Ad

Ad

24 June 2015

ເປີດຊຸດອົບຮົມກ່ຽວກັບການຂຽນບົດວຽກດີຄົນເດັ່ນໃຫ້ນັກຂ່າວວິທະຍຸທົ່ວປະເທດ



ຊຸດຝຶກອົບຮົມຍົກລະດັບວຽກງານສື່ມວນຊົນໃຫ້ນັກຂ່າວວິທະຍຸກະຈາຍສຽງ ໃນທົ່ວປະເທດໃນຫົວຂໍ້ການຂຽນບົດວຽກດີຄົນເດັ່ນ ແລະ ລາຍງານຂ່າວໄດ້ໄຂຂຶ້ນແຕ່ລະຫວ່າງວັນທີ 23 - 26 ມິຖຸນານີ້, ຢູ່ສະຖານີວິທະຍຸກະຈ່າຍ ສຽງແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານລັດ ຖະມົນຕີຊ່ວຍວ່າການກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະຫວັນຄອນ ຣາຊມົນຕຣີ, ອຳນວຍການສະຖານີວິທະຍຸກະຈາຍສຽງແຫ່ງຊາດ ສີພາ ນົງລາດ ແລະ ມີນັກຂ່າວວິທະຍຸຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມເປັນຈຳນວນຫລາຍ, ເພື່ອເປັນການ ປັບປຸງຍົກລະດັບຄຸນນະພາບຂອງການຂຽນຂ່າວ ແລະ ຜະລິດບົດວຽກດີຄົນເດັ່ນ, ຄອບຄົວຕົວແບບ ແລະ ກົມກອງ ດີເດັ່ນໃຫ້ນັກຂ່າວວິທະຍຸສາມາດສ່ອງແສງໃຫ້ເຫັນຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ, ການປັບປຸງ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນທີ່ນັບມື້ດີຂຶ້ນເພື່ອເປັນບົດຮຽນໃຫ້ສັງຄົມໄດ້ເອົາເປັນແບບຢ່າງທີ່ດີ.
ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໂອ້ລົມຕໍ່ພິທີເປີດຊຸດອົບຮົມເທື່ອນີ້ວ່າ: ເພື່ອສືບຕໍ່ເຮັດໜ້າທີ່ນັກຂ່າວ, ສື່ມວນຊົນໃຫ້ມີປະສິດທິຜົນສູງຂຶ້ນ, ກຳລັງສື່ພວກເຮົາຈະຕ້ອງໄດ້ປັບປຸງຕົນເອງ, ເລັ່ງຍົກສູງຄວາມຮູ້ຄວາມສາມາດຕອບສະໜອງໄດ້ໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມທັງຍົກສູງຊື່ສຽງບົດບາດ ແລະ ອິດທິພົນຂອງສື່ມວນຊົນລາວເວົ້າລວມ, ເວົ້າສະເພາະກໍແມ່ນກຳລັງແຮງຂອງວິທະຍຸກະຈາຍສຽງແຫ່ງຊາດຈ້ອງໄດ້ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຮູ້ນຳເອົາແນວທາງລົງສູ່ມະຫາຊົນໄດ້ຢ່າງກວ້າງຂວາງທົ່ວເຖິງຜ່ານລາຍການຂອງຕົນ ໂດຍສະເພາະແມ່ນການນຳສະເໜີກ່ຽວກັບບົດຮຽນໃນຂົງເຂດວຽກດີຄົນເດັ່ນຕ່າງໆ, ນອກຈາກນັ້ນ ກໍຕ້ອງຮັບປະກັນຄວາມວ່ອງໄວທັນເຫດການ ແລະ ຮູ້ເລືອກເຟັ້ນຂ່າວສານທີ່ມີສະລາ, ມີປະໂຫຍດຕໍ່ປະເທດຊາດ ແລະ ປະຊາຊົນ, ການນຳໃຊ້ສັບພາສາກໍໃຫ້ຖືກຕ້ອງເພື່ອດຶງດູດສ້າງຄວາມຈັບອົກຈັບໃຈຕໍ່ຜູ້ອ່ານ, ຜູ້ຟັງນັບມື້ຫລາຍຂຶ້ນ.

No comments:

Post a Comment