ຜູ້ຕາງໜ້າບໍລິສັດເທີນຫີນບູນພາວເວີ ກ່າວວ່າ: ພາຍຫລັງໂຄງການເທີນຫີນບູນພາກຂະຫຍາຍໄດ້ລົງມືປະຕິບັດໃນປີ
2013 ແລະ ຄາດວ່າມັນຈະສົ່ງຜົນເຮັດໃຫ້ນ້ຳຖ້ວມທຳມະຊາດໃນຍາມຝົນ, ດັ່ງນັ້ນ ບໍລິສັດຈຶ່ງໄດ້ຍົກຍ້າຍບ້ານປະຊາຊົນ
ຈຳນວນໜຶ່ງທີ່ຄາດວ່າຈະໄດ້ຮັບຜົນກະທົບດັ່ງກ່າວອອກຈາກພື້ນທີ່, ໂດຍໄດ້ສ້າງບ້ານຈັດສັນໃໝ່ປາກທຶກ
ແລະ ຫ້ວຍ
ເດື່ອໃຫ້ຊຶ່ງປະກອບມີການກໍ່ສ້າງເຮືອນ,
ໂຮງຮຽນ, ສຸກສາລາ, ຕະຫລາດ, ລະບົບໄຟຟ້າ, ນ້ຳສະອາດ, ຖະໜົນຫົນທາງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ,
ໂດຍໃຊ້ກໍ່ສ້າງເປັນເວລາສາມປີຈຶ່ງສຳເລັດໃນມູນຄ່າຫລາຍກວ່າບ້ານລະ 3 ລ້ານໂດລາສະຫະລັດ ຫລື
ປະມານ 24 ຕື້ກວ່າກີບ, ຂະນະດຽວກັນປະຊາຊົນທີ່ຍ້າຍມາຢູ່ບ້ານຈັດໃໝ່ກໍຍັງສາມາດໄປ ເຮັດການຜະລິດກະສິກຳຢູ່ເຂດບ້ານເກົ່າໄດ້.
ຜູ້ຕາງໜ້າບໍລິສັດເທີນຫີນບູນພາວເວີ ກ່າວວ່າ: ບໍລິສັດວກເຮົາມີຄວາມມຸ່ງຫວັງທີ່ຈະພັດທະນາປັບປຸງຊີວິດການ
ເປັນຢູ່ຂອງປະຊາຊົນໃນພື້ນທີ່ຮັບຜິດຊອບຂອງໂຄງການໃຫ້ດີຂຶ້ນຕາມເປົ້າໝາຍທີ່ພັກ ແລະ ລັດຖະບານກຳນົດໄວ້,
ກໍຄືການປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນເທື່ອລະກ້າວ.
No comments:
Post a Comment