Ad

Ad

14 December 2016

ຜົນກອງປະຊຸມອົງການແຮງງານສາກົນ ປະຈຳພາກພື້ນ ອາຊີ-ປາຊີຟິກ ທີ່ປະເທດອິນໂດເນເຊຍ

          ລະຫວ່າງວັນທີ  6-9 ທັນວາຜ່ານມານີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄໍາແພງ ໄຊສົມແພງ, ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະ ຊຸມອົງການແຮງງານສາກົນ ປະຈໍາພາກພື້ນ ອາຊີ-ປາຊີຟິກ, ທີ່ໄດ້ຈັດຂຶ້ນທີ່ເມືອງບຼາຫລີ, ປະເທດອິນ ໂດເນເຊຍ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂມຮາມັດ ຈູຊູບ ກາລາ (Mohammad Jusuf Kalla) ຮອງປະທານາທິບໍດີ ແຫ່ງສາທາລະນະລັດ ອິນໂດນີເຊຍ, ມີບັນດາຕົວແທນຈາກປະ ເທດຕ່າງໆເຂົ້າຮ່ວມເປັນຈໍານວນຫລາຍ.

          ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄວາມເຫັນໃສ່ບົດລາຍງານຂອງ ຜູ້ອຳນວຍການໃຫຍ່ອົງການແຮງງານ ກ່ຽວກັບ ວຽກທີ່ມີຄຸນຄ່າ ແລະ ເປັນທຳແບບມີສ່ວນຮ່ວມ ກ້າວສູ່ການພັດທະນາແບບຍືນຍົງ”,  ຢູ່ພາກພື້ນອາຊີ-ປາຊີຟິກ ແລະ ຢູ່ບັນດາປະເທດອາຣັບ, ພ້ອມນີ້ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນ ແລະ ຂໍ້ມູນຂ່າວ ສານກ່ຽວກັບການຈ້າງງານທີ່ຍຸຕິທຳ, ການເຕີບໂຕແບບມີສ່ວນຮ່ວມ ສຳລັບຄວາມຍຸຕິທຳ ຂອງສັງຄົມ, ນະໂຍບາຍສຳລັບການສ້າງອາຊີບ, ສິດທີ ແລະ ຄວາມຍຸຕິທຳ, ການພັດທະ ນາສີມືແຮງງານໃນອານາຄົດ, ການສ້າງຄວາມເຂັ້ມແຂງແກ່ຄູ່ຮ່ວມງານສັງຄົມສຳລັບການ ເຕີບໂຕແບບຍືນຍົງ ແລະ ມີສ່ວນຮ່ວມ ແລະ ການຮ່ວມມືຂອງຂະແໜງການກ່ຽວຂ້ອງ ຕໍ່ວິສາຫະກິດ ແລະ ນະໂຍບາຍສັງຄົມ.
          ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກໍໄດ້ປະກອບຄວາມເຫັນຕໍ່ບົດລາຍງານຂອງຜູ້ອຳນວຍການ ໃຫຍ່ວ່າ: ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນເໝາະສົມໃນເງື່ອນໄຂປະຈຸບັນໃນພາກພື້ນອາ ຊີ-ປາຊີຟິກ, ພາກພື້ນອາຊຽນ ແລະ ເງື່ອນໄຂຂອງສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມສະບັບທີ 8, ໂດຍສະເພາະ ວິໄສທັດ ການພັດທະນາ ວຽກງານແຮງງານ ແລະ ສະຫວັດດີການສັງຄົມ 2016-2030, ຍຸດທະສາດ 2016-2020 ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ  (2016-2020), ເຊິ່ງໄດ້ສຸມໃສ່ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງ ງານ, ການຈັດຫາວຽກເຮັດງານທຳ, ການພັດທະນາສີມືແຮງງານ ແລະ ການສ້າງຄວາມ ເຂັ້ມແຂງດ້ານຂໍ້ມູນຂ່າວສານຕະຫຼາດແຮງງານ. 

          ນອກນີ້ ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການບາຫຼີ, ໂດຍສຸມໃສ່ບູລິມະສິດ ແລະ ການ ຈັດຕັ້ງປະຕິບັດແຫ່ງຊາດ, ການຈັດຕັ້ງປະຕິບັດຂອງອົງການແຮງງານສາກົນ ແລະ ບັນດາປະເທດສະມາຊິກຂອງອົງການແຮງງານສາກົນປະຈຳພາກພື້ນອາຊີ-ປາຊີຟິກ ແລະ ປະເທດອາຣັບ ຈະໄດ້ລາຍງການຈັດຕັ້ງປະຕິບັດຕໍ່ຄະນະບໍລິຫານງານອົງການ ແຮງງານສາກົນ, ໂດຍຜ່ານອົງການຈັດຕັ້ງສາມຝ່າຍ.

No comments:

Post a Comment