Ad

Ad

14 December 2016

ເອີຣົບຍ້ອງລາວມີຄວາມຕື່ນຕົວປ້ອງກັນການປ່ຽນແປງດິນຟ້າອາກາດ

           ສະຫະພາບເອີຣົບ EU ປະຈໍາລາວ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍລັດຖະບານລາວທີ່ມີຄວາມຕື່ນຕົວຮ່ວມກັບປະຊາຊາດໃນໂລກໃນການປະກອບສ່ວນຕອບໂຕ້ ແລະ ຫລຸດຜ່ອນຜົນກະທົບຈາກສະພາບ ການປ່ຽນແປງຂອງດິນຟ້າອາກາດ, ຫລັງຈາກ ສ ປປ ລາວ ເປັນໜຶ່ງໃນບັນດາປະເທດອັນດັບຕົ້ນໆທີ່ໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງປາຣີວ່າດ້ວຍການປ່ຽນແປງສະພາບດິນຟ້າອາກາດ, ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2020 ເປັນຕົ້ນໄປ.
             ການສະແດງຄວາມຍ້ອງຍໍຊົມເຊີຍດັ່ງກ່າວມີຂຶ້ນໃນໂອກາດກ່າວຄໍາເຫັນຂອງທ່ານເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ ເລໂອ ຟາແບ໋ກ ໃນພິທີເປີດໄຟສີຂຽວໃສ່ອາຄານສໍານັກງານ
ສະຫະພາບເອີຣົບປະຈໍາລາວໃນວັນທີ 12 ທັນວານີ້, ເພື່ອສະແດງສັນຍາລັກຂອງການສະ ເຫລີມສະຫລອງຄົບຮອບໜຶ່ງປີຂອງຂໍ້ຕົກລົງດັ່ງກ່າວ.
          ທ່ານ ເລໂອ ຟາແບ໋ກ ກ່າວວ່າ: ຂໍ້ຕົກລົງປາຣີ ໄດ້ຮວບຮວມເອົາບັນດາປະຊາຊາດໃນທົ່ວໂລກເຂົ້າສູ່ຈຸດຢືນອັນດຽວກັນເພື່ອຮ່ວມກັນຕໍ່ສູ້ກັບການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວຢ່າງແທດເໝາະກັບຜົນກະທົບຂອງມັນໂດຍການຍົກສູງການສະໜັບສະໜູນຊ່ວຍເຫລືອບັນດາປະເທດກໍາລັງພັດທະນາໃຫ້ປະຕິບັດໄປຕາມທິດທາງດຽວກັນ ກໍຄືພະຍາຍາມຮັກສາອຸນນະພູມຂອງໂລກໃຫ້ຢູ່ໃນລະດັບຕໍ່າກວ່າ 2 ອົງສາໃນສັດຕະວັດນີ້. ຂໍ້ຕົກລົງດັ່ງກ່າວໄດ້ຮັບການບັງຄັບໃຊ້ໃນວັນທີ 4 ພະຈິກ 2016 ແລະ ປັດຈຸບັນມີ 116 ປະເທດຮ່ວມທັງສະຫະພາບເອີຣົບໃນຈໍານວນ 197 ລັດພາຄີສົນທິສັນຍາວ່າດ້ວຍການປ່ຽນແປງດິນຟ້າອາກາດໄດ້ໃຫ້ສັດຕະຍາບັນໃນຂໍ້ຕົກລົງນີ້. ພວກເຮົາມີຄວາມຊົມເຊີຍ ແລະ ຍີນດີຕໍ່ລັດຖະບານລາວທີ່ໃຫ້ສັດຕະຍາບັນ ແລະ ມີຄວາມມຸ່ງໝັ້ນຢ່າງແຂງ ແຮງຕໍ່ຂໍ້ຕົກລົງນີ້ ແລະ ສະຫະພາບເອີຣົບມີຄວາມຍີນດີທີ່ຈະສະໜັບສະໜູນລາວເພື່ອຜັນຂະຫຍາຍຂໍ້ຕົກລົງນີ້ເຂົ້າສູ່ກິດຈະກໍາຕົວຈິງເພື່ອຈັດຕັ້ງປະຕິບັດໃນລະດັບປະເທດຢ່າງມີປະສິດທິຜົນ.

            ທ່ານທູດສະຫະພາບເອີຣົບ ກ່າວວ່າ: ການປ້ອງກັນສະພາບດິນຟ້າອາກາດທີ່ເປັນອັນຕະລາຍແມ່ນບູລິມະສິດຕົ້ນຕໍຂອງສະຫະພາບເອີຣົບ ເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວໃນປະລິ ມານຫລາຍ, ຂະນະດຽວກັນກໍພັກດັນໃຫ້ປະເທດຕ່າງໆໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເຊັ່ນກັນ ເພື່ອປົກປ້ອງໂລກໃຫ້ມີສະຖຽນລະພາບ, ພາລະນາໄມ, ສັງຄົມຍຸຕິທໍາ ແລະ ເສດຖະກິດເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment