Ad

Ad

24 June 2015

ຢູນີ​ເທວ ນຳ​ສະ​ເໜີ​ເຄືອ​ຂ່າຍ 4G ຢ່າງ​ເປັນ​ທາງ​ການ



     ໃນຕອນເຊົ້າຂອງວັນທີ 23 ມິຖຸນານີ້, ບໍລິສັດ ສະຕາຣ​ ​ໂທລະຄົມໄດ້ຈັດພິທີນຳສະເໜີເຄືອຂ່າຍລະບົບ 4G ຢ່າງເປັນທາງການຂຶ້ນຢູ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ​​ໂດຍການເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີໂທລະຄົມມະນາຄົມແລະ ການສື່ສານ, ມີຜູ້ອຳນວຍການ, ພ້ອພະນັກ ງານບໍລິສັດດັ່ງກ່າວແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
     ຮອງອໍານວຍການບໍລິສັດ ສະຕາຣໂທລະຄົມໄດ້ກ່າວວ່າ: ​ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ຢາກຈະນຳໃຊ້ບໍລິການ 4G ຂອງຢູນີເທວ, ​ໃນມື້ນີ້ ພວກເຮົາ​​ໄດ້ນຳເອົາບໍລິການດັ່ງກ່າວ ມາ​​ໃຫ້ລູກຄ້າ​​ໄດ້ນຳ
ໃຊ້ແລ້ວ, ​ເຊິ່ງຢູນີເທວເປັນເຄືອຂ່າຍທຳອິດຢູ່ລາວໃນການໃຫ້ບໍລິການເຄືອຂ່າຍລະບົບ 4G, ບໍ່ວ່າຈະເປັນ​​ເບີມືຖືແບບລາຍເດືອນ ຫລືແບບເຕີມເງິນກໍສາມາດນຳໃຊ້ບໍລິການ 4G ໄດ້ເຊັ່ນກັນ, ​ໂດຍການນຳເອົາມືຖືຂອງທ່ານທີ່ໃຊ້ບໍລິການ 3G ເຂົ້າໄປສູນບໍລິການຂອງຢູນີເທວເພື່ອປ່ຽນຈາກຊິ 3G ​ເປັນ 4G. ພິເສດຖ້າລູກຄ້າທ່ານໃດທີ່ນຳໃຊ້ບໍລິ ການ 4G ​ຢູ່ແລ້ວກໍຍັງສາມາດນຳໃຊ້ສັນຍານ 2G, 3G ​ໄດ້ເປັນປົກກະຕິໃນກໍລະນີພື້ນທີ່ດັ່ງກ່າວບໍ່ມີສັນຍານ 4G.
     ເຖິງຢ່າງໃດກໍຕາມ ການບໍລິການເຄືອຂ່າຍ 4G ​​ແມ່ນຍັງບໍ່ທັນຄວບຄຸມໄດ້ທົ່ວປະເທດ​​ເທື່ອ ມີພຽງ 4 ​​ແຂວງຄື: ​ນະຄອນຫລວງວຽງຈັນ, ຫລວງພະບາງ, ສະຫວັນນະເຂດແລະ ຈຳປາສັກເທົ່ານັ້ນ ທີ່ສາມາດນຳໃຊ້ເຄືອຂ່າຍດັ່ງ ກ່າວ​​ໄດ້. ຄຽງຄູ່ກັບການສະໜອງເຄືອຂ່າຍ 4G​ ​ໃຫ້ແກ່ປະຊາຊົນລາວແລ້ວ, ຢູນີເທວ ຍັງຕັ້ງ​​ເປົ້າໝາຍທີ່ຈະປັບປຸງຄຸນນະພາບການບໍລິການ, ສັນຍານເຂດປົກຄຸມແລະ ການພັດທະນາເທັກໂນໂລຊີ ພ້ອມທັງສືບຕໍ່ນຳເອົາບໍລິການທີ່ດີທີ່ສຸດມາສູ່ຄົນລາວ​​ນຳອີກ.

No comments:

Post a Comment