ທ່ານ ຄຳມຸ່ຍ ໄຊຍະສຸກ ຫົວຫນ້າຂະແໜງສົ່ງເສີມການລົງທຶນແຂວງວຽງຈັນໃຫ້ຮູ້ວ່າ: ສະເພາະ 6 ເດືອນຕົ້ນສົກປີ 2014-2015 ເຫັນວ່າການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດມີບັນຍາກາດດີສົມຄວນເຊິ່ງມີການສະເໜີລົງ ທຶນຂອງເອກະຊົນທັງໝົດ 27 ໂຄງການ, ໃນມູນຄ່າລົງທຶນ 43,52 ຕື້ກວ່າກີບ ແລະ 8,3 ລ້ານໂດລາສະຫະລັດ, ໃນນີ້ ແຂວງໄດ້ພິຈາລະນາອະນຸມັດຕົວຈິງ 10 ໂຄງການມູນຄ່າ 26,37 ຕື້ກີບ ແລະ 6,4 ລ້ານໂດລາສະຫະລັດ
ໃນນັ້ນເປັນການລົງ ທຶນຂອງເອກະຊົນພາຍໃນ 7 ໂຄງການມູນຄ່າ 26,37 ຕື້, ລົງທຶນເຂົ້າໃສ່ຂະແໜງພະລັງງງານ-ບໍ່ແຮ່ 5 ໂຄງການ, ກະສິກຳ- ປ່າໄມ້
1 ໂຄງການ ແລະ ອຸດສາຫະກຳ-ການຄ້າ 1
ໂຄງການ, ການລົງທຶນຂອງເອກະຊົນຕ່າງປະເທດ 3 ໂຄງການ, ມູນຄ່າ 6,4 ລ້ານໂດລາສະຫະລັດ, ໃນນີ້ລົງທຶນໃນຂະແໜງອຸດສາຫະກຳ-ການຄ້າ 2 ໂຄງການ ແລະ ກະສິກຳ-ປ່າໄມ້ 1 ໂຄງການ.
ສ່ວນບັນຍາກາດການລົງທຶນໃນ
6 ເດືອນທ້າຍສົກນີ້, ຄາດວ່າຈະມີການສະເໜີລົງທຶນປະມານ 30 ໂຄງການ
ແລະແຂວງຈະອະນຸມັດການລົງທຶນຂອງເອກະຊົນພາຍໃນ 20 ໂຄງການ,
ໃນມູນຄ່າການລົງທຶນ
44,3 ຕື້ກີບ ໃນນັ້ນຂະ ແໜງພະລັງງານ-ບໍ່ແຮ່ 5 ໂຄງການ, ກະສິກຳ-ປ່າໄມ້
5 ໂຄງການ ແລະ ອຸດສາຫະກຳ-ການຄ້າ
3 ໂຄງການ ແລະ ເປັນການລົງທຶນຂອງເອກະຊົນຕ່າງປະເທດ 7 ໂຄງການມູນຄ່າ 24,8 ລ້ານໂດລາສະຫະລັດ, ໃນນີ້ລົງທຶນໃນຂະແໜງ ກະສິກຳ-ປ່າໄມ້ 3 ໂຄງການ, ອຸດສາຫະກຳ-ການຄ້າ
2 ໂຄງການ, ສ່ວນທີ່ເຫລືອແມ່ນຂະແຫນງການອື່ນໆ.
No comments:
Post a Comment