Ad

Ad

24 June 2015

ການ​ສອບ​ເສັງ ມ7 ​​ ເລີ່​ມຂຶ້ນ​ແລ້ວ​ມື້ວານ​ນີ້ ທົ່ວ​ປະ​ເທດ​ມີ​ນັກ​ສອບ​ເສັງ 53.749 ຄົນ



            ໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້, ນະຄອນຫຼວງວຽງຈັນ ໄດ້ຈັດ ການສອບເສັງຈົບຂັ້ນ ມ7 ຂຶ້ນພ້ອມກັບບັນດາແຂວງຕ່າງໆໃນທົ່ວປະເທດ, ​​ສະເພາະຢູ່ນະຄອນຫຼວງວຽງຈັນ ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 9.049 ຄົນ, ຍິງ 4.439 ຄົນ ມາຈາກໂຮງຮຽນ ຕ່າງໆໃນ 9 ​ເມືອງທົ່ວນະຄອນຫລວງວຽງຈັນ, ​ໃນນັ້ນ ມີທັງ​​ໂຮງຮຽນລັດແລະເອກະຊົນ ຊຶ່ງການສອບເສັງຈະດຳເນີນໄປເປັນໄລຍະເວລາ 4 ວັນ (23-26 ມິຖຸນາ 2015), ຢູ່ໃນສູນສອບເສັງທັງໝົດ 18 ສູນຄື: ​ເມືອງຈັນທະບູລີ 3 ສູນ, ​​ສີໂຄດຕະບອງ 2 ສູນ, ​​ໄຊເຊດຖາ 2 ສູນ, ​​ໄຊທານີ 6 ສູນ, ສີສັດຕະນາກ, ​ ​ນາຊາຍທອງ,ຫາດຊາຍຟອງ, ​​ປາກງື່ມແລະສັງທອງ ເມືອງລະ 1 ສູນ, ​ເຊິ່ງສອບເສັງ 8 ວິຊາດ້ວຍກັນຄື: ຄະນິດສາດ, ຟີຊິກ
ສາດ, ຊີວະສາດ, ​ເຄມີສາດ ພາສາລາວ, ພູມສາດ, ສຶກສາພົນລະເມືອງແລະ ປະຫວັດສາດ. ຂະນະດຽວກັນໃນທົ່ວປະເທດ ກໍໄດ້ຈັດການສອບເສັງຂຶ້ນພ້ອມກັນ, ໂດຍມີນັກຮຽນສອບເສັງທັງໝົດ 53.749 ຄົນ, ຍິງ 24.676 ຄົນ ທຽບໃສ່ປີຜ່ານ ມາເພີ່ມຂຶ້ນ 4 ພັນກວ່າຄົນ. ພິເສດ​ ​​ໃນປີນີ້, ສຳລັບນັກສອບເສັງທົ່ວປະເທດທີ່ສາມາດເສັງໄດ້ຄະແນນ 8-9 ຂຶ້ນໄປ ແມ່ນ ຈະໄດ້ຮັບໃບປະກາດແດງ ແລະ ມີສິດເລືອກເຂົ້າມະຫາວິທະຍາໄລ​​ໃດກໍ່ໄດ້, ​ແຕ່ຖ້ານັກຮຽນຜູ້​​ໃດ ຫາກສອບເສັງຫລຸດຄາດໝາຍ ຫລື ຄະແນນບໍ່ຜ່ານແມ່ນຈະເອົາຄະແນນທີ່ຕົກມາບວກໃສ່ຄະແນນສະ ເລ່ຍປະຈຳປີ ຖ້າຮອດ 5 ຄະແນນຂຶ້ນໄປ ຈຶ່ງສາມາດຈົບຊັ້ນໄດ້.
     ແນວໃດກໍຕາມ ສຳລັບການສອບເສັງຈົບຊັ້ນ ມ7 ຖືເປັນການປະເມີນຜົນຄືນວຽກງານການສຶກສາໃນການຮຽນ-ການ ສອນຂອງຄູອາຈານ ແລະ ນັກຮຽນ ໃນໜຶ່ງສົກຮຽນຜ່ານມາແລະ ເປັນການສະຫລຸບບົດຮຽນຄວາມຮູ້ຂອງນ້ອງໆນັກຮຽນທີ່ເຄີຍຮຽນຜ່ານມາວ່າ ສາມາດຮັບເອົາຄວາມຮູ້ ແລະ ເຂົ້າໃຈບົດຮຽນໄດ້ດີຊ່ຳໃດ, ຊຶ່ງຈຸດນີ້ຈະເປັນໂອກາດແຫ່ງການຂ້າມຜ່ານຂອງນັກຮຽນກ້າວສູ່ນັກສຶກສາເພື່ອຮຽນເອົາວິຊາຊີບມາຮ່ວມສ້າງສາປະເທດຊາດຕໍ່ໄປ.

No comments:

Post a Comment