Ad

Ad

29 September 2015

ກະຊວງການເງິນຈະກວດສອບພະນັກງານລໍ້າລວຍຜິດປົກກະຕິ

ກະຊວງການເງິນຈະເພີ່ມມາດຕະການຕິດຕາມແລະກວດສອບການເຄື່ອນ ໄຫວຂອງພະນັກງານໃນຂະແໜງ ການຕົນໃຫ້ເຂັ້ມງວດຫລາຍຂຶ້ນ, ພາຍຫລັງມີກະແສສັງຄົມໄດ້ສ່ອງແສງຜ່ານສື່ສັງຄົມອອນລາຍຢ່າງແຜ່ຫລາຍວ່າມີພະນັກງານຈໍານວນໜຶ່ງລໍ້າລວຍຜິດປົກກະຕິ, ໂດຍສະເພາະຂະແໜງພາສີ, ອາກອນ ແລະ ຂະແໜງ ອື່ນໆທີ່ຕິດພັນກັບຂົງເຂດເສດຖະກິດ.

ບັນຫາດັ່ງກ່າວໄດ້ຮັບການຢືນຢັນຈາກທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນ ສີລາ ວຽງແກ້ວ ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນເມື່ອທ້າຍອາທິດຜ່ານມາ, ທີ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ, ເຊິ່ງທ່ານໄດ້ຍົກເອົາກໍລະນີທີ່ປະຊາຊົນໄດ້ສະເໜີຂໍ້ມູນຜ່ານສື່ສັງຄົມອອນລາຍກ່ຽວກັບພະນັກງານພາສີ, ອາກອນປະຈໍາຢູ່ດ່ານສາກົນຂົວມິດຕະພາບ, ດ່ານທ່ານາແລ້ງຈໍານວນໜຶ່ງມີຖານະລໍ້າລວຍຂຶ້ນຢ່າງຜິດປົກກະຕິ, ມີລົດຄາລາແພງຫລາຍຄັນ, ມີດິນຫລາຍຕອນທັງທີ່ເປັນພະນັກງານລັດຖະກອນ, ຊຶ່ງຊັບສີນດັ່ງກ່າວອາດໄດ້ມາດ້ວຍການສໍ້ລາດບັງຫລວງຫລືສວຍໃຊ້ຕໍາແໜ່ງໜ້າທີ່ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງການເງິນກ່າວວ່າ: ບັນຫາການລໍ້າລວຍຜິດປົກກະຕິ ຂອງພະນັກງານລັດແມ່ນເປັນບັນຫາລວມຂອງກະຊວງການເງິນ, ຊຶ່ງຜ່ານມາຄະນະນໍາກະຊວງການເງິນກໍໄດ້ລົງກວດສອບພະນັກງານເປັນປົກກະຕິແລະຖ້າພົບເຫັນການກະທໍາຜິດກໍໄດ້ມີການປະຕິບັດວິໄນຕາມລະບຽບກົດໝາຍຢ່າງເຂັ້ມງວດ, ສໍາລັບພະນັກງານພາສີກໍ ນອນໃນເງື່ອນໄຂຄືກັນກັບພະນັກ ງານໃນຂະແໜງການເງິນທົ່ວໄປ, ສ່ວນຂໍ້ມູນທີ່ມີເຜີຍແຜ່ຜ່ານສື່ສັງຄົມອອນລາຍໃນໄລຍະຜ່ານມານັ້ນ, ກໍແມ່ນສໍາຄັນສ່ວນໜຶ່ງທີ່ກົມພາສີ ໄດ້ເອົາເປັນຂໍ້ມູນພື້ນຖານໃນການ ກວດສອບພະນັກງານຫລືກຸ່ມເປົ້າໝາຍຕາມລະບຽບການ ແລະ ບັນ ຫາຕິດຕາມການລໍ້າລວຍຜິດປົກກະຕິຂອງພະນັກງານນີ້, ກະຊວງ ການເງິນຈະໄດ້ສົມທົບກັບຂະແໜງກາກ່ຽວຂ້ອງ ອື່ນໆເພື່ອດໍາເນີນການກວດສອບຢ່າງເຂັ້ມງວດ ແລະ ດໍາເນີນວິໄນຢ່າງເຄັ່ງຄັດ ຕາມລະບຽບກົດໝາຍຕໍ່ຜູ້ກະທໍາຜິດແລະມີການປະພຶດສໍ້ລາດບັງຫລວງ.

No comments:

Post a Comment