Ad

Ad

24 June 2015

ທ່ານ ເພັດຖາວອນ ພິລາວັນ ຖືກແຕ່ງຕັ້ງເປັນເຈົ້າແຂວງຫລວງນ້ຳທາຄົນໃໝ່



      ພິທີມອບ-ຮັບໜ້າທີ່ເລຂາພັກແຂວງ, ເຈົ້າແຂວງຫລວງນ້ຳທາລະຫວ່າງທ່ານ ດຣ ມມະສອນ ເລືອງຄຳມາ ຜູ້ເກົ່າ ແລະ ທ່ານ ເພັດຖາວອນ ພິລາວັນຜູ້ໃໝ່ ໄດ້ມີ ຂຶ້ນໃນທ້າຍອາທິດຜ່ານມານີ້ ຢູ່ຫ້ອງວ່າການປົກຄອງແຂວດັ່ງກ່າວ, ໂດຍການເຂົ້າ ຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດເລັ່ງສະຫວັດ, ມີບັນດາພະ ນັກງານການນຳອ້ອມຂ້າງແຂວງເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອປະຕິບັດຕາມ ມະຕິຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ໂດຍທ່ານ ເພັດຖາວອນ ພິລາວັນ ກ່ອນໜ້ານີ້ແມ່ນເປັນກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ຫລວງນ້ຳທາ ຜູ້ຊີ້ນຳວຽກງານວັດທະນາທຳ-ສັງຄົມ.

    ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ໄດ້ໂອ້ລົມຊີ້ນຳວ່າ: ຂໍໃຫ້ຄະນະພັກ, ຄະນະນຳ ຂອງແຂວງຈົ່ງສືບຕໍ່ເພີ່ມທະວີເອົາໃຈໃສ່ເຊື່ອມຊຶມວຽກງານການເມືອງແນວຄິດໃຫ້ສະມາຊິກພັກ ແລະ ພະນັກງານໃຫ້ໜັກ ແໜ້ນກວ່າເກົ່າ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເຂັ້ມແຂງ, ສືບຕໍ່ຕັ້ງໜ້າຈັດຕັ້ງຜັນຂະຫຍາຍແຜນພັດທະນາ ແຂວງທີ່ກຳນົດໄວ້ໃຫ້ປາກົດຜົນເປັນຈິງເພື່ອພ້ອມກັນພັດທະນາແຂວງຫລວງນ້ຳທາໃຫ້ຈະເລີນສີວິໄລເທື່ອລະກ້າວ.

No comments:

Post a Comment