ໂດຍ: ມຶກບໍ່ແຫ້ງ
ເຖິງແມ່ນວ່າເຊື້ອເອັຈໄອວີ/ເອສ໌(HIV/AIDS) ຈະຄົ້ນພົບມາໄດ້ຫຼາຍປີແລ້ວແຕ່ພວກເຮົາກໍຍັງບໍ່ທັນສາມາດປິ່ນປົວໃຫ້ເຊົາຂາດໄດ້, ແລະ ທັງມີຜູ້ຕິດເຊື້ອເພີ່ມຂຶ້ນທຸກປີ.
ວັນທີ 1
ທັນວາຂອງທຸກໆຖືກກຳນົດໃຫ້ເປັນວັນສາກົນຕ້ານເອສ໌ເຊິ່ງເລີ່ມມາແຕ່ປີ 1998, ຈຸດປະສົງຕົ້ນຕໍຂອງວັນດັ່ງກ່າວກໍເພື່ອປຸກລະດົມແລະໂຄສະນາໃຫ້ຊາວໂລກໄດ້ຮັບຮູ້ເຂົ້າໃຈເຖິງໄພອັນຕະລາຍຂອງເຊື້ອເອັຈໄອວີ/ເອສ໌ແລະຮ່ວມໃຈກັນຕ້ານພະຍາດດັ່ງກ່າວທັງ
ເປັນໂອກາດອັນດີໃນການສະແດງເຖິງຄວາມຫ່ວງໃຍແລະເອົາໃຈໃສ່ຕໍ່ຜູ້ທີ່ຕິດເຊື້ອໂດຍການສົ່ງເສີມໃຫ້ເຂົາເຈົ້າສາມາດເຂົ້າເຖິງການບໍລິການທາງການແພດຢ່າງເໝາະສົມ.
ສຳລັບຄຳຂວັນຂອງວັນສາກົນຕ້ານເອສ໌ປີນີ້ແມ່ນ“ຍົກມືຂຶ້ນຮ່ວມໃຈກັນຕ້ານໄພເອສ໌”. ອີງຕາມອົງການສະຫະປະຊາຊາດຕ້ານເອສ໌ (UNAIDS) ລາຍງານວ່າໃນປີ 2015 ທົ່ວໂລກຍັງມີຜູ້ຕິດເຊື້ອເອຈໄອວີຈຳນວນ
37,7 ລ້ານຄົນໂດຍອົງການສປຊກໍໄດ້ຄາດການວ່າອັດຕາການເພີ່ມຂຶ້ນຂອງຜູ້ຕິດເຊື້ອແມ່ນ
250.000-400.000 ຄົນຕໍ່ປີໃນໄລຍະ 2015-2030, ນັ້ນກໍສະແດງວ່າ “ທຸກໆ 2 ນາທີຈະມີຜູ້ຕິດເຊື້ອ 1 ຄົນໂດຍສະເພາະແມ່ຍິງ”. ສິ່ງດັ່ງກ່າວກໍສອດຄ່ອງກັບຜົນຂອງການສຳຫຼວດຂອງອົງການອຸຍນີເຊບໃນບົດລາຍງານ
“ເດັກນ້ອຍແລະເອສ໌: ຢຸດຕິເອສ໌ເພື່ອເດັກນ້ອຍທຸກຄົນ” (Children
and AIDS: For every child, end aids) ເຊິ່ງໃຫ້ຮູ້ວ່າໂຣກເອສ໌ຍັງເປັນສາເຫດຕົ້ນຕໍຂອງການເສຍຊີວິດຂອງຜູ້ທີ່ມີອາຍຸລະຫວ່າງ
10-19 ປີເຊິ່ງໃນປີ 2015 ຜູ້ທີ່ມີອາຍຸໃນເກນດັ່ງກ່າວເສຍຊີວິດຈຳນວນ 41.000 ຄົນ.
ບໍ່ຕ່າງຈາກສະຖານະການຂອງໂລກ, ສປປ ລາວ ເຮົາກໍຍັງມີຜູ້ຕິດເຊື້ອເອຈໄອວີຈຳນວນບໍ່ໜ້ອຍເຊັ່ນກັນ, ຕາມການລາຍງານຂອງກະຊວງສາທາະນະສຸກໃຫ້ຮູ້ວ່ານັບແຕ່ປີ 1990
ຮອດທ້າຍເດືອນມິຖຸນາ 2016 ສປປລາວມີຈຳນວນຜູ້ຕິດເຊື້ອທັງໝົດ 8.776 ກໍລະນີເປັນໂຣກເອສ໌
4.909 ຄົນແລະເສຍຊີວິດ 1.843 ຄົນ.
ສາເຫດສຳຄັນທີ່ພາໃຫ້ຜູ້ຕິດເອສ໌ໃນສປປລາວແມ່ນທາງເພດສຳພັນທີ່ບໍ່ປອດໄພກວມເອົາກວ່າ
90%,
ຈາກແມ່ສູ່ລູກກວມເອົາ 4,8%.
ເຖິງແມ່ນວ່າສປປລາວຈະຖືກຈັດໃນປະເທດທີ່ມີອັດຕາການຕິດເຊື້ອເອຈໄອວີທີ່ຕໍ່າເຊິ່ງກວມເອົາປະມານ
0,3% ຂອງປະຊາກອນແຕ່ການມີສະຕິ, ເປັນເຈົ້າການໃນການປຸກລະດົມໃນການຕ້ານເຊື້ອພະຍາດດັ່ງກ່າວນີ້ເປັນສິ່ງຈຳເປັນທີ່ສຸດ.
ໃນໄລຍະຜ່ານມາລັດຖະບານແຫ່ງສປປລາວກໍໃຫ້ຄວາມສຳຄັນໃນການຕ້ານໄພເອສ໌ໂດຍຈັດໃຫ້ມີສະຖານທີ່ໃຫ້ຄຳປຶກສາແລະກວດເລືອດຫາການຕິດເຊື້ອເອັຈໄອວີໂດຍບໍ່ເສຍຄ່າ, ມີສະຖານທີ່ປິ່ນປົວຜູ້ຕິດເຊື້ອເອັຈໄອວີແລະເປັນພະຍາດເອສ໌ 11
ແຫ່ງທົ່ວປະເທດ. ນອກນັ້ນກໍມີຄະນະກຳມະການແຫ່ງຊາດຕ້ານເອສ໌ຂັ້ນສູນກາງ, ຂັ້ນແຂວງແລະຂັ້ນເມືອງພ້ອມນັ້ນຍັງມີແຜນຍຸດທະສາດແລະແຜນງານແຫ່ງຊາດຕ້ານເອສ໌ຕື່ມອີກ.
ການບັນລຸເປົ້າໝາຍໃນການຕ້ານເອສ໌ມີຄວາມສຳຄັນທີ່ສຸດຕໍ່ກັບການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມຂອງຊາດກໍຄືເປົ້າໝາຍການພັດທະນາທີ່ຍືນຍົງທີ່ສາກົນຮັບຮອງເອົາ.
ຕາມການແນະນຳຂອງອົງການສປຊທີ່ຈະເຮັດໃຫ້ວຽກງານຕ້ານເອສ໌ໄດ້ຮັບຜົນດີຈະຕ້ອງປະກອບໄປດ້ວຍ 4
ປັດໄຈຄື: 1) ລົງທຶນໃສ່ການຊອກຫາວິທີການອັນໃໝ່ໃນການປ້ອງກັນຮວມທັງຂັ້ນທ້ອງຖິ່ນ, 2) ເສີມສ້າງການເກັບກຳຂໍ້ມູນທີ່ໜ້າເຊື່ອຖື, 3) ຢຸດຕິການແບ່ງແຍກແລະການໃຊ້ຄວາມຮຸນແຮງຕໍ່ຜູ້ຕິດເຊື້ອແລະ
4) ໃຫ້ບຸລິມະສິດແກ່ກຸ່ມທີ່ມີຄວາມສ່ຽງໃນການຕ້ານໄພເອສ໌.
ຜ່ານການເຂົ້າເຖິງຂໍ້ມູນ-ຂ່າວສານທີ່ຖືກຕ້ອງ, ການຕ້ານໄພເອສ໌ກໍຍັງແມ່ນຄວາມຮັບຜິດຊອບຂອງສ່ວນບຸກຄົນທີ່ຈະຕ້ອງປ້ອງກັນຕົນເອງຈາກການຕິດເຊື້ອເອັຈໄອວີ.
ເມື່ອທຸກຄົນມີຄວາມຮັບຜິດຊອບແລະມີສະຕິໃນການຮັກສາຕົນເອງພົ້ນຈາກໄພເອສ໌ແລ້ວ, ສັງຄົມກໍຈະປາສະຈາກເອສ໌ໄດ້.
No comments:
Post a Comment