Ad

Ad

14 December 2016

ກອງປະຊຸມລັດຖະບານປະຈຳສົກປີ 2015-2016

          ວັນທີ 13-14 ທັນວານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມລັດຖະບານເປີດກວາງປະຈຳສົກປີ 2015-2016, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີ, ມີຄະນະລັດຖະບານ, ບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງພ້ອມພຽງ.

          ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການສະຫລຸບ ຕີລາຄາໂດຍສັງເຂບຂອງການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນ 1 ປີ ຜ່ານມາ, ຮ່າງຄຳສັ່ງວ່າດ້ວຍແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນການເງິນ ແລະ ແຜນເງິນຕາປະຈຳປີ 2017, ການສະຫລຸບສັງລວມໜີ້ສິນບັນດາໂຄງການລົງທຶນຂອງລັດ ຈາກທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ
ການເງິນ ແລະ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານ ແຜນ ເງິນຕານັບແຕ່ 2017-2020, ສະຫລຸບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນ ເງິນຕາ 10 ເດືອນຕົ້ນສົກປີ 2015-2016, ແຜນການຮອດທ້າຍປີ 2016 ແລະ ແຜນ ເງິນຕາປີ 2017 ຈາກຜູ້ວ່າການທະນາຄານແຫ່ງ ສປປລາວ, ພ້ອມທັງໄດ້ຮັບຟັງການ ລາຍງານກ່ຽວກັບການປັບປຸງກົນໄກປະສານງານລະຫວ່າງບັນດາກະຊວງ-ອົງການທ້ອງຖິ່ນ ແລະ ສຳນັກງານນາຍົກລັດ ຖະມົນຕີ, ຮ່າງລັດຖະບັນຍັດວ່າດ້ວຍການກຳນົດອັດຕາຄ່າທຳ ນຽມທາງ, ສະຫລຸບຕີລາຄາການສ້າງ, ປັບປຸງກົດໜາຍ ແລະ ນິຕິກຳລຸ່ມກົດໜາຍຂອງບັນ ດາຂະແໜງການ, ການປະເມີນການຈັດຕັ້ງປະ ຕິບັດກົດໜາຍ ແລະ ນິຕິກຳລຸ່ມກົດໜາຍໃນ ໄລຍະຜ່ານມາ ແລະ ແຜນການໃນ 5 ປີຕໍ່ໜ້າ, ສະຫລຸບຕີລາຄາ ແລະ ຖອດຖອນບົດ ຮຽນກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະລັດຖະບານຊຸດທີ 8 ເລີ່ມແຕ່ເດືອນເມສາ 2016 ເປັນຕົ້ນມາ.

No comments:

Post a Comment