສກຳປູເຈຍ-ລາວ- ຫວຽດນາມ ຄັ້ງທີ 3

ກອງປະຊຸມກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ສະພາແຫ່ງ ຊາດ ກຳປູ ເຈຍ-ລາວ ແລະ ຫວຽດນາມ ຄັ້ງທີ 3 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 28-29 ກັນຍານີ້ ທີ່ແຂວງຈຳປາສັກໃນຫົວຂໍ້ ເພີ່ມ ທະວີພາລະບົດບາດຕິດຕາມກວດກາຂອງລັດຖະສະພາໂດຍຜ່ານບັນດາກຳມາທິການກ່ຽວຂ້ອງເພື່ອສະໜັບສະໜູນເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດ ນາມ (CLV)” ໂດຍການເຂົ້າຮ່ວມ ຂອງທ່ານ ດຣ. ໄຊສົມພອນ ພົມວິຫານ ຮອງປະທານສະພາແຫ່ງຊາດ, ທ່ານ ບົວສອນ ວົງສອງຄອນ ຮອງເຈົ້າແຂວງຈຳປາສັກ, ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) 3 ກຳມາທິການດັ່ງກ່າວພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ເພື່ອປະຕິບັດພັນທະດ້ານການເມືອງ ແລະ ຄວາມຮັບຜິດຊອບຂອງກຳມາທິ ການ ປກຊ-ປກສ ສະພາແຫ່ງຊາດ ຂອງສາມປະເທດທີ່ໄດ້ຕົກລົງກັນ ຜັດປ່ຽນເປັນເຈົ້າພາບກອງປະຊຸມດັ່ງກ່າວໃນແຕ່ລະປີເລີ່ມແຕ່ປີ 2013 ເປັນຕົ້ນມາເພື່ອປຶກສາຫາ ລືຂອງ ສສສຊ ສັງກັດກຳມາທິ ການດັ່ງກ່າວໄດ້ພົບປະສົນທະນາ ແລະ ແລກ ປ່ຽນຄຳຄິດຄຳເຫັນ
ຕໍ່ ຜົນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາຄວາມໝັ້ນຄົງ, ການປັກຫລັກໝາຍຊາຍແດນ, ການເຂົ້າ-ອອກເມືອງ, ການຄຸ້ມຄອງຄົນຕ່າງປະເທດໃນເຂດ 3 ຫລ່ຽມພັດທະນາ (CLV) ມີຄວາມສະຫງົບປອດໄພກໍຄືຄວາມ ເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ການຮ່ວມມື ແລະ ຊຸກຍູ້ສົ່ງເສີມການລົງທຶນການພັດ ທະນາຢູ່ເຂດ 3 ຫລ່ຽມພັດທະນາ ກຳປູເຈຍ-ລາວ ແລະ ຫວຽດນາມ ແລະ ກອງປະຊຸມສຸດຍອດ 3 ນາ ຍົກ CLV ຄັ້ງທີ 8 ລະຫວ່າງວັນທີ 24-25 ພະຈິກ 2014. ທັງເປັນ ການສືບຕໍ່ເສີມຂະຫຍາຍມູນເຊື້ອ ການພົວພັນສາມັກຄີຮ່ວມມືຂອງ ສາມຊາດທີ່ເຄີຍມີມາແລ້ວນັ້ນໃຫ້ ນັບມື້ຈະເລີນງອກງາມນຳຄວາມ ສຸກຄວາມຈະເລີນມາສູ່ປະຊາຊົນ ສາມຊາດ.

ທ່ານຮອງປະທານສະພາ ແຫ່ງຊາດລາວ ໄດ້ມີຄຳເຫັນວ່າ: ສະພາແຫ່ງຊາດໃນນາມຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ແລະ ເປັນອົງການນິຕິບັນຍັດ ແລະ ຕິດຕາມກວດກາ, ມີບົດບາດ ສຳຄັນໃນການຊຸກຍູ້ສົ່ງເສີມການ ຈັດຕັ້ງຜັນຂະຫຍາຍແນວທາງກໍຄື ແຜນແມ່ບົດໃນການພັດທະນາເຂດສາມຫລ່ຽມໂດຍຜ່ານການພິຈາລະນາ ແລະ ຮັບ ຮອງບົດບັນທຶກ ແລະ ນະໂຍບາຍທີ່ເໝາະສົມເພື່ອນຳໄປຈັດຕັ້ງປະຕິບັດໃນແຕ່ລະໄລຍະ. ແນວໃດກໍຕາມ, ພວກເຮົາສັງເກດ ເຫັນວ່າຍັງມີຫລາຍຂໍ້ຫລາຍຈຸດທີ່ ສາມກຳມາທິການ ປກຊ-ປກສ ປະ ຕິບັດບໍ່ທັນໄດ້ດີເທົ່າທີ່ຄວນໂດຍສະ ເພາະການຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງລະຫວ່າງສາມລັດຖະບານ, ການແລກປ່ຽນຄະນະຜູ້ ແທນ ສສຊ ຂອງບັນດາແຂວງ ສາມຫລ່ຽມລະຫວ່າງສາມປະ ເທດ, ການສ້າງຕັ້ງກຳມາທິການ ປະສານງານຮ່ວມ ແລະ ບັນຫາ ອື່ນໆອີກຈຳນວນໜຶ່ງ. ດັ່ງນັ້ນ ເພື່ອ ຜັນຂະຫຍາຍຈິດໃຈຂອງບົດບັນ ທຶກຮ່ວມດັ່ງກ່າວ, ພວກເຮົາຄວນ ເລີ່ມຕົ້ນຈາກການສ້າງຕັ້ງຄະນະ ກຳມາທິການຮ່ວມໂດຍມີການ ແຕ່ງຕັ້ງ ສສຊ ແລະ ວິຊາການກ່ຽວຂ້ອງຈາກສາມກຳມາທິການ ປກຊ-ປກສ ປະກອບເປັນຄະນະເພື່ອຊຸກຍູ້ຕິດຕາມກວດກາຄວາມຄືບໜ້າຂອງບັນດາກິດຈະກຳກ່ຽວຂ້ອງ ແລະ ປະ ສານສົມທົບກັບບັນ ດາກຳມາທິການກະຊວງກ່ຽວຂ້ອງເພື່ອຕິດຕາມຊຸກຍູ້ການປະຕິບັດແຜນງານ, ການປັກຫລັກໝາຍຊາຍແດນ ແລະ ໂຄງການພັດ ທະນາຢູ່ໃນເຂດສາມຫລ່ຽມໃຫ້ ເກີດດອກອອກຜົນ. ພ້ອມທັງສະ ກັດກັ້ນຢ່າງທັນການຕໍ່ໜໍ່ແໜ່ງຂອງຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍຕ່າງໆຕາມຊາຍແດນສາມປະເທດ.

No comments:

Post a Comment