Ad

Ad

24 June 2015

ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ



    ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ 23 ມິຖຸນານີ້, ຢູ່ກະຊວງດັ່ງກ່າວ, ໂດຍການ ເປັນປະທານຂອງສະຫາຍພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ໂດຍການ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມເປັນຈຳນວນຫລາຍ.
    ສະຫາຍພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີວ່າການກະຊວງ
ປ້ອງກັນປະເທດ ໄດ້ສະເໜີຮ່າງລາຍງານການເມືອງເພື່ອສະຫລຸບຕີລາຄາຜົນງານການຕັດຕັ້ງປະຕິບັດມະ ຕິກອງປະຊຸມ ໃຫຍ່ຄັ້ງທີ III ວ່າ: ຄະນະພັກກະຊວງປ້ອງກັນປະເທດຍາມໃດກໍໄດ້ຍຶດໝັ້ນແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງພະນັກງານລົງກໍ່ສ້າງຮາກຖານຢ່າງເຂັ້ມແຂງ ເພື່ອເປັນກຳລັງ ແຮງພື້ນຖານໃຫ້ແກ່ການພັດທະນາຊົນນະບົດ, ບັນດາກົມກອງໄດ້ເອົາໃຈໃສ່ເຮັດໜ້າທີ່ກໍ່ສ້າງຮາກຖານຕິດພັນກັບປະຊາຊົນ, ປຸກລະດົມຂົນຂວາຍທຸກການຈັດຕັ້ງນັບແຕ່ສູນກາງຮອດທ້ອງຖິ່ນເຂົ້າຮ່ວມການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນູວາມ ສະຫງົບຢ່າງເປັນຂະບວນກວ້າງຂວາງເພື່ອນຳພາການພັດທະນາ, ການປັບປຸງປົວແປງຊີວິດການເປັນຢູ່ຂອງປະ ຊາຊົນບັນ ດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວ.
    ກອງປະຊຸມຄັ້ງນີ້, ຜູ້ແທນເຂົ້າຮ່ວມຍັງຈະໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ຈຳນວນ 27 ສະຫາຍ ແລະ ຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກທີ່ຈະໄຂຂຶ້ນໃນຕໍ່ໜ້າ.

No comments:

Post a Comment