Ad

Ad

14 December 2016

ຈັດວາງສະແດງຫ້ອງປະຊຸມສູນກາງ 401 ລະນຶກວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ

          ໃນວັນທີ 13 ທັນວາ ນີ້ ຄະນະຮັບຜິດຊອບພິພິທະພັນໄກສອນ ພົມວິຫານ ຈັດວາງສະແດງຫ້ອງປະຊຸມສູນກາງ 401 ຢູ່ເຂດອະນຸ ສອນສະຖານ ປະທານ ໄກສອນ ພົມວິຫານ ຫລັກ 6 ນະ ຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 96 ປີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ເຕັມໄປດ້ວຍຄວາມໝາຍສຳຄັນໃນປະຫວັດສາດ ເປັນກຽດຕັດແຖບຜ້າຂອງທ່ານ ສຸວັນດີ ສີສະຫວັດ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບ ພິພິທະພັນໄກສອນ ພົມວິຫານ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ແລະ ພະ ນັກງານອາວຸໂສບຳນານເຂົ້າຮ່ວມ.


          ຫ້ອງປະຊຸມດັ່ງກ່າວ, ໄດ້ສ້າງຂຶ້ນໃນປີ 1980 ແມ່ນສະຖານທີ່ປະຊຸມ ກົມການເມືອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະຊຸມປະສົມລະ ຫວ່າງພັກກັບລັດຖະບານ, ກອງປະຊຸມສະພາລັດຖະມົນຕີ ແລະ ປະຊຸມກ່ຽວກັບອົງການຈັດຕັ້ງມະຫາຊົນ ນອກ ຈາກນີ້, ປະທານ ໄກສອນ ພົມວິຫານ ຍັງໄດ້ໃຊ້ຫ້ອງປະຊຸມພົບປະກັບແຂກຕ່າງປະເທດ ໂດຍສະ ເພາະກອງປະຊຸມ 3 ຊາດລາວ, ຫວຽດນາມ, ກຳປູເຈຍ. ຕະຫລອດໄລຍະທີ່ປະທານ ໄກສອນ ພົມວິ ຫານ ດຳລົງຊີວິດເຮັດວຽກຢູ່ສະຖານທີ່ແຫ່ງນີ້ ແມ່ນໄລຍະເວລາແຫ່ງການທຸ້ມເທ ເຫື່ອແຮງຄວາມຄິດມັນ ສະໝອງ ແລະ ບົດຮຽນອັນອຸດົມຮັ່ງມີ ແລະ ຍັງເປັນບ່ອນຮັກສາໄວ້ແບບຢ່າງອັນໃສແຈ້ງ ທາງດ້ານຄຸນສົມບັດຂອງຜູ້ນຳ ທີ່ມີນ້ຳໃຈເສຍສະຫລະອັນສູງສົ່ງ ມີມານະຈິດປະຕິວັດສຸດກົກສຸດປາຍ, ມີທັດສະນະມະຫາຊົນອັນກວ້າງຂວາງ, ມີຄວາມອົດທົນດຸໝັ່ນປະຢັດ, ສັດຊື່, ປອດໃສ ແລະ ຈົ່ງຮັກພັກດີຕໍ່ຜົນປະໂຫຍດຂອງປະເທດຊາດ.

No comments:

Post a Comment