Ad

Ad

25 June 2015

ພະຍາດຄໍຕີບ​ລະບາດຢູ່ແຂວງວຽງຈັນມີ​ຜູ້​ເສຍ​ຊີວິດແລ້ວ 2 ຄົນ



ປັດຈຸບັນພະຍາດຄໍຕີບອັກເສບໄດ້ລະບາດຢູ່ 6 ບ້ານຂອງເມືອງແມດແຂວງວຽງ ຈັນຄື ບ້ານສາມັກຄີໄຊ, ນາສະຫວ່າງ,ນາອຸດົມ, ປາກແພນ, ຫ້ວຍຕົມ ແລະ ນາດີ, ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວຫລາຍກວ່າ 10 ຄົນ.
ຕາມ​ການ​ລາຍງານ​ຂອງ ທ່ານ ດຣ. ສີທົນ ຕັນມິງ ຫົວໜ້າຫ້ອງການສາທາ ລະນະສຸກເມືອງ​​ແມດໃນວັນທີ 24 ມິຖຸນານີ້ວ່າ: ນັບແຕ່ຕົ້ນເດືອນມິຖຸນານີ້ ຫ້ອງ ການສາທາລະນະສຸກເມືອງໄດ້ຮັບແຈ້ງວ່າມີເຊື້ອພະຍາດລະບາດເກີດຂຶ້ນທີ່ບ້ານສາມັກຄີໄຊ, ເຊິ່ງເຮັດໃຫ້ມີຄົນເສຍຊີວິດ 2 ຄົນເປັນເດັກຊາຍອາຍຸ 8 ປີ ແລະ 5 ປີ,ຈາກນັ້ນ ທາງຫ້ອງການສາທາລະນະສຸກເມືອງຈິ່ງໄດ້ລົງເກັບກຳຂໍ້ມູນຈິ່ງຮູ້ວ່າເປັນພະ
ຍາດຄໍຕີບອັກເສບ ແລະ ໄດ້ກວດພະຍາດໃຫ້ປະຊາຊົນບ້ານດັ່ງກ່າວສາມາດພົບຜູ້ຕິດເຊື້ອອີກ 6 ຄົນ, ຈາກນັ້ນຈິ່ງໄດ້ລາຍງານ ໃຫ້ແຂວງ ແລະ ສູນກາງຮັບຊາບ ແລະ ໄດ້ສົ່ງທີມງານມາຊ່ວຍ, ເຊິ່ງມາ​ຈາກອົງການລະບາດວິທະຍາກະຊວງສາທາລະນະ ສຸກ, ອົງການອະນາໄມໂລກ, ສາທາລະນະສຸກແຂວງ ແລະ ແພດຈາກເມືອງເຟືອງ ແລະ ເມືອງອ້ອມຂ້າງມາຊ່ວຍ, ມາຮອດ ປັດຈຸບັນເຊື້ອພະຍາດດັ່ງກ່າວໄດ້ຂະຫຍາຍໄປເປັນ 6 ບ້ານ ແລະ ພົບຜູ້ມີເຊື້ອພະຍາດດັ່ງກ່າວທັງຫມົດ 12 ຄົນ ແລະ ຜູ້ມີອາການສົງໄສອີກຈຳນວນໜຶ່ງ.
ຕໍ່ກັບເຫດການດັ່ງກ່າວທາງເມືອງໄດ້ສົມທົບກັບສູນກາງ, ​ແຂວງແລະເມືອງອ້ອມຂ້າງລົງສັກຢາວັກ​ແຊງ​ປ້ອງກັນພະຍາດດັ່ງກ່າວໃຫ້ເດັກນ້ອຍອາຍຸ​ 14 ປີລົງມາຢູ່ບ້ານເປົ້າໝາຍ, ພ້ອມທັງມີແຜນລົງສັກຢາວັກ​ແຊງໃຫ້ຄົບທຸກບ້ານພາຍໃນເມືອງ ແລະ ແຈກຢາກິນໃຫ້ຜູ້ທີ່ມີອາການສົງໄສ​, ​ຄອບຄົວຜູ້ທີ່ມີເຊື້ອພະຍາດ ແລະ ໃຫ້ຄວາມຮູ້ດ້ານສຸຂະສຶກສາວິທີປ້ອງກັນພະຍາດດັ່ງກ່າວ,​ ແນະນຳບໍ່ໃຫ້ບຸກຄົນພາຍໃນບ້ານເປົ້າໝາຍເຄື່ອນຍ້າຍໄປບ່ອນອື່ນເພາະຈະເປັນການຂະຫຍາຍເຊື້ອພະຍາດ​, ພ້ອມນີ້ທາງທີມງານຂອງເມືອງ, ​ແຂວງແລະສູນກາງໄດ້ລົງຕິມຕາມກຸ່ມເປົ້າຫມາຍຢ່າງໃກ້ຊິດມາຮອດປັດຈຸບັນແມ່ນສາມາດຄວບຄຸມເຊື້ອພະຍາດດັ່ງກ່າວໄດ້ແລ້ວ.

No comments:

Post a Comment