Ad

Ad

24 June 2015

ຮອງນາຍົກ ອາຊາງ ລາວລີ ແນະນຳຫລາຍບັນຫາການພັດທະນາຊົນນະບົດ



ໃນໂອກາດໂອ້ລົມຕໍ່ກອງປະຊຸມຮັບຮອງເອົາການກວດກາປະເມີນຜົນມາດຕະຖານ ຄວາມທຸກຍາກ ແລະ ພັດທະນາແຕ່ປີ 2011-2015 ໃນວັນທີ 23 ມິຖຸນານີ້, ຢູ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ(ITCT), ນະຄອນ ຫລວງວຽງຈັນຂອງ ທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານການປົກຄອງ ອາຊາງ ລາວລີ, ເຊິ່ງໄດ້ແນະນຳຫລາຍບັນຫາຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດໃນຕໍ່ໜ້າວ່າ: ເຖິງວ່າໃນໄລຍະ 5 ປີຜ່ານມາວຽກງານພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ປະເທດເຮົາຈະໄດ້ຮັບຜົນສຳ ເລັດຕາມລະດັບຄາດ ໝາຍວາງໄວ້ກໍຕາມ, ແຕ່ໃນຕົວຈິງແລ້ວເຫັນວ່າຍັງ ມີຂໍ້ຄົງຄ້າງຫລາຍດ້ານ, ໂດຍສະເພາະແມ່ນຕົວເລກຂອງ ບ້ານປອດຄະດີ, ປອດຢາເສບຕິດໃນທົ່ວປະເທດຍັງເພີ່ມຂຶ້ນຊ້າຫລາຍຖ້າທຽບກັບຂະແໜງການອື່ນ, ການເຂົ້າເຖິງຂອດບໍລິການຂອງລັດ ຍັງພົບຄວາມຫຍຸ້ງຍາກໂດຍສະເພາະໃນເຂດຫ່າງໄກສອກຫລີກ, ພູດອຍ, ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມແຕກໂຕນ ດ້ານການພັດທະນາລະຫວ່າງຕົວເມືອງກັບຊົນນະບົດ, ລະຫວ່າງຜູ້ທຸກກັບຜູ້ຮັ່ງ, ຈຶ່ງເປັນສາເຫດເຮັດໃຫ້ເກີດມີປາກົດ ການຫຍໍ້ທໍ້ຫລາຍຢ່າງລວມທັງການກະທຳທີ່ຜິດກົດໝາຍອື່ນໆ. ດັ່ງນັ້ນເພື່ອສືບຕໍ່ເພີ່ມທະວີວຽກງານກໍ່ສ້າງຮາກ ຖານການເມືອງພັດທະນາຊົນນະບົດຮອບດ້ານ ກໍຄືວຽກງານສາມສ້າງໃນຕໍ່ໜ້າຈຶ່ງແນະນຳໃຫ້ພວກເຮົາເອົາໃຈ ໃສ່ບາງບັນຫາສຳຄັນຄື ຕ້ອງເພີ່ມທະວີການຫັນລົງຊຸກຍູ້ວຽກງານສາມສ້າງໃຫ້ເຂົ້າສູ່ລົງເລິກ, ໃຫ້ອິງໃສ່ສາມສ້າງ ເພື່ອຍູ້ແຮງການແກ້ໄຂຄວາມທຸກຍາກກໍຄືການພັດທະນາຢູ່ທ້ອງຖິ່ນໃຫ້ແຂງແຮງກວ່າເກົ່າ, ສຶກສາຄົ້ນຄວ້າວິໄຈຜົນຂອງ ການກວດຕີລາຄາໃນ 5 ປີຜ່ານມາເພື່ອເປັນບ່ອນອີງໃນການວາງແຜນ, ຍຸດທະສາດ, ວິໄສທັດໃນຕໍ່ໜ້າ, ໂດຍສະ ເພາະແມ່ນການນຳໃຊ້ເຂົ້າໃນການກຳນົດຈຸດສຸມໃນຕໍ່ໜ້າໃຫ້ມີຄວາມເປັນເອກະພາບກັນລະຫວ່າງກະຊວງ, ຂະ ແໜງການຕ່າງໆກັບແຕ່ລະທ້ອງຖິ່ນວ່າຈະກຳນົດເອົາຈັກຈຸດຢູ່ໃນແຂວງຕົນ, ຕ້ອງສົ່ງເສີມວຽກງານຄົ້ນ
ຄວ້າ, ປັບປຸງ ແລະ ຍົກມາດຕະຖານຄວາມທຸກຍາກ ແລະ ການພັດທະນາໃຫ້ສູງ ແລະ ໃຫ້ມີປະສິດທິພາບກວ່າເກົ່າ, ເປີດກວ້າງການແລກປ່ຽນບົດຮຽນກັບບັນດາກະຊວງ, ອົງການກໍຄືຕ່າງປະເທດດ້ວຍການຈັດສຳມະນາ, ປາຖະກາຖາ ແລະ ກອງປະຊຸມວິທະຍາສາດ, ບັນດາກະຊວງ, ຂະແໜງການໃຫ້ສືບຕໍ່ຄົ້ນຄວ້າ, ທົບທວນ, ປັບປຸງບ້ານນາມມະຍົດຂອງຕົນ, ອັນໃດທີ່ຍັງໃຊ້ໄດ້ກໍໃຫ້ສືບຕໍ່ຜັນຂະຫຍາຍ, ອັນໃດບໍ່ສອດຄ່ອງກໍປັບປຸງປ່ຽນແປງໃຫ້ແທດເໝາະກັບຄວາມເປັນຈິງ, ສິ່ງສຳຄັນແມ່ນຕ້ອງມີແຜນຄົນ, ແຜນເງິນຮັບໃຊ້ການກວດກາຄັກແນ່, ເຮັດແນວນີ້ບ້ານພັດທະນາຈຶ່ງຈະມີຄຸນະພາບຢ່າງແທ້ຈິງ, ຄະນະພັກອົງການປົກຄອງທ້ອງຖິ່ນຕ້ອງໄດ້ຕັ້ງໜ້າຍົກສູງຈີດຄວາມສາມາດຂອງຕົນຖດຍສະເພາະແມ່ນເກັບກຳ, ສັງລວມ, ນຳໃຊ້ຂໍ້ມູນເຂົ້າໃນການສ້າງເປັນແຜນການ, ໂຄງການແກ້ໄຂຄວາມທຸກຍາກ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງໃຫ້ໄດ້ພະນັກງານກັບທີ່ທັງປະລິມານ ແລະ ຄຸນນະພາບ, ນອກຈາກນີ້ທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ຍົກລະດັບຄວາມຮັບພິຊອບການເມືອງ ແລະ ຂີດຄວາມສາມາດຂອງຕົນໃນການເຮັດວຍກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນເງື່ອນໄຂໂລກາພິວັດ ແລະ ການເຊື່ອມໂຍງກັບສາກົນ, ສືບຕໍ່ຖືວຽກງານກໍ່ສ້າງຮາກ
ຖານການເລີ່ມພັດທະນາຊົນນະບົດເປັນຍຸດທະສາດພື້ນຖານຍາວນານໃນການກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນະຍົມເທື່ອລະກ້າວ.

No comments:

Post a Comment