Ad

Ad

24 June 2015

ສາທາກຽມພ້ອມທຸກດ້ານເພື່ອປ້ອງກັນການລະບາດຂອງພະຍາດຊຶມເຊື້ອລະບົບຫາຍໃຈ ( MERS-CoV )



ຕາມການລາຍງານຂອງທ່ານ ດຣ ບຸນຫຼາຍ ພົມມະສັກ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ, ຕໍ່ນັກຂ່າວພວກເຮົາໃນວັນທີ 23 ມິຖຸນານີ້ວ່າ: ປັດຈຸບັນກະຊວງສາທາລະນະສຸກແມ່ນມີການກຽມພ້ອມໃນທຸກດ້ານ ເພື່ອປ້ອງກັນການລະບາດຂອງພະຍາດຊຶມເຊື້ອລະບົບຫາຍໃຈ ຫຼື ເມີສ    ( MERS-CoV  ) ທີ່ພວມລະບາດຢູູ່ບັນ ດາປະເທດຕາເວັນອອກກາງ ແລະ ປະເທດໃກ້ຄຽງໃນປັດຈຸບັນ, ຊຶ່ງພວກເຮົາໄດ້ເລັ່ງໃສ່ແນະນຳຄູ່ມືປ້ອງ ກັນການ ຕິດເຊື້ອໃຫ້ແກ່ບັນດາໜ່ວຍເຝົ້າລະວັງ, ແພດໝໍ, ລວມເຖິງພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ເພີ່ມທະວີການເຝົ້າລະວັງ ດ້ວຍການຕິດຕາມສະພາບການລະບາດວມື້ຕໍ່ມື້, ເພື່ອປັບ ປຸງວິທີເຝົ້າລະວັງຢູ່ປະເທດເຮົາ, ແນວໃດກໍຕາມບັນຫາສຳ ຄັນທຸກພາກສ່ວນຕ້ອງມີສະຕິ, ຍົກລະດັບປ້ອງກັນການຕິດເຊື້ອພະຍາດດັ່ງກ່າວໃຫ້ສຸງຂຶ້ນ, ໂດຍເພີ່ມທະວີເອົາໃຈໃສ່ແນະ ນຳ, ຕິດຕາມຜູ້ໂດຍສານທີ່ເດີນທາງເຂົ້າອອກລະຫວ່າງປະເທດ, ໂດຍສະເພາະແມ່ນຜູ້ໂດຍສານທີ່ເດີນທາງມາຈາກ ປະເທດທີ່ມີການລະບາດ ແລະ ຖ້າຫາກມີການ ປ້ອງການທີ່ດີກໍ່ຈະສາມາດຫຼຸດຜ່ອນຄວາມສ່ຽງຂອງການລະບາດ.
ໃນວັນທີ 23 ມິຖຸນານີ້. ກົມຄວບຄຸມພະຍາດຕິດຕໍ່ໄດ້ຈັດກອງປະຊຸມຫາລືບັນດາໜ້າວຽກຮັບ ຜິດຊອບແຕ່ລະ ພາກສ່ວນ, ເພື່ອທົບທວນຄືນຄວາມພ້ອມການປ້ອງກັນການລະບາດຂອງພະຍາດດັ່ງກ່າວທີມີການລະບາດໃນປັດຈຸບັນ, ໂດຍມີຜູ້ ຕາງໜ້າອົງການອະນາໄມໂລກ,  ອົງການຈັດຕັ້ງສາກົນ, ພ້ອມດ້ວຍເຈົ້າໜ້າທີສາທາລະນະສຸກ ແລະ ແພດໝໍອ້ອມຂ້າງເຂົ້າຮ່ວມ.
ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ທັງເປັນປະທານກອງປະຊຸມກ່າວວ່າ: ເນື່ອງຈາກ ສະພາບການລະບາດຂອງ ພະຍາດເຊື້ອລະບົບຫາຍໃຈ ( MERS-CoV  ) ຢູ່ບັນດາປະເທດ ຕາເວັນອອກກາງຍັງບໍ່ມີການຫຼຸດຜ່ອນລົງ, ຍັງມີຜູ້ ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນທຸກໆ ມື້, ດັ່ງນັ້ນ ພວກເຮົາມີຄວາມຈຳເປັນທີ່ຈະຕ້ອງໄດ້ຫາລືຮ່ວມກັນເພື່ອ ປ້ອງກັນ ບໍ່ໃຫ້ການລະ ບາດຂອງພະຍາດດັ່ງກ່າວມາສູ່ປະເທດເຮົາ, ຊຶ່ງພວກເຮົາຈະໄດ້ທົບທວນຄືນການຈັດຕັ້ງປະຕິ ບັດວຽກງານ ປ້ອງການ, ການແບ່ງໜ້າທີ່ຮັບຜິດຊອບ ແລະ ມາດຕະການປ້ອງກັນຕ່າງໆ, ນັບແຕ່ການເຝົ້າລະວັງ, ຈົນເຖິງການຄຸ້ມຄອງ ກໍລະນີ ສົງໃສ ແລະ ປິ່ນປົວຜູ້ຕິດເຊື້ອ ແລະ ເພື່ອຮັບປະກັນວ່າມີຄວາມພ້ອມທຸກດ້ານໃນການປ້ອງ ກັນການລະບາດຂອງ ພະຍາດນີ້, ໃນທຸກໆ 3 ວັນພວກເຮົາຈະໄດ້ຈັດກອງປະຊຸມຂຶ້ນ, ເພື່ອ ເປັນການກຽມຄວາມພ້ອມໃຫ້ດີ.

No comments:

Post a Comment