Ad

Ad

25 June 2015

ຄຳສັບອັງກິດ ກັບຂໍ້ຄິດສະກິດໃຈ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
      ມື້ນີ້ມີເລື່ອງເບົາໆບາງໆທີ່ພົວພັນກັບການຜັນສຽງຄຳສັບພາສາ ອັງກິດໃຫ້ເປັນ ສຽງແບບລາວໆເພື່ອໃຫ້ໄດ້ຄວາມ ໝາຍ ອີກຢ່າງໜຶ່ງທີ່ອາດພາໃຫ້ເກີດສຽງຫົວ... ຫົວບໍ່ຫົວລ້າແຕ່ຍັງມີແນວເຫລືອໄວ້ໃຫ້ໄດ້ຄິດຫງຳອີກດ້ວຍ. ນອກນັ້ນ ກໍຍັງມີ ຄຳສັບອັງກິດອີກຈຳນວນບໍ່ໜ້ອຍທີ່ມີຜູ້ຊະລອກກອກຊອກແປນອກຂອບ ແຕ່ ໃຫ້ແງ່ຄິດສະກິດໃຈ. ມັນກໍຄື ວ່າຫັ້ນລະ, ເຂົາວ່ານາໆຈິດຕັງ, ສຸດແລ້ວໃຜຊິຄິດ. ສຳລັບຈານແຍ່ແລ້ວ ການທີ່ສາມາດຜິດຜ້ຽນຄຳສັບພາສາໃດໜຶ່ງໃຫ້ ໄດ້ຄວາມ ໝາຍຕ່າງຈາກເດີມນັ້ນ ມັນບໍ່ແມ່ນເລື່ອງທີ່ຈະເຮັດໄດ້ງ່າຍໆຄື: ໜຶ່ງຕ້ອງຮູ້ເຄົ້າໂຄງ ພາສານັ້ນດີ, ສອງຕ້ອງ ເປັນຄຳເວົ້າທີ່ທົ່ວສັງຄົມຮູ້ຈັກ ແລະ ນຳໃຊ້ຫລາຍ, ສາມກໍຄືຕ້ອງຮູ້ມຸມຕະຫລົກທີ່ສອດສານ ຢູ່ໃນຄຳສັບນັ້ນໆ ແລະ ສຸດທ້າຍແມ່ນຕ້ອງເກັ່ງກ່ຽວກັບເຕັກນິກການຫລິ້ນກັບຄຳສັບພາສາ (Jeux de mots ຫລື ພາສາອັງກິດວ່າ Pun ຫລື Pun on Words) ຂໍຍົກຕົວຢ່າງການຫລິ້ນຄຳສັບພາສາອັງກິດດ້ວຍການຜັນສຽງ ເຊັ່ນຄຳວ່າ ອອນລາຍ (Online) ທີ່ໝາຍເຖິງການສື່ສານໃນຍຸກປັດຈຸບັນຜ່ານເຄືອຂ່າຍອິນເຕີເນັດ.
ຄຸນປະໂຫຍດຂອງອອນລາຍນີ້ມີຫລວງຫລາຍແຕ່ໄພອັນຕະລາຍຂອງມັນກໍບໍ່ແມ່ນຂອງໜ້ອຍຖ້າໃຊ້ໄປແບບແຕກປອກນອກທາງ. ໃນກໍລະນີຫລັງນີ້ມີຜູ້ຜັນສຽງວ່າ “ອ່ອນຫລາຍ” (ບໍ່ແມ່ນອອນລາຍ)ເພາະມັນໃຊ້ການບໍ່ໄດ້ເຮັດໃຫ້ຄວາມເຊື່ອຖືຂອງສັງຄົມ ອ່ອນສັດທາລົງ. ອີກຄຳ ສັບອັງກິດໜຶ່ງທີ່ມີຜູ້ຜັນສຽງເປັນສຽງລາວ ເພື່ອເຕືອນສະຕິກັນກໍຄື “ເຟດບຸກ” (Facebook). ວ່າກັນວ່າໃນປັດ ຈຸບັນມີບາງຄົນຕິດເຟດບຸກປານຕິດຢາບ້າ, ຖ້າໃຊ້ດີກໍມີປະໂຫຍດ ແຕ່ໃຊ້ຜິດກໍຈະມີໂທດ ມັນຈະກາຍເປັນ “ເຜດບຸກ” ແປວ່າ: “ຜີເຜດບຸກ” ເຖິງຂັ້ນວ່າໃຫ້ເຜດ ຫລື ຜີເຜດບຸກຄຸງໂຕຮອດເຮືອນຮອດຊານ, ຮອດບ່ອນນອນແລ້ວກໍຕ້ອງ ລະວັງຕົວເອົາໄວ້ບໍ່ຊັ້ນຜີມັນຊິຈົກໄສ້ຈົກພຸງ. ຫວ່າງສອງທິດຜ່ານມາຈານແຍ່ໄດ້ເຮັດໜ້າທີ່ເປັນປະທານກອງປະຊຸມວຽກ ໄອທີ (IT) ສຳລັບພະນັກງານຂັ້ນຫົວຫອກ. ບັນຫາທີ່ເວົ້າກັນຫລາຍກໍແມ່ນເລື່ອງຄວາມໄວຂອງອິນເຕີເນັດ ທີ່ສຳນັກ ງານກ່ຽວຂ້ອງ ເຊິ່ງມີຜູ້ບອກວ່າມັນຢູ່ໃນລະດັບເກຍເຕົ່າ. ກໍເລີຍມີຄວາມຄິດໜຶ່ງໂປໂລອອກມາວ່າ ຄັນເປັນແນວນັ້ນ ມັນກໍບໍ່ແມ່ນ WWW ເຊິ່ງຫຍໍ້ ມາຈາກຄຳວ່າ World Wide Web (ລະບົບເຄືອຂ່າຍໃນໂລກກວ້າງ ຫລື ທົ່ວໂລກ). ຖ້າຊ້າແນວນັ້ນ ຄວາມໝາຍຂອງ WWW ກໍຕ້ອງແມ່ນຫຍໍ້ມາຈາກພາສາອັງກິດທີ່ວ່າ Wait Wait Wait ຫລື Wordl Wide Wait ! ແປວ່າ “ຖ້າ ຖ້າ ຖ້າ” ຫລື ເຄືອຂ່າຍຂອງການລໍຖ້າ !. ອີກເລື່ອງໜຶ່ງແມ່ນກ່ຽວກັບຄຳວ່າ ຈີດີພີ (GDP) ຫລື ຍອດຜະລິດຕະພັນພາຍໃນເຊິ່ງທົ່ວໂລກນິຍົມໃຊ້ເປັນໄມ້ຫລາວັດແທກຄວາມເຕີບໃຫຍ່ຂອງເສດຖະກິດຂອງ ແຕ່ ລະປະເທດ. ແຕ່ໃຊ້ໄປໃຊ້ມາຫລາຍໂພດກໍເລີຍມີພາກສ່ວນສວຍໂອກາດອວດອ້າງຈີດີພີແບບຂີ້ຕົວະດ້ວຍການຄິດໄລ່ ຖືກລະບົບ ຫລື ຕັ້ງແກ້ງຕົວະໂຕເລກ. ສຸດທ້າຍ ກໍອາດຈະມີຄົນສະລອກກອກແປ ຄຳວ່າ GDP ໃຫ້ມີຄວາມໝາຍ ຢ່າງອື່ນ ຄືແທນທີ່ຈະເປັນ Gross Domestic Product ຕາມຄວາມ ໝາຍເດີມມາເປັນ “Guess and Doubt Product” ແປວ່າຍອດຜະ ລິດຕະພັນແຫ່ງການຄາດຄະເນ ແລະ ກະຕວງເອົາເອງ. ເລື່ອງ ທັງໝົດທີ່ເວົ້າມາ ເຖິງຈະ ເປັນຄຳເວົ້າຫລິ້ນໆຫົວໆ, ແຕ່ມັນກໍມີຄວາມຈິງເຊື່ອງຊ້ອນຢູ່ພາຍໃນຂອງແຕ່ລະຄຳເວົ້າ. ສິ່ງທີ່ຄວນລະຫວັງຄືຢ່າໃຫ້ ມັນມີຄວາມໝາຍຕາມການຜິດຜ້ຽນເພາະມັນບໍ່ດີ.

No comments:

Post a Comment